ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບຖະໜົນຫົນທາງເປ່ເພຫຼາຍ ກໍາລັງເປັນບັນຫາ ຂະນະທີ່ລາວ ຈະເປີດປີທ່ອງທ່ຽວ ໃນໄວໆນີ້


ທາງເສັ້ນນຶ່ງທີ່ເປ່ເພ ແລະຍັງບໍ່ທັນໄດ້ຮັບການສ້ອມແປງເທື່ອ ຊຶ່ງການສັນຈອນກໍເຫັນໄດ້ວ່າ ຍາກລຳບາງ.
ທາງເສັ້ນນຶ່ງທີ່ເປ່ເພ ແລະຍັງບໍ່ທັນໄດ້ຮັບການສ້ອມແປງເທື່ອ ຊຶ່ງການສັນຈອນກໍເຫັນໄດ້ວ່າ ຍາກລຳບາງ.

ການສັນຈອນຕາມທ້ອງຖະໜົນຈາກແຂວງນຶ່ງ ໄປຫາອີກແຂວງນຶ່ງປະສົບຄວາມຫຍຸ້ງຍາກ ແລະສິ້ນເປືອງຫຼາຍຂຶ້ນຍ້ອນຫົນທາງເປ່ເພຊຶ່ງຈະສ້າງຫຍຸ້ງຍາກໃນດ້ານການຂົນສົ່ງ ມື່ອລາວເປີດປີທ່ອງທ່ຽວ ປີ 2024 ກໍຄືເດືອນ ໜ້ານີ້, ອີງຕາມສະມາຊິກສະພາແຫ່ງຊາດລາວ ແລະປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ, ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະທີ່ລາວກໍາລັງກະກຽມເປີດປີທ່ອງທ່ຽວ 2024 ໃນເດືອນໜ້ານີ້ ບັນຫາສະ ພາບຖະໜົນຫົນທາງເປ່ເພ ເຮັດໃຫ້ການຂົນສົ່ງນັກທ່ອງທ່ຽວໄປບໍ່ສະດວກນັ້ນ ເປັນເລື້ອງທີ່ປະຊາຊົນ ແລະຜູ້ແທນຂອງເຂົາເຈົ້າ ມັກຍົກຂຶ້ນມາສົນທະນາກັນ ຫຼາຍໃນປັດຈຸບັນ ດັ່ງທີ່ສະມາຊິກສະພາທ່ານນຶ່ງສະເໜີຕໍ່ ຄະນະລັດຖະບານ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ທີ່ຫາກໍ່ຈົບລົງ ເມື່ອມໍ່ໆມານີ້ວ່າ:

“ນັກທ່ອງທ່ຽວພວກເຮົາ ກະຈະໄດ້ມາ. ຄັນມາຈັ່ງຊັ້ນແຫລະ ບັນຫາເສັ້ນທາງພວກເຮົາກະມີບັນຫາໜີ້. ແຕ່ຂ້າພະເຈົ້າກະບໍ່ທັນ ເຖິງຂັ້ນວ່າ ອັນໜີ້ ມີແຕ່ຢາກໃຫ້ລັດຖະບານນີ້ ໄດ້ສຸມທຶນຮອນໃນການສ້ອມແປງເສັ້ນທາງຫລັກ ບ່ອນມັນເປັນຂຸມເປັນບໍ່ນີ້ ຢາກໃຫ້ມີການສ້ອມແປງໃຫ້ໄປໄດ້ມາສະດວກເນາະ ບໍ່ທັນເຖິງຂັ້ນວ່າ ທຸ້ມເທທີ່ຫລວງຫລາຍ ເຮົາເຂົ້າໃຈວ່າ ສະພາບການປະຈຸບັນມັນມີຄວາມຫຍຸ້ງຍາກ ແຕ່ເຮັດແນວໃດໃຫ້ເສັ້ນທາງຂອງພວກເຮົານີ້ ໃຫ້ມັນໄປສະ ດວກ.”

ບັນຫາຖະໜົນຫົນທາງທີ່ເປ່ເພນີ້ ນອກຈາກວ່າມັນສ້າງຄວາມບໍ່ສະດວກຕໍ່ການ ທ່ອງທ່ຽວແລ້ວ ຍັງເຮັດໃຫ້ການເດີນທາງຂອງແມ່ຄ້າຊາວຂາຍຫຍຸ້ງຍາກ ແລະມີການສິ້ນເປືອງຫລາຍ ດັ່ງທີ່ແມ່ຄ້າຄົນນຶ່ງໃນນະຄອນຫຼວງວຽງຈັນ ທີ່ເດີນທາງ ໄປຕິດຕໍ່ການຄ້າຢູ່ແຂວງສະຫວັນນະເຂດໄດ້ປຽບທຽບຄວາມສະດວກ ແລະຫຍຸ້ງຍາກຂອງການຂັບຂີ່ລົດໂດຍຜ່ານທາງເລກ 13 ໃຕ້ຂອງລາວແລະຜ່ານປະເທດໄທສູ່ຟັງວ່າ:

“ໄປວຽງຈັນທີ່ໄປທາງລາວເດີ ແຕ່ສະຫວັນ ຫາວຽງຈັນສິບຫ້າຊົ່ວໂມງໃດ ບາດ ນີ້ນໍ້າມັນກະຫລາຍກວ່າ ເສັ້ນທາງກະຍາວກວ່າ ມັນກະສະບາຍກວ່າ ແລະປອດໄພບໍ່ມີຄວາມສ່ຽງ ອ້າຍໄປທາງໄທ ແລ່ນເລນໃຜເລນມັນ ປ້າຍສາກົນລະຄອນ ບອກພຸ້ນບອກພີ້ ໄປຕາມລູກສອນ ສົມມຸດຮອດເສັ້ນທາງຄົບປຶບມັນຊິບອກທາງໄປນັ້ນໄປນີ້ ທາງສາກົນລະຄອນເດີ ທາງນີ້ມຸກດາຫານເດີ້ ຕົງໄປນີ້ ນັ້ນເດີເຂົາກະບອກເຮົາກະໄປຕາມລູກສອນ. ລາວມານານແລ້ວ ສອງມາມີບັນຫາຫລາຍ”.

ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.
ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.

ແຕ່ວ່າບາງຄົນກໍເຫັນວ່າ ຄວາມບໍ່ສະດວກຂອງເສັ້ນທາງທີ່ກ່າວມາຂ້າງເທິງນັ້ນ ມີບ່ອນສະດວກຢູ່ພຽງປະມານ 1 ສ່ວນ 4 ຂອງໄລຍະທາງເທົ່ານັ້ນ ສ່ວນທີ່ເຫລືອ ແມ່ນມີຄວາມສະດວກຢູ່ ດັ່ງທີ່ພະນັກງານບໍລິຫານໃນບໍລິສັດຂົນສົ່ງແຫ່ງນຶ່ງໃນນະຄອນຫຼວງວຽງຈັນ ເວົ້າສູ່ຟັງວ່າ:

“ເຂດເມືອງປາກງື່ມແມ່ນຍາກ ກາຍໄປລະແມ່ນດີໂລດ ໄປຮອດປາກເຊບໍ່ມີບັນຫາ ຫວ່າງເຊົ້ານີ້ ກະພີ່ນ້ອງຂ້ອຍເມືອສອງຄັນ ທາງເມືອງປາກງື່ມ.”

ແຕ່ຢ່າງໃດກໍຕາມທ່ານກໍຍອມຮັບວ່າ ບັນຫາຄວາມບໍ່ໂປ່ງໃສໃນການຄຸ້ມຄອງງົບປະມານຂອງລັດຖະບານ ໃນຂະແໜງກໍ່ສ້າງຫົນທາງເປັນເລື້ອງທີ່ໜ້າເປັນຫ່ວງ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ກະບໍ່ຢາກມີຄໍາເຫັນລະມັນຫລາຍໂພດ ນຶ່ງລະເຮົາມີຄໍາເຫັນມັນກະບໍ່ຕື່ມຫຍັງມັນຮູ້ແຕ່ວ່າ ບ້ານເຮົາໆຕ້ອງເຂົ້າໃຈບ້ານເຮົາມັນອີ່ຫຍັງລະຄືເຈົ້າຮູ້ຫັ້ນລະສູ່ມື້ນີ້ ນັກການເມືອງມີເງິນຫລາຍກວ່າໝູ່ ນັກທຸລະກິດກະບໍ່ມີເງິນທໍ່ດອກ. ນັກທຸລະ ກິດນີ້ຊົ່ວຊິມີກໍາໄລເຮັດທາງເສັ້ນນຶ່ງ ລອດລົ້ມລອດຕາຍ ຊົ່ວຊິໄດ້ກໍາໄລ ສ່ວນເຂົາຈວດເຊັນບາດດຽວ.”

ບັນຫາການຂາດຄວາມໂປ່ງໃສໃນການໃຊ້ງົບປະມານກໍ່ສ້າງຖະໜົນຫົນທາງໃນ ຂະນະທີ່ລັດຖະບານຂາດແຄນງົບປະມານນີ້ ເປັນສິ່ງທີ່ສະມາຊິກສະພາແຫ່ງຊາດເອົາໃຈໃສ່ນໍາໄປສະເໜີຕໍ່ລັດຖະບານເຊັ່ນກັນ ດັ່ງທີ່ທ່ານຄໍາປະສິດ ເທບວົງສາ, ສະມາຊິກສະພາປະຊົນແຂວງເຊກອງ ໄດ້ນໍາສະໜີ ຢູ່ໃນກອງປະຊຸມສະພາສະໄໝສາມັນຄັ້ງທີ 6 ເມື່ອມໍ່ໆມານີ້ວ່າ:

“ທີສອງຄືວຽກທາງສາທາລະນະ ທາງສາທາລະນະ ໃນການປະມູນຄ່າປະມູນ ນຶ່ງກິໂລໜີ້ສອງລ້ານກວ່າຫລຽນສະຫະລັດ ຈິງໆແລ້ວມູນຄ່າຂອງທາງຈະຕີປະເມີນພຽງແຕ່ເຈັດແສນເຖິງນຶ່ງລ້ານຫລຽນສະຫະລັດເທົ່ານັ້ນ ແຕ່ເນື່ອງຈາກວ່າ ການທີ່ລັດບໍ່ມີງົບປະມານແລ້ວເລີຍໃຫ້ເອກະຊົນເຮັດກ່ອນຫັ້ນ ແລ້ວຍົກລາຄາສູງຂຶ້ນມັນລະເຮັດໃຫ້ລັດເຮົາກະເປັນໜີ້ໃນທີ່ສຸດ ໂຕນີ້ກະສາມາດກວດສອບໄດ້ຄືກັນ. ສຸດທ້າຍພວກເຮົາພວກທ່ານກະ ເຫັນກັນ ວ່າທາງທີ່ຍົກລາຄາຂຶ້ນສູງນັ້ນ ປັດຈຸບັນມັນກະເພໄປຈົນໝົດທົ່ວປະເທດ ຕັ້ງແຕ່ເໜືອຮອດໃຕ້ ອັນນີ້ຕ້ອງຍອມ ຮັບໃນຄວາມເປັນຈິງວ່າພວກເຮົາຜິດພາດວຽກງານກວດສອບກວດກາ ແລະໃນທາງວຽກງານປະຕິບັດຕົວຈິງແທ້ໆ.”

ສ່ວນແຂວງຫຼວງພະບາງນັ້ນ ທີ່ເປັນແຫລ່ງທ່ອງທ່ຽວທີ່ໂດ່ງດັງລະດັບໂລກນັ້ນໄດ້ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານຄົນ ພາຍໃນ ປີ 2025 ແຕ່ເມື່ອສະພາບຖະໜົນຫົນທາງຫຼວງບໍ່ສະດວກ ມັນອາດເຮັດໃຫ້ການຂົນສົ່ງສິນຄ້າ ແລະນັກທ່ອງທ່ຽວບໍ່ສະດວກ ແລະສິ້ນເປືອງເງິນຫລາຍ ຊຶ່ງອາດຈະເຮັດໃຫ້ຍາກທີ່ ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດ ເຂົ້າມາທ່ຽວລາວໄດ້.

XS
SM
MD
LG