ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປະປາສືບຕໍ່ ປະພາດອັງກິດ


ພະສັນຕະປະປາ Benedict ກຳລັງຢູ່ທີ່ກຸງລອນດອນໃນ ມື້ທີ 2 ຂອງການສະເດັດປະພາດ ປະເທດອັງກິດຄັ້ງປະ ວັດສາດ ເປັນເວລາ 4 ມື້.

ໝາຍກຳນົດການຢ້ຽມຢາມ ໃນວັນສຸກມື້ນີ້ ແມ່ນຮວມທັງ ການພົບປະກັບພະສັງຄະຣາດ Rowan William ແຫ່ງ Canterbury ຊຶ່ງເປັນຫົວໜ້າ ຂອງສາສະໜາຄຣິສຕ໌ ນິ ກາຍ Anglican ໃນການສະແດງອອກເຖິງຄວາມປຸ້ມລຸມ ສາມັກຄີ ຂອງທັງສອງນິກາຍສາສະໜາຄຣິສຕ໌ ທີ່ມີການ ແບ່ງແຍກກັນນັ້ນ.

ນອກນັ້ນແລ້ວ ພຣະສັນຕະປະປາ Benedict ຍັງຈະຊົງໃຫ້ພະຣາດຊະໂອວາດທີ່ສຳຄັນ ແກ່ສະມາຊິກສະພາ ທີ່ສະພາແຫ່ງຊາດ ຂອງອັງກິດ.

ພະສັນຕະປະປາ ເລີ້ມສະເດັດປະພາດອັງກິດ ໃນວັນພະຫັດວານນີ້ ໂດຍໄດ້ຊົງຮັບຮູ້ວ່າ ພວກຜູ້ນຳ ຂອງສາສະໜາກາໂຕລິກ ບໍ່ໄດ້ມີການເຝົ້າລະວັງ ແລະບໍ່ໄດ້ດຳເນີນການຢ່າງ ວ່ອງໄວພຽງພໍ ໃນການຮັບມື ກັບພວກພະ ທີ່ໄດ້ລ່ວງລະເມີດທາງເພດຕໍ່ພວກເດັກນ້ອຍ ຢູ່ຕາມວັດຕ່າງໆນັ້ນ.

XS
SM
MD
LG