ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ເດີນ​ທາງ​ໄປ ເກົາຫຼີ​ເໜືອ


ລັດ​ຖະ​ມົນ​ຕ ​ີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ລາຍ​ງານ​ຕໍ່ບັນ​ດາ​ນັກ​ຂ່າວ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດໃນ​ນະ​ຄອນຫຼວງ
ວໍ​ຊິງ​ຕັນ. 3 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕ ​ີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ລາຍ​ງານ​ຕໍ່ບັນ​ດາ​ນັກ​ຂ່າວ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 3 ຕຸ​ລາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ເດີນ​ທາງ​ໄປ​ປະ
ເທດ ເກົາຫຼີເໜືອ ໃນວັນອາທິດມື້ນີ້ ເພື່ອການເຈລະຈາກັບຜູ້ນຳຂອງເຂົາເຈົ້າ ທ່ານ ກິມ
ຈົງ ອຶນ.

ທ່ານ ພອມ​ພຽວ ກ່າວ​ວ່າ ເປົ້າ​ໝາຍ​ຂອງ​ການ​ປະ​ຊຸມ​ກັບ ເກົາຫຼີ​ເໜືອ ຂອງ​ທ່ານ​ແມ່ນ
“ເພື່ອ​ຮັບ​ປະ​ກັນ​ວ່າ ພວກ​ເຮົາ​ເຂົ້າ​ໃຈ​ວ່າ​ແຕ່​ລະ​ຝ່າຍ​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ອັນໃດ​ແທ້.
ແລະ ພວກເຮົາສາມາດປະຕິບັດຕໍ່ຄຳໝັ້ນສັນຍາທີ່ພວກເຮົາໄດ້ເຮັດ” ໃນປະເທດ ສິງ
ກະໂປ ບ່ອນທີ່ທ່ານ ກິມ ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຈັດກອງ
ປະຊຸມສຸດຍອດຄັ້ງປະຫວັດສາດຂອງພວກເພິ່ນໃນຕົ້ນປີນີ້.

ທ່ານ​ຍັງ​ໄດ້​ກ່າວ​ວ່າ ທ່ານ​ຫວັງ​ວ່າ ​ຈະ​ກຳ​ນົດ​ວັນ​ ​ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ​ສອງ​
ລະຫວ່າງ ທ່ານ ກິມ ກັບ ທ່ານ ທຣຳ ດ້ວຍ.

ທ່ານ​ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ຈະ​ເດີນ​ທາງ​ອອກ​ຈາກ ນະ​ຄອນຫຼວງ ໂຕ​
ກຽວ, ເຊິ່ງ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ຂອງ​ທ່ານ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ພາກ​ພື້ນ​
ເອເຊຍຕາເວັນອອກສາມວັນ. ໃນວັນເສົາວານນີ້ ທ່ານໄດ້ພົບປະກັບນາຍົກລັດຖະມົນຕີ
ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ທາໂຣ ໂຄໂນະ
ກ່ຽວກັບ ການຢ້ຽມຢາມ ເກົາຫຼີເໜືອ ຄັ້ງຈະມາເຖິງນີ້.

ທ່ານ ພອມ​ພຽວ​ ໄດ້​ກ່າວ​ວ່າ ມັນ​ມີ​ຄວາມ​ສຳ​ຄັນຫຼາຍ​ ສຳ​ລັບ​ພັນ​ທະ​ມິດ​ສອງ​ປະ​ເທດ ທີ່​
ຈະມີຄວາມຄິດເຫັນທີ່ “ປະສານງານກັນຢ່າງເຕັມທີ່, ແລະ ເປັນນຶ່ງດຽວກັນ ກ່ຽວກັບ ວິ
ທີທີ່ຈະດຳເນີນຕໍໄປ, ເຊິ່ງມັນຈະເປັນສິ່ງທີ່ມີຄວາມຕ້ອງການ ຖ້າພວກເຮົາຈະປະສົບຜົນ
ສຳເລັດໃນການປົດອາວຸດນິວເຄລຍໃນ ເກົາຫຼີເໜືອ.”

ທ່ານ ອາ​ເບະ ກ່າວ​ວ່າ ທ່ານ​ຄິດ​ວ່າ ການ​ເຈ​ລະ​ຈາ​ຂອງ​ພວກ​ເພິ່ນ​ໄດ້​ສະ​ແດງ​ໃຫ້​ໂລກ​
ເຫັນວ່າ ການເປັນພັນທະມິດກັນລະຫວ່າງ ຍີ່ປຸ່ນ ກັບ ສະຫະລັດ ແມ່ນ “ເຂັ້ມແຂງກວ່າ
ທີ່ເຄີຍມີມາ.”

ທ່ານ​ທູດ​ລະ​ດັບ​ສູງທ່ານນີ້​ ​ຍັງ​ຈະ​ໄປ​ຢ້ຽມ​ຢາມ ເກົາຫຼີ​ໃຕ້ ແລະ ຈີນ ກ່ອນ​ເດີນ​ທາງ​ກັບ​
ບ້ານ.

ການ​ຢ້ຽມ​ຢາມ ປັກ​ກິ່ງ ອາດ​ຈະ​ມີ​ຄວາມ​ເຄັ່ງ​ຕຶງ​ແດ່ ໃນ​ຂະ​ນະທີ່ມັນ​ຈະ​ເກີດ​ຂຶ້ນຫຼັງ​ຈາກ​
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ກ່າວຄຳປາໄສທີ່ຮຸນແຮງໃນການ
ກ່າວຫາ ຈີນ ກ່ຽວກັບ ການໃຊ້ກຳລັງທະຫານຮຸກຮານ, ຂີ້ລັກທາງການຄ້າ, ລະເມີດສິດ
ທິມະນຸດຫຼາຍຂຶ້ນ ແລະ ແຊກແຊງການເລືອກຕັ້ງຂອງທ່ານ ທຣຳ.

U.S. Secretary of State Mike Pompeo headed to North Korea Sunday for talks with its leader Kim Jong Un.

Pompeo has said the goal of his meeting with North Korea is "to make sure we understand what each side is truly trying to achieve . . . and how we can deliver against the commitments that were made" in Singapore where Kim and U.S. President Donald Trump held their historic summit earlier this year.

He has also said he hopes to pin down a date for a second summit between Kim and Trump.

The top U.S. diplomat departed from Tokyo, the first stop of his three-day tour of East Asia.He met Saturday with Japanese Prime Minister Shinzo Abe and Foreign Minister Taro Kono about the upcoming visit to North Korea.

Pompeo said it is important for the two allies to have a "fully coordinated, unified view of how to proceed, which will be what is needed if we are going to be successful on denuclearizing North Korea."

Abe said he thinks that their talks demonstrate to the world that the alliance between Japan and the U.S. is "more robust than ever."

The top U.S. diplomat will also visit South Korea and China before heading home.

The Beijing visit could be tense as it comes days after U.S. Vice President Mike Pence delivered a blistering speech accusing China of military aggression, commercial theft, rising human rights violations and electoral intervention against Trump.

XS
SM
MD
LG