ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປະປາມ້ວນທ້າຍ ການສະເດັດປະພາດອັງກິດ


ໃນວັນເສົາມື້ນີ້ ພະສັນຕະປະປາ Benedict ໄດ້ຊົງປະ ກອບພິທີທາງສາສະໜາ ທີ່ພະວິຫານ Westminster ໃນມື້ທີ 3 ຂອງການສະເດັດປະພາດປະເທດອັງກິດຄັ້ງ ປະວັດສາດເປັນເວລາ 4 ມື້.

ກ່ອນພິທີຈະເລີ້ມຂຶ້ນ ພະສັນຕະປະປາ Benedict ໄດ້ ຊົງພົບປະ ກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຮອງນາຍົກລັດຖະມົນຕີ Nick Clegg ແລະ ຮັກສາການຜູ້ນຳຂອງພັກແຮງງານ ທ່ານນາງ Harriet Harman.

ຜູ້ນຳຂອງສາສະໜາກາໂຕລິກ ມີແຜນການທີ່ຈະມ້ວນທ້າຍການສະເດັດປະພາດປະເທດອັງ ກິດ ໃນວັນເສົາມື້ນີ້ ດ້ວຍການສວດມົນພາວະນາໃນຕອນກາງຄືນ ທີ່ສວນ Hyde Park.

ພວກຄັດຄ້ານຕໍ່ການສະເດັດປະພາດອັງກິດຢ່າງເປັນທາງການເທື່ອທຳອິດ ຂອງພະສັນຕະ ປະປາ ໄດ້ພາກັນເດີນຂະບວນປະທ້ວງ ໃນເຂດໃຈກາງກຸງລອນດອນ ແລະຈັດການໂຮມ ຊຸມນຸມ ໃນວັນເສົາມື້ນີ້.

ໃນມື້ວານນີ້ ພະສັນຕະປະປາ Benedict ໄດ້ກາຍເປັນຜູ້ນຳ ຂອງສາສະໜາໂຣມັນກາໂຕ ລິກ ຄົນທຳອິດ ທີ່ໄດ້ສະເດັດໄປຢ້ຽມ ບ້ານພັກຂອງ ພະສັງຄະລາດ ແຫ່ງ Canterbury ນັບແຕ່ກຸ່ມສາສະໜາຄຣິສຕ໌ໃນອັງກິດ ໄດ້ແຍກໂຕ ອອກຈາກກຸງໂຣມ ໃນປີ 1534. ພະ ສັນຕະປະປາ ແລະພະສັງຄະຣາດ Rowan Williams ຍັງໄດ້ທຳພິທີ ສວດມົນພາວະນາ ຮ່ວມກັນ ທີ່ພະວິຫານໃຫຍ່ West minster.

XS
SM
MD
LG