ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ແອັບ​ສົ່ງ​ຂໍ້​ຄວາມ ToTok ທີ່​ມີ​ຄວາມ​ນິ​ຍົມ​ສູງ ໃນ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໃຊ້​ເປັນ​ເຄື່ອງ​ມື ເພື່ອສອດ​ແນມ


ພາບ​ຖ່າຍ​ໃນ​ວັນ​ທີ 27 ຕຸ​ລາ 2013, ຂອງ​ຄົນ​ງານ​ຜູ້​ນຶ່ງ ກຳ​ລັງ​ເບິ່ງ​ໂທ​ລະ​ສັບ​ມື​ຖື​ຂອງ​ລາວ ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ ອາ​ລ ມາກ​ທູມ ໃນ​ນະ​ຄອນ​ດູ​ໄບ ​ຂອງ​ສະ​ຫະ​ລັດອາ​ຣັບ​ເອ​ເມີ​ເຣັ​ສ.
ພາບ​ຖ່າຍ​ໃນ​ວັນ​ທີ 27 ຕຸ​ລາ 2013, ຂອງ​ຄົນ​ງານ​ຜູ້​ນຶ່ງ ກຳ​ລັງ​ເບິ່ງ​ໂທ​ລະ​ສັບ​ມື​ຖື​ຂອງ​ລາວ ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ ອາ​ລ ມາກ​ທູມ ໃນ​ນະ​ຄອນ​ດູ​ໄບ ​ຂອງ​ສະ​ຫະ​ລັດອາ​ຣັບ​ເອ​ເມີ​ເຣັ​ສ.

ແອັບ​ສົ່ງ​ຂໍ້​ຄວາມ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຢ່າງວ່ອງ​ໄວ ຢູ່​ໃນ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ສຳ​ລັບ​ການ​ສື່​ສານ​ກັບ​ໝູ່​ເພື່ອນ ແລະ​ຄອບ​ຄົວ ນັ້ນ ​ແທ້​ຈິງ​ແລ້ວ ເປັນເຄື່ອງ​ມື​ເພື່ອ​ສອດ​ແນມ ນຳ​ໃຊ້​ໂດຍ​ລັດ​ຖະ​ບານ ເພື່ອ​ຕິດ​ຕາມ​ເບິ່ງ​ພວກ​ຜູ້​ນຳ​ໃຊ້​ແອັບ​ນັ້ນ ອີງ​ຕາ​ມ​ລາຍ​ງານ​ຂອງ​ໜັງ​ສື​ພິມສະ​ບັບ​ນຶ່ງ.

ລັດ​ຖະ​ບາ​ນາສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໃຊ້​ແອັບ ToTok ເພື່ອ​ຕິດ​ຕາມ​ເບິ່ງ​ການ​ສົນ​ທະ​ນາ​ກັນ ຈຸດ​ທີ່​ຕັ້ງ ພາບ​ຖ່າຍ ແລະ ຂໍ້​ມູນ​ທັງຫຼາ​ຍ​ເຫຼົ່າ​ນັ້ນ ຂອງ​ຜູ້​ທີ່​ຕິດ​ຕັ້ງ​ແອັບ​ດັ່ງ​ກ່າວ​ໃສ່​ໂທ​ລະ​ສັບ​ມື​ຖື​ຂອງ​ພວກ​ເຂົາ​ເຈົ້າ. ໜັງ​ສື​ພິມ ນິວຢອກ​ໄທ​ມ​ສ໌ ໄດ້​ລາຍ​ງານ​ໂດຍ​ອ້າງ​ອີງເຖິງ​ ​ບັນ​ດາເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ທີ່​ຮູ້​ຈັກ​ດີ ກັບ​ການ​ປະ​ເມີນ​ເອກ​ກະ​ສານ​ລັບ ແລະ​ການ​ສືບ​ສວນ​ສອບ​ສວນ ຂອງ​ໜັງ​ສື​ພິມ​ເອງດ້ວຍ.

ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ຍັງ​ໄດ້​ກີດກັ້ນ​ລະ​ບົບ FaceTime ຂອງ​ແອັບ​ໂປ WhatsApp ຂອງເຟ​ສ​ບຸກ ແລະ​ແອັບອື່ນໆ ​ທີ່​ໃຊ້​ໂທ​ຫາ​ກັນ ມາ​ເປັນ​ເວ​ລາ​ຍາວ​ນານ. ສື່ມວນ​ຊົນ​ຂອງ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໄດ້​ລາຍ​ງານ​ສົ່ງ​ເສີມ​ແອັບ ToTok ວ່າ ເປັນ​ທາງ​ເລືອກ​ສຳ​ລັບ​ພວກ​ຊາວ​ຕ່າງ​ຊາດ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ ເພື່ອ​ໂທດ​ກັບ​ຄືນ​ໄປ​ບ້ານ​ເກີດ ຫາ​ຄົນ​ຮັກ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ ໂດຍບໍ່​ໄດ້​ເສຍ​ຄ່າ​ຫຍັງ​ເລີຍ.

