ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ ນຳພາ ການສູດມົນ ຮ່ວມກັບ ຊາວໜຸ່ມ ເກົາຫລີໃຕ້ (ສະໄລດ໌/ວີດີໂອ)


ພະສັນຕະປະປາ Francis ຢ່າງກັບບັນດາພະສົງ ທີ່ຕິດຕາມ ໃນຂະນະທີ່ພະອົງ ສະເດັດໄປເຖິງເດີ່ນກິລາ Daejeon ຂອງເກົາຫລີໃຕ້.
ພະສັນຕະປະປາ Francis ຢ່າງກັບບັນດາພະສົງ ທີ່ຕິດຕາມ ໃນຂະນະທີ່ພະອົງ ສະເດັດໄປເຖິງເດີ່ນກິລາ Daejeon ຂອງເກົາຫລີໃຕ້.

ພະ​ສັນ​ຕະປາປາ Francis ​ໄດ້​ປະກອບພິທິທາງສາສະໜາໃຫ້
​ແກ່​ບັນດາຊາວ​ໜຸ່ມ​ເກົາຫລີ​ໃຕ້ ຈຳນວນ​ຫລາຍ​ສິບ​ພັນ​ຄົນ
ໂດຍຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ ປະຖິ້ມ​ແນວທາງວັດ​ຖຸ​ນິຍົມ ທີ່​ພວມ
ສ້າງຄວາມທຸກ​ທໍລະມານ​ ໃຫ້​ແກ່ສ່ວນ​ໃຫຍ່​ຂອງ​ເຂດເອ​ເຊຍ
​ແລະ​ປະຕິ​ເສດຕໍ່​ອັນ​ທີ່​ພ​ະອົງ​ຮ້ອງ​ວ່າ ລະບົບ​ເສດຖະກິດທີ່ “ໄຮ້
ຄວາມເປັນມະນຸດ” ​ທີ່ຕັດສິນພວກຄົນທຸກ​ຍາກ​ນັ້ນ.

ພະ​ສັນ​ຕະປາ​ປາ ​ໄດ້​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ທີ່​ເດີ່ນ​ເຕະບານ​ໃນ​ນະ
ຄອນ Daejeon ທີ່​ມີ​ບ່ອນ​ນັ່ງສຳຫຼັບ 50,000 ຄົນ. ນີ້​ເປັນ​ການ
ປາກົດ​ໂຕ​ໃນ​ທີ່ສາທາລະນະ​ເທື່ອທຳ​ອິດນັບ​ຕັ້ງ​ແຕ່​ໄດ້​ສະເດັດ
ໄປເຖິງ​ນະຄອນ​ຫຼວງໂຊລ​ໃນ​ວັນ​ພະຫັດ​ວານ​ນີ້. ກ່ອນ​ປະກອບ
ພິທີທາງສາສະໜາ ພະສັນ​ຕະປາ​ປາ Francis ​ໄດ້​ຊົງພົບ​ປະ​ກັບ​ບັນດາ​ຄອບຄົວ​ຈຳນວນ ນຶ່ງຂອງພວກເຄາະຮ້າຍ​ຈາກໄພພິບັດເຮືອ​ຂ້າມ​ຟາກ Sewol ​ຫຼົ້ມ​ ໃນ​ເດືອນ​ເມສາ​ທີ່​ຜ່ານ
​ມາ.

ເວລາເດີນທາງ​ໄປ​ເຖິງ​ ໃນວັນ​ພະຫັດ​ວານ​ນີ້ ພະສັນ​ຕະປາປາ Francis ​ໄດ້​ຊົງພົບ​ປະ​ກັບປະທານາທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ແລະ ຜູ້ນຳທັງສອງກໍໄດ້
ຮ່ວມກັນກ່າວຖະແຫລງ.

ໃນການກ່າວເປັນພາສາອັງກິດ ແບບບໍ່ຄ່ອຍເຫັນກັນຂອງພະສັນຕະປາປາ ທີ່ ປາກ
ພາສາສະເປນນັ້ນ ພະສັນຕະປະປາ Francis ຊົງກ່າວວ່າ ການທູດແມ່ນ ອີງໃສ່ການ
ໂອ້ລົມກັນ ແທນທີ່ຈະແມ່ນການກ່າວຫາ ແລະຂົ່ມຂູ່ກັນ.

ແລພະອົງຍັງໃຫ້ຂໍ້ສັງເກດວ່າ “ການຊອກສະແຫວງຫາສັນຕິພາບ” ຂອງເກົາຫລີ ເປັນ
ຜົນຕໍ່ສະຖຽນລະພາບ ໃນຂົງເຂດດັ່ງກ່າວທັງໝົດ.

ປະທານາທິບໍດີ Park ກ່າວວ່າ ເກົາຫລີເໜືອ ແລະເກົາຫລີໃຕ້ ຄວນຈະກຳຈັດຄວາມ
ຢ້ານກົວ ແລະອາວຸດນິວເຄລຍ ແລະສຸມໃສ່ການທ້ອນໂຮມຊາດ.

ທ່ານນາງ ໄດ້ຂອບໃຈ ພະສັນຕະປາປາ ທີ່ພະອົງໄດ້ຊົງວິງວອນພາວະນາ ແລະປະກອບ
ພິທີທາງສາສະໜາ “ເພື່ອໃຫ້ມີສັນຕິພາບ ແລະຄວາມປອງດອງຊາດ” ໃນລະຫວ່າງການ
ຢ້ຽມຢາມຂອງພະອົງ.

POPE SOKOR VO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG