ຜູ້ສັດທາສາສະໜາຫຼາຍພັນຄົນ ໄດ້ເຕົ້າໂຮມກັນຢູ່ນະຄອນ ວາຕິກັງ ເພື່ອເບິ່ງພະສັນ
ຕະປາປາ ຟຣານຊິສ ປະກາດພະທີ່ມີບັນຫາທີ່ສຸດສອງອົງ ຂອງໂບດໂຣມັນກາໂຕລິກ
ໃນສັດຕະວັດທີ 20 ເປັນພະເຈົ້າ ຄືພະສັນຕະປາປາ ຊາວແອລຊາລວາດໍ ອັອສກາ
ໂຣເມໂຣ ແລະ ພະສັນຕະປາປາ ພອລ ທີ່ຫົກ.
ພະສັນຕະປາປາໄດ້ກ່າວ ໃນຂະນະທີ່ຝູງຄົນຕົບມືນັ້ນວ່າ “ພວກເຮົາຂໍປະກາດ ແລະ
ກຳນົດໃຫ້ພະສັນຕະປາປາ ພອລ ທີ່ຫົກ ແລະ ພະສັນຕະປາປາ ອັອສກາ ອານັລໂຟ
ໂຣເມໂຣ ກາລດາເມສ (Oscar Arnulfo Romero Galdamez) ເປັນອໍລະຫັນ ແລະ
ພວກເຮົາຈົດທະບຽນເພິ່ນເປັນນຶ່ງໃນບັນດາພະອໍລະຫັນ, ໂດຍມອບໝາຍວ່າ ໃຫ້ເພິ່ນ
ເປັນທີ່ເຄົາລົບເຊັ່ນນັ້ນໂດຍໂບດທັງໝົດ.”
ພະສັນຕະປາປາໄດ້ໃສ່ຜ້າຮັດແອວທີ່ມີຮອຍເລືອດຂອງພະສັນຕະປາປາ ຜູ້ທີ່ຖືກຍິງ
ເສຍຊີວິດໂດຍກຸ່ມມືສັງຫານປີກຂວາ ໃນຂະນະທີ່ເພິ່ນສະເຫຼີມສະຫຼອງພິທີໃນໂບດ
ນ້ອຍຂອງໂຮງໝໍ ແອລ ຊາລວາດໍ ໃນປີ 1980.
ພະສັນຕະປາປາ ໂຣເມໂຣ ໄດ້ກາຍເປັນທີ່ຮູ້ຈັກວ່າເປັນ “ສຽງຂອງຜູ້ທີ່ບໍ່ມີສຽງ.” ເພິ່ນ
ໄດ້ເປັນຜູ້ສະໜັບສະໜູນຄົນທຸກຍາກ ແລະ ໄດ້ປະນາມຄວາມຮຸນແຮງຂອງຜູ້ນຳຜະ
ເດັດການທະຫານຂອງປະເທດນັ້ນ.
ຄວາມພະຍາຍາມທີ່ຈະເຮັດໃຫ້ເພິ່ນເປັນພະອໍລະຫັນໃນຫຼາຍປີທີ່ຜ່ານມາ ແມ່ນໄດ້ຖືກ
ທ່ວງໄວ້ໂດຍເຈົ້າອາວາດຫົວອະນຸລັກນິຍົມ ຜູ້ທີ່ອຶດອັດກັບແນວຄິດທີ່ເປັນອິດສະຫຼະ
ຂອງເພິ່ນ ແລະ ອື່ນໆ ຜູ້ທີ່ໄດ້ກ່າວວ່າ ເພິ່ນໄດ້ຖືກຂ້າຕາຍຍ້ອນການເມືອງ ບໍ່ແມ່ນຍ້ອນ
ເຫດຜົນທາງສາສະໜາ.
ພະສັນຕະປາປາ ຟຣານຊິສ, ເຊິ່ງແມ່ນພະສັນຕະປາປາຊາວອາເມຣິກັນ ລາຕິນ ອົງທຳ
ອິດນັ້ນ, ໄດ້ແຕ່ງພະສັນຕະປາປາ ໂຣເມໂຣ ເປັນ “ຜູ້ເສຍສະຫຼະ” ໃນປີ 2015, ຫຼັງຈາກ
ພະສັນຕະປາປາ ເບັນເນດິກ ທີ 16 ທີ່ໄດ້ສະຫຼະຕຳແໜ່ງແລ້ວ ໄດ້ສົ່ງເສີມພະສັນຕະປາ
ປາ ໂຣເມໂຣ.
ພະສັນຕະປາປາ ພອລ ທີຫົກ, ທີ່ມີຊື່ຕັ້ງແຕ່ເກີດວ່າ ຈີໂອວານີ ແບັດຕິສຕາ ມັອນຕີນີ,
ໄດ້ຂຶ້ນກ່າວຄຳໂອວາດ ກ່ຽວກັບ ການປະຕິຮູບສະພາ ວາຕິກັງ ຄັ້ງທີສອງ ທີ່ໄດ້ເຮັດໃຫ້
ໂບດກາໂຕລິກທັນສະໄໝຂຶ້ນ, ເຊິ່ງລວມມີການອະນຸຍາດໃຫ້ການຈັດພິທີຖືກສະເຫຼີມ
ສະຫຼອງໃນພາສາທ້ອງຖິ່ນ ແທນທີ່ຈະແມ່ນໃນພາສາລາຕິນ.
ພະສັນຕະປາປາ ພອລ ໄດ້ກາຍເປັນພະສັນຕະປາປາອົງທຳອິດທີ່ໄດ້ເດີນທາງຢ່າງ
ກວ້າງຂວາງ ເພື່ອພົບປະກັບຜູ້ທີ່ມີສັດທານາໃນສາສະໜາ.