ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ຮຽກຮ້ອງ ໃຫ້ທົ່ວໂລກ ຮັບມືກັບ ສະພາບ ອາກາດຮ້ອນເອົ້າ


Pope says Global Warming is Man-Made
please wait

No media source currently available

0:00 0:02:10 0:00

ພະສັນຕະ​ປາປາ Francis ໃນວັນພະຫັດວານນີ້ ຊົງຮຽກຮ້ອງ
ໃຫ້ໂລກມະນຸດເຮົາ ຮັບມືກັບ ສະພາບອາກາດຮ້ອນເອົ້າ ຂອງ
ໂລກທີ່ພະອົງຊົງກ່າວວ່າພາໃຫ້ສິ່ງແວດລ້ອມຂອງໂລກຖືກທຳ
ລາຍນັ້ນ.

ພະສັນຕະ​ປາປາ Francis ຊົງໄດ້ຂຽນຈົດໝາຍ ໄປເຖິງຊາວ
ກາໂຕລິກໂດຍໃຫ້ການສະໜັບສະໜຸນຕໍ່ຫລັກຖານທາງດ້ານ
ວິທະຍາສາດວ່າການປ່ຽນແປງຂອງດິນຟ້າອາກາດ​ແມ່ນ​ເກີດ
​ມາ​ຈາກກະທຳຂອງມະນຸດ​ເປັນ​ສ່ວນ​ໃຫຍ່ແລະພະອົງຊົງກ່າວ
ວ່າ ອາດຈະນຳໄປສູ່ການທຳລາຍລະບົບນິເວດແບບທີ່ບໍ່ເຄີຍ
ມີມາກ່ອນ ໃນສັດຕະວັດນີ້.

ພະສັນຕະ​ປາປາ Francis ຊົງຮຽກຮ້ອງໃຫ້ຍຸດຕິ ໃນອັນທີ່ພະອົງຊົງກ່າວວ່າ ເປັນວັດທະ ນະທຳທີ່ແປກປະຫລາດ ຂອງລະບົບເສດຖະກິດ ອັນທີ່ປະເທດຮັ່ງມີ ສວຍໃຊ້ປະເທດທຸກ ຍາກ ເຮັດໃຫ້ໂລກຂອງເຮົາເບິ່ງຄືວ່າ ເປັນກອງສິ່ງສົກກະປົກຂະໜາດໃຫຍ່ຫລາຍຂຶ້ນນຳ ນັບມື້.

ພະສັນຕະ​ປາປາ Francis ຊົງກ່າວວ່າ ການປ່ຽນແປງ ທາງດ້ານການເມືອງ ແລະເສດຖະ ກິດຢ່າງໃຫຍ່ ແມ່ນມີຄວາມຈຳເປັນ ເພື່ອນຳມາແທນໂດຍບໍ່ມີການຊັກຊ້າໃດໆໃນການທີ່ ໂລກເພິ່ງພາອາໄສຢ່າງໜັກໜ່ວງຕໍ່ການໃຊ້ເຊື້ອໄຟທີ່ມາຈາກຊາກພືດແລະສັດ ທີ່ພາໃຫ້ ດິນຟ້າອາກາດຂອງໂລກປ່ຽນແປງນັ້ນ. ພະອົງຊົງກ່າວວ່າ ຊັບພະຍາກອນຂອງໂລກ ໄດ້ ຖືກປຸ້ນສະດົມ ຍ້ອນວິທີການນຳໃຊ້ແບບສາຍຕາສັ້ນຕໍ່ເສດຖະກິດ ການຄ້າແລະການຜະ ລິດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນພະຫັດວານນີ້ວ່າ ທ່ານຂໍສັນ ລະເສີນຈົດໝາຍຂອງພະສັນຕະປາປາ ແລະເວົ້າວ່າ ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ໃນການຕັດສິນໃຈຂອງພະສັນຕະປາປາ Francis ທີ່ໃຫ້ການອະທິບາຍຢ່າງຈະແຈ້ງແລະ ມີອິດທິພົນ ແລະພ້ອມດ້ວຍ ອຳນາດທາງດ້ານສິນທຳໂດຍເຕັມ ກ່ຽວກັບທ່າທີຂອງພະອົງ ກ່ຽວກັບເລື້ອງນີ້.

ປະທານາທິບໍດີສະຫະລັດກ່າວວ່າ ພວກເຮົາຕ້ອງໄດ້ປົກປ້ອງພວກຄົນທຸກນຳດ້ວຍ ທີ່ໄດ້
ມີສ່ວນໜ້ອຍທີ່ສຸດ ຕໍ່ວິກິດການທີ່ກຳລັງຈະເກີດຂຶ້ນ ແລະມີທ່າທາງວ່າ ຈະເປັນຜູ້ສູນເສຍ ຫຼາຍກວ່າໝູ່ ຖ້າພວກເຮົາຫາກບໍ່ສາມາດຕ່າວປີ້ນໄດ້.

XS
SM
MD
LG