ໜັງ​ສື​ພິມ​ດັ່ງ​ກ່າວ ກ່າວ​ວ່າ ແອັບ​ ToTok ​ຫາ​ກໍ​ອອກ​ມາ​ນຳ​ໃຊ້​ບໍ່​ເທົ່າ​ໃດ​ເດືອນ​ແລະ​ໄດ້​ຖືກ​ຕິດ​ຕັ້ງ​ລົງ​ໃສ່​ໃນ​ໂທ​ລະ​ສັບ ຫຼາຍ​ລ້ານ​ເທື່ອ ໂດຍ​ສ່ວນ​ໃຫຍ່​ເປັນ​ຜູ້​ນຳ​ໃຊ້ ຢູ່​ໃນ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ຊຶ່ງ​ເປັນ​ພັນ​ທະ​ມິດ​ກັບ​ສະ​ຫະ​ລັດ ແລະ​ສະ​ຫະ​ພັນ 7 ​ປະ​ເທດອາ​ນາ​ຈັກ​ທີ່​ປົກ​ຄອງ​ໂດຍ​ເຈົ້າ​ອາ​ຣັບ ຢູ້​ໃນ​ແຫຼມ​ອາ​ຣາ​ເບຍ.

ການ​ສອດ​ແນມ​ຂອງ​ລັດ​ຖະ​ບານ​ຢູ່​ໃນ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ແມ່ນ​ມີ​ຢ່າງ​ແຜ່ຫຼາຍ ແລະ​ປະ​ເທດນີ້​ຍັງ​ໄດ້​ຖືກ​ສົງ​ໄສໃນ​ການ​ໃຊ້ ອັນ​ທີ່​ເອີ້ນ​ວ່າ “ວັນ​ເລກ​ສູນ​ຫາຍ” ທີ່​ຊອກຫາຈຸດອ່ອນຂອງ​ພວກ​ນັກເຂື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ແລະ​ພວກກຸ່ມ​ອື່ນໆ ເພື່ອ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ຕົນ.

​ການຊອກຫາຈຸດອ່ອນ​ ໂດຍວັນ​ເລກ​ສູນນັ້ນ ສາ​ມາດມີ​ລາ​ຄາ​ແພງ ທີ່​ຈະ​ເອົາ​ມາ​ໄດ້ ຢູ່​ໃນ​ຕະຫຼາດ​ມືດ ຍ້ອນ​ວ່າ ພວກ​ມັນ ເປັນ​ຈຸດ​ອ່ອນຂອງ​ໂປ​ຣ​ແກ​ຣັມ ຫຼື ຊອບ​ແວ​ຣ ທີ່​ຍັງບໍ່​ມີ​ການ​ແກ້​ໄຂ​ສ້າງ​ຂຶ້ນ​ມາ​ໄດ້​ເທື່ອ.

ໜັງ​ສື​ພິມ​ຍັງ​ໄດ້​ອະ​ທິ​ບາຍ​ອີກວ່າ ແອັບ ToTok ເປັນ​ທ​ທາງ​ນຶ່ງ​ທີ່​ອຳ​ນວຍ​ໃຫ້​ລັດ​ຖະ​ບານ ເຂົ້າ​ເຖິ​ງ​ຂໍ້​ມູນ​ສ່​ວນ​ຕົວ​ຂອງ​ບຸ​ກ​ຄົນ​ໄດ້​ໂດຍ​ຟ​ຣີ ໃນ​ຂະ​ນະ​ທີ່ ຜູ້​ນຳ​ໃຊ້ຫຼາຍ​ລ້ານ​ຄົນ ແມ່ນ​ຍິນ​ດີ​ຕິດ​ຕັ້ງ​ແອັບ​ໃສ່​ໂທ​ລະ​ສັບ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ ​ອະ​ນຸ​ຍາດ​ໃຫ້​ແອັບ​ດັ່ງ​ກ່າວ​ເຂົ້າ​ເບິ່ງ​ຂໍ້​ມູນ​ໄດ້​ຢ່າງບໍ່ຮູ້​ຈັກໂຕ​ເລີຍ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG