ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນຕະປະປາ ນຳພາ ຊາວຄຣິສຕຽນ ສະຫຼອງ ວັນອິສເຕີ ທີ່ຈະຕຸລັດ St. Peter


ສັນຕະປາປາ Francis ໂບກມື ຕໍ່ຜູ້ມາຟັງສານຂອງພະອົງ ທີ່ ຈະຕຸລັດ St. Peter ທີ່ນະຄອນ Vatican ວັນທີ 5 ເມສາ 2015.
ສັນຕະປາປາ Francis ໂບກມື ຕໍ່ຜູ້ມາຟັງສານຂອງພະອົງ ທີ່ ຈະຕຸລັດ St. Peter ທີ່ນະຄອນ Vatican ວັນທີ 5 ເມສາ 2015.

ສັນຕະປາປາ ຟຣານຊິ​ສ ນຳພາ​ຊາວ​ຄຣິສຕຽນ ສະຫຼອງວັນ​
ອີສ​ເຕີ ທີ່​ຈະ​ຕຸ​ລັດ St. Peter ໃນ​ວັນ​ອາທິດ​ມື້​ນີ້ ​.

ພວກ​ສັກກາລະ​ບູຊາ​ ຈຳນວນ​ຫຼາຍ​ພັນ​ຄົນ ພາກັນ​ຢືນແຂ່ງ​ຝົນ
​ເພື່ອ​ໄປ​ຮັບ​ຟັງ​ສານ​ຂອງ​ສັນຕະປາປາ​ ເນື່ອງໃນ​ບຸນສະຫຼອງ​
ວັນ​ອີສ​ເຕີ ຊຶ່ງ​ເປັນມື້​ທີ່​ຊາວ​ຄຣິສຕຽນ​ເຊື່ອ​ວ່າ ພະ​ເຍຊູ​ໄດ້ຟື້ນ
​ຊີບຄືນ​ມາ ຢ່າງມີໄຊຊະນະ 3 ມື້ ຫຼັງ​ຈາກ​ພະ​ອົງ​ຖືກ​ທໍລະມານ​ແລະ​ສັງຫານ ​ດ້ວຍການ​ຂຶງ​ໃສ່​ໄມ້​ກາງ​ເຂນນັ້ນ.

ຊາວ​ຄຣິສຕຽນ​ຫຼາຍ​ຄົນ ຮວມທັງ​ຊາວ Protestants ​ແລະ​ຊາວ​ກາ​ໂຕ​ລິກ ພາກັນ​ໄປ​ໂບດ​ໃນ​ວັນອີສ​ເຕີ ເຖິງ​ແມ່ນ​ພວກ​ເຂົາ​ເຈົ້າ​ບໍ່​ສູ້​ພາກັນ​ໄປ​ ​ໃນ​ວັນ​ອາທິດ​ທຳ​ມະ​ດາ ກໍ​ຕາມ.

ມີ​ຫຼາຍ​ປະ​ເພນີ ທີ່​ປະຕິບັດ​ກັນໃນ​ວັນ​ອີສ​ເຕີ ຮວມທັງ​ໄປ​ຮ່ວມ​ພິທີ​ໃນ​ໂບດ​ເວລາ​ຕາ​ເວັນ​ຂຶ້ນ ​ແລະ​ຍ້ອມ​ສີໄຂ່ຕົ້ມ ​ແລະ​ຕົກ​ແຕ່ງ​ຮູບ​ສີ​ຕ່າງໆ​ໃສ່​ໄຂ່​ ​ແລ້ວ​ເອົາ​ໄປ​ເຊື່ອງ​ໄວ້ ​ໃຫ້​ເດັກນ້ອຍ​ຊອກນັ້ນ.

Easter Sunday
please wait
Embed

No media source currently available

0:00 0:00:43 0:00

Pope Francis celebrated Easter services in St. Peter's Square Sunday.

Thousands of worshipers withstood rainy conditions to hear Francis' Easter message on a day Christians believe is the triumphant resurrection of Jesus three days after his crucifixion

Many Christians, including Protestants and Catholics, make it a point to go to church on Easter even if they rarely do so on other Sundays.

There are a number of Easter customs, including attending sunrise church services, and dyeing and decorating eggs.

XS
SM
MD
LG