ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ ຂຽນໜັງສື ຮຽກຮ້ອງ ຕໍ່ຊາວກາໂຕລິກ ກ່ຽວກັບ ສະພາບອາກາດ ປ່ຽນແປງ


ຈົດໝາຍສະບັບໃໝ່ຂອງພະສັນຕະປາປາ ຫົວຂໍ້ Laudato Si (ຈົ່ງສັນລະເສີນ) ກ່ຽວກັບ ຄວາມເປັນຫ່ວງ ຕໍ່ບ້ານເຮືອນຮ່ວມກັນ ຂອງພວກເຮົາ” ຖືກວາງສະແດງໃນລາຍງານ ການຖະແຫຼງຂ່າວທີ່ ສຳນັກ Vatican. 18 ມິຖຸນາ 2015
ຈົດໝາຍສະບັບໃໝ່ຂອງພະສັນຕະປາປາ ຫົວຂໍ້ Laudato Si (ຈົ່ງສັນລະເສີນ) ກ່ຽວກັບ ຄວາມເປັນຫ່ວງ ຕໍ່ບ້ານເຮືອນຮ່ວມກັນ ຂອງພວກເຮົາ” ຖືກວາງສະແດງໃນລາຍງານ ການຖະແຫຼງຂ່າວທີ່ ສຳນັກ Vatican. 18 ມິຖຸນາ 2015

ສຳນັກ Vatican ​ໄດ້​ເປີດເຜີຍ​ຈົດໝາຍ​ທີ່ສຳຄັນຂອງພະສັນຕະ
​ປາປາ Francis ໂດຍກ່າວ​ວ່າ ບັນຫາ​ໂລກ​ຮ້ອນ ​ແມ່ນ​ເກີດ​ມາ​
ຈາກ ການກະທຳຂອງມະນຸດ​ເປັນ​ສ່ວນ​ໃຫຍ່ ​ແລະ ເອີ້ນວ່າ ​ເປັນ
ນຶ່ງໃນ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ທຸກມື້ນີ້.

ຈົດໝາຍທີ່ມີການເປີດເຜີຍ​ຂອງ​ພະສັນຕະ​ປາປາໃນວັນພະຫັດ
ມື້ນີ້ທີ່ຍາວ 191 ໜ້າ ​ກ່າວ​ວ່າ “ມີຄວາມ​ເປັນ​ເອກະ​ພາບ​ກັນ​ຢ່າງ​
ແໜ້ນແກ່ນ​ ທາງ​ວິ​ທະຍາ​ສາດ ສະ​ແດງໃຫ້​ເຫັນ​ວ່າ ປະ​ຈຸບັນ​ນີ້
​ພວກເຮົາ​ກຳລັງ​ຮູ້​ເຫັນ​ສະພາບຄວາມ​ຮ້ອນ​ທີ່​ໜ້າລຳ​ຄານ​ຈາກ​
ລະບົບດິນຟ້າອາກາດ.”

ຈົດໝາຍ​ກ່າວ​ຕໍ່ໄປ​ວ່າ “ມວນ​ມະນຸດ​ທັງຫຼາຍ​ແມ່ນ​ຖືກ​ຮຽກຮ້ອງ​ໃຫ້ ຮັບ​ຮູ້​ເຖິງ​ຄວາມ​ຈຳເປັນ ໃນການ​ປ່ຽນ​ແປງ​ວິຖີ​ຊີວິດ​ການ​ເປັນ​ຢູ່, ການ​ຜະ ລິດ ​ແລະ ການ​ບໍລິ​ໂພ​ກ, ​ເພື່ອ​ຕໍ່​ສູ້ກັບ​ຄວາມ​ຮ້ອນ​ ຫຼື ຢ່າງ​ໜ້ອຍ​ກໍ​ສາ​ເຫດ​ທີ່​ເກີດ​ຂຶ້ນ​ຈາກ​ມະນຸດ​ເຊິ່ງຜະລິດ ​ຫຼື​ ຊ້ຳ​ເຕີມ​ມັນ,”

ພະສັນຕະ​ປາປາ Francis ຍັງ​ໄດ້​ເນັ້ນເຖິງ​ຄວາມ​ສຳຄັນ​ຂອງ​ການ​ຕໍ່ ຕ້ານ​ຄວັນ​ພິ​ດ ​ແລະ ປົກປ້ອງແຫຼ່ງນ້ຳຕ່າງໆ. ພ້ອມ​ກັນ​ນັ້ນ​ພະອົງຍັງ​ຮຽກຮ້ອງ​ໃຫ້ຫັນປ່ຽນຈາກ​ການໃຊ້ເຊື້ອໄຟທີ່ ມາຈາກ ຊາກພືດແລະສັດ ຢ່າງ​ຫຼວງ​ຫຼາຍ ​ແລະ ກ່າວ​ວ່າ ອັນ​ທີ່ເອີ້ນ​ວ່າ​ ​ຄາບອນ ​ເຄຣດິດ ນັ້ນ ​ແມ່ນ​ບໍ່​ໄດ້​ຜົນ.

ຈົດໝາຍຂອງ​ພະສັນຕະປາປາ, ​ເຊິ່ງ​ເປັນ​ເອກ​ະສານ​ທີ່​ສູງ​ສຸດ​ອັນ​ດັບ​ສອງນັ້ນ,ໄດ້ມີການເປີດ ເຜີຍໃຫ້ຊາບ ​ກ່ອນ​ການ​ຢ້ຽມ​ຢາມ​ສະຫະລັດ​ຂອງພະ​ອົງໃນເດືອນກັນຍາ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຂອງ​ສະ ຫະ​ປະຊາ​ຊາ​ຊາດ ກ່ຽວກັບ ການ​ປ່ຽນ​ແປງ​ຂອງດິນຟ້າ ອາກາດໃນ​ນະ ຄອນຫຼວງ Paris ທ້າຍ​ປີ​ນີ້.

​ເອກະສານດັ່ງກ່າວແມ່ນ​ສະທ້ອນໃຫ້ເຫັນຢ່າງ​ຕໍ່​ເນື່ອງ​ໃນ​ທັດສະນະທ່າທີ​ ທີ່​ຂ້ອນ​ຂ້າ​ງຈະ ກ້າວ ໜ້າຂອງພະສັນຕະປາປາ ຊາວ Argentina ຜູ້ ນີ້. ພະ​ອົງ​ຍັງ​ໄດ້​ຮຽກ​ຮ້ອງໃຫ້ສາສະ ໜາກາໂຕລິກ​ໃຫ້ການ​ຕ້ອນຮັບ​ເພີ້ມຂຶ້ນຕໍ່​ພວກ​ຮັກ​ຮ່ວມ​ເພດ ​ແຕ່​ບໍ່​ໃຫ້ເພັ່ງ​ເລັງຈົນເກີນໄປ ໃສ່​ບັນຫາ​ທີ່​ຖົກ​ຖຽງ​ກັນ ກ່ຽວພັນ​ກັບ​ການແທ້ງລູກ​ ແລະ​ການ​ແຕ່ງງານ​ ຂອງ​ເພດ​ດຽວ​ກັນ ນັ້ນ.

Pope Climate Change
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG