ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ພອມພຽວ ຈະພົບປະກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງເກົາຫຼີເໜືອ ຢູ່ ນິວຢອກ


North Korea US
please wait
Embed

No media source currently available

0:00 0:00:34 0:00

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ຈະພົບປະກັບນາຍພົນ
4 ດາວ ທ່ານນຶ່ງຂອງ ເກົາຫຼີເໜືອ ໃນທ້າຍສັບປະດານີ້ ຢູ່ໃນ ນະຄອນນິວຢັອກ ເພື່ອ
ເຈລະຈາ ກ່ຽວກັບແຜນການຈັດກອງປະຊຸມສຸດຍອດ ລະຫວ່າງ ປະທານາທິບໍດີ ດໍໂນລ
ທຣຳ ແລະ ຜູ້ນຳເກົາຫຼີເໜືອ ອີງຕາມທຳນຽບຂາວ.

ທ່ານ ກິມ ຢອງ ໂຊລ ຮອງປະທານ ຄະນະກຳມະການສູນກາງ ທີ່ມີອິດທິພົນທັງເປັນ
ອະດີດ ຫົວໜ້າສືບລັບຂອງເກົາຫຼີເໜືອ ໄດ້ເດີນທາງອອກຈາກປັກກິ່ງ ໂດຍເຮືອບິນ
ໂດຍສານ ຂອງສາຍການບິນ Air China ໃນວັນອັງຄານວານນີ້ ທີ່ບິນໄປຍັງ ສະໜາມ
ບິນສາກົນ ຈອນ ແອັບ ເຄນເນດີ ໃນນະຄອນນິວຢອກ.

ເມື່ອຕອນເຊົ້າມື້ວານນີ້ ທ່ານທຣຳ ໄດ້ຂຽນລົງໃນທວີດເຕີ້ວ່າ ການມາຢ້ຽມຢາມ ຂອງ
ທ່ານກິມ ແມ່ນ “ການຕອບສະໜອງທີ່ແໜ້ນໜັກ ຕໍ່ຈົດໝາຍຂອງຂ້າພະເຈົ້າ,
ຂອບໃຈ!”


ທ່ານນາງ ຈີນ ລີ ຜູ້ອຳນວຍການ ໂຄງການເກົາຫຼີ ຢູ່ທີ່ສູນກາງ ວີລສັນ (Wilson
Center) ໄດ້ກ່າວວ່າ “ທ່ານ ກິມ ຢອງ ໂຊລ ເປັນຄົນທີ່ຊື່ມໃສ່ຫູ ຂອງທ່ານກິມ ຈົງ ອຶນ.
ບໍ່ພຽງແຕ່ ເປັນຜູ້ໃຫ້ຄຳແນະນຳເພິ່ນ ກ່ຽວກັບຍຸດທະສາດ ເທົ່ານັ້ນ ແຕ່ຍັງເປັນຜູ້ສື່
ສານຄວາມຮຽກຮ້ອງຕ້ອງການ ຂອງຜູ້ນຳ ອີກດ້ວຍ. ເພິ່ນກຳລັງຈະມາ ນະຄອນ
ນິວຢອກ ໃນນາມທ່ານກິມ ຈົງ ອຶນ ເພື່ອທຳການເຈລະຈາ. ມັນກໍເປັນສັນຍານ ທີ່ໜັກ
ແໜ້ນຫຼາຍ ອີກອັນນຶ່ງຂອງ ຄວາມໝັ້ນໝາຍ ຕໍ່ກອງປະຊຸມສຸດຍອດນີ້.”

ທ່ານນາງ ລີ ອະດີດຫົວໜ້າຫ້ອງການ ຂອງອົງການຂ່າວເອພີ ປະຈຳນະຄອນ ພຽງຢາງ
ບອກວີໂອເອ ວ່າ ຄາດກັນໄວ້ວ່າ ຄວນຈະມີການສົນທະນາທີ່ແຂງຂັນ “ໃນຂະນະທີ່
ສະຫະລັດ ແລະ ຝ່າຍເກົາຫຼີເໜືອ ພະຍາຍາມທີ່ຈະໃຫ້ມີແນວຄິດ ທີ່ຄ້າຍຄືກັນ ກ່ຽວ
ກັບ ສິ່ງທີ່ທັງສອງຜູ້ນຳ ຈະບັນລຸຢູ່ທີ່ກອງປະຊຸມສຸດຍອດ ທີ່ຄາດຫວັງກັນຢູ່ນີ້.”

Pompeo to Meet Top N. Korean Official in NY as Summit Preparations Progress
please wait

No media source currently available

0:00 0:02:06 0:00

ທ່ານທຣຳ ໄດ້ສົ່ງຈົດໝາຍສະບັບນຶ່ງໄປຫາຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໂດຍກ່າວ
ວ່າ ກອງປະຊຸມສຸດຍອດ ທີ່ກຳນົດ ໃສ່ວັນທີ 12 ມິຖຸນາຢູ່ສິງກະໂປ ຂອງພວກເພິ່ນນັ້ນ
ຈະບໍ່ເກີດຂຶ້ນ ໂດຍຖິ້ມໂທດໃສ່ ອັນທີ່ທ່ານໄດ້ກ່າວວ່າ ເປັນ “ຄວາມໂກດແຄ້ນທີ່ສຸດ
ແລະ ເຈດຕະນາປອງຮ້າຍທີ່ເປີດເຜີຍ”
ເຊິ່ງໄດ້ສະແດງອອກ ໃນຖະແຫລງການ ຈາກ
ພຽງຢາງ. ແຕ່ການເຈລະຈາ ລະຫວ່າງ ທັງສອງປະເທດ ຍັງດຳເນີນຕໍ່ໄປ ລວມທັງການ
ເຈລະຈາ ຢູ່ທີ່ເຂດປອດທະຫານຂອງເກົາຫຼີ ນຳດ້ວຍ.


“ຖ້າມັນເກີດຂຶ້ນ ໃນວັນທີ 12 ມິຖຸນາ ນີ້ ແນ່ນອນ ພວກເຮົາກໍພ້ອມແລ້ວ. ຖ້າມັນເປັນ
ຍ້ອນເຫດຜົນອັນໃດອັນນຶ່ງ ເກີດຂຶ້ນ ລຸນຫຼັງມື້ດັ່ງກ່າວ ພວກເຮົາ ກໍພ້ອມແລ້ວ ສຳລັບ
ອັນນັ້ນ ເຊັ່ນກັນ”
ນັ້ນຄືຄຳເວົ້າ ຂອງໂຄສົກທຳນຽບຂາວ ທ່ານນາງ ແຊຣາ ແຊນເດີສ໌
ທີ່ໄດ້ບອກບັນດານັກຂ່າວ ຢູ່ເທິງເຮືອບິນປະຈຳຕຳແໜ່ງ Air Force One ໃນຕອນທ່ຽງ
ວັນອັງຄານວານນີ້.

ທ່ານນາງ ແຊນເດີສ໌ ກ່າວຕື່ມວ່າ ມີປັດໄຈຈຳນວນນຶ່ງ ທີ່ຈະຕັດສິນໄດ້ວ່າ ໃນເວລາໃດ
ມັນຈະຖືກກຳນົດກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG