ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສັນຕະປາປາ ປະນາມ ສະຫະລັດ ກ່ຽວກັບ ຄິວບາ (ເບິ່ງສະໄລດ໌ກັບວີດີໂອ)


ພະສັນຕະປາປາ ຂະນະຊົງພົບປະກັບທ່ານ Fidel Castro ອະດີດຜູ້ນໍາ ຄິວບາ.
ພະສັນຕະປາປາ ຂະນະຊົງພົບປະກັບທ່ານ Fidel Castro ອະດີດຜູ້ນໍາ ຄິວບາ.

ພະ​ສັນຕະປາປາ Benedict ​ໄດ້​ປະນາມການ​ຫ້າມຄ້າ​ຂາຍຂອງສະຫະລັດ​ຕໍ່​ຄິວ​ບາ​ທີ່ມີ​ມາ​
ດົນ​ນານ​ໄດ້ 50 ປີ​ແລ້ວ​ນັ້ນ ​ໂດຍ​ກ່າວ​ວ່າ ມາດຕະການ​ແບບ​ນັ້ນ ​ແມ່ນ​ຖື​ວ່າ​ເປັນ​ການ​ຮັບ
ພາລະ​ທີ່​ບໍ່​ຍຸຕິ​ທໍາ​ສຳ​ຫຼັບ​ປະຊາຊົນຄິວ​ບາ.

ພະ​ສັນຕະປາປາ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ດັ່ງກ່າວ ​ໃນ​ຂະນະ​ທີ່​ພະ​ອົງ​ສິ້ນສຸດ​ການ​ສະ​ເດັດ
ປະພາດ​ຄິວ​ບາ​ເປັນ​ເວລາ​ສາມ​ມື້ຊຶ່ງ​ເປັນ​ການສະ​ເດັດ​ປະພາດໃນ​ນາມ​ພະ​ສັນ​ຕະປາ​ປາ​ເທື່ອ
ທໍາ​ອິດຂອງ​ພະ​ອົງ ຕໍ່ປະ​ເທດ​ເກາະ​ຄອມ​ມີ​ວ ນິສນັ້ນ.

ໃນ​ຕອນ​ເຊົ້າຂອງ​ວັນ​ພຸດ​ວານ​ນີ້ ພະ​ສັນຕະປາປາ Benedict ​ຊົງ​ໄດ້​ພົບ​ປະ​ກັບ​ທ່ານ
ຟິ​ເດລ ຄັສ​ໂຕຣ ອະດີດ​ຜູ້​ນໍາ​ຄິວ​ບາ.

ນອກ​ນີ້​ແລ້ວພະ​ອົງຍັງເປັນ​ຜູ້​ນໍາພາ​ການປະກອບ​ພິທີທາງ​ສາສະໜາຢູ່​ບໍລິ​ເວນລານປະຕິ
ວັດໃນ​ນະຄອນ​ຫລວງ​ຮາ​ວາ​ນາ​ ​ເມື່ອ​ວັນ​ພຸດ​ວານ​ນີ້ ບ່ອນ​ທີ່ ປະຊາຊົນ​ຈໍານວນ​ຫລາຍ
ສິບ​ພັນ​ຄົນ​ພາກັນ​ອັ່ງ​ອໍເຕັມບໍລິ​ເວນລານປະຕິວັດ ທີ່​ເປັນ​ຂີດໝາຍ​ການ​ປະຕິວັດ​ຂອງ
ຄອມ​ມີ​ວນີສ​ໃນ​ຄິວບາ.

ຜູ້​ສື່​ຂ່າວ​ວີ​ໂອ​ເອຄົນ​ນຶ່ງ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ບາງ​ຄົນ​ທີ່​ໄປຮ່ວມ​ໃນ​ດັ່ງກ່າວ​ທີ່​ເວົ້າວ່າ
ພວກ​ເຂົາ​ເຈົ້າຄິດ​ວ່າ​ມັນ​ເປັນ​ໂອກາດ​ອັນ​ຍິ່ງ​ໃຫຍ່​ຫຼາຍ​ທີ່ພະ​ສັນຕະປາປາຊົງສະ​ເດັດ​ມາ
ຢ້ຽມຢາມ​ຄິວ​ບາ ​ແຕ່​ພວກ​ເຂົາ​ເຈົ້າກໍບໍ່ ຫວັງ​ວ່າການ​ຢ້ຽມຢາມ​ຂອງ​ພະ​ອົງ​ຈະ​ສົ່ງ​ຜົນ
ກະທົບຕໍ່​ລະບົບ​ການ​ເມືອງ ຂອງປະ​ເທດ​ແຕ່​ຢ່າງ​ໃດ.

ພະ​ສັນຕະປາປາ ​ໄດ້​ຊົງ​ໃຊ້​ຄໍາ​ເທດ​ສະໜາ​ຂອງ​ພະ​ອົງ ຍົກຍ້ອງ​ຄິວ​ບາ ທີ່​ໄດ້​ເອົາບາດ
ກ້າວຕ່າງໆ​ທີ່ປັບປຸງ​ເສລີພາບ​ທາງ​ສາສະໜາ ​ແຕ່​ພະ​ອົງ​ກໍ​ຊົງ ກ່າວ​ອີກ​ວ່າ ຍັງມີ​ຫລາຍ
ສິ່ງ​ຫລາຍ​ຢ່າງ​ທີ່ຈະ​ຕ້ອງ​ໄດ້​ປະຕິບັດ​ເພີ່ມ​ຕື່ມ.

XS
SM
MD
LG