ໃນເດືອນຄົບຮອບ 20 ປີ ແຫ່ງການລາຍງານປະຈໍາປີ ກ່ຽວກັບການຄ້າມະນຸດຢູ່ໃນທົ່ວໂລກ ກໍຄື ເດືອນມິຖຸນາຜ່ານມານັ້ນ ກະຊວງການຕ່າງປະເທດສະຫະລັດ ໄດ້ພິມເຜີຍແຜ່ບົດລາຍງານປະຈໍາປີ 2020 ຊຶ່ງໃນນັ້ນ ພາກສ່ວນທີ່ ກ່ຽວຂ້ອງກັບລາວ ໄດ້ແບ່ງເປັນສອງຕອນ ແລະລາວ ກໍໄດ້ຖືກຈັດເຂົ້າໃນກຸ່ມທີ 2 ຫຼື Tiers 2 ຂອງທັງໝົດ 3 ກຸ່ມ. ອັນດັບຕໍ່ໄປ ຂໍເຊີນທ່ານຮັບຟັງ ລາຍລະ ອຽດ ກ່ຽວກັບຕອນທີ 1 ຂອງລາຍງານນີ້ ຈາກບົວສະຫວັນ ໄດ້ເລີຍ.
ລາຍງານປະຈຳປີຄັ້ງທີ 20 ຂອງກະຊວງການຕ່າງປະເທດສະຫະລັດທີ່ເຜີຍແຜ່ ອອກມາ ໃນເດືອນມິຖຸນາຜ່ານມາ ຍັງສືບຕໍ່ຈັດ ສປປ ລາວເຂົ້າໄວ້ໃນກຸ່ມທີ 2 ຫລື Tiers 2 ຂອງຈໍານວນທັງໝົດ 3 ກຸ່ມເໝືອນກັບລາຍງານປະຈໍາປີສະບັບ ກ່ອນຢູ່ ຊຶ່ງກຸ່ມທີ 2 ນີ້ ແມ່ນໝາຍເຖິງພວກປະເທດທີ່ຍັງຈະຕ້ອງຖືກຕິດຕາມສິ້ງຊອມເບິ່ງຢູ່. ທັງນີ້ກໍເພາະວ່າ ສປປ ລາວ ບໍ່ໄດ້ປະຕິບັດຢ່າງຄົບຖ້ວນຕາມມາດຕະຖານຕ່ຳສຸດໃນການຄ້າມະນຸດ ແຕ່ວ່າ ລັດຖະບານລາວໂດຍລວມແລ້ວ ໄດ້ດໍາເນີນຄວາມພະຍາມຫລາຍຂຶ້ນ ເພື່ອປັບປຸງໃນຫລາຍດ້ານ.
ໃນການດໍາເນີນຄວາມພະຍາຍາມ ອັນສໍາຄັນເຫລົ່ານັ້ນລວມມີ ລັດຖະບານທໍາ ການສືບສວນຄະດີການຄ້າມະນຸດຢູ່ພາຍໃນປະເທດ ທີ່ກ່ຽວຂ້ອງກັບ ຄົນຕ່າງ ປະເທດເປັນຄັ້ງທໍາອິດຢູ່ໃນລາວ ແລະຮັບປະກັນວ່າ ໃຫ້ມີການຕັດສິນໂທດ ດ້ານການຄ້າມະນຸດ ຢູ່ພາຍໃນປະເທດເປັນຄັ້ງທໍາອິດເຊັ່ນກັນ. ນອກນັ້ນແລ້ວ ລັດຖະບານຍັງໄດ້ເພີ້ມງົບປະມານໃນການຕ້ານການຄ້າມະນຸດຂຶ້ນຢ່າງຫລວງ ຫຼາຍ ຕາມແຜນການປະຕິບັດງານແຫ່ງຊາດວາງໄວ້ ແລະເພີ້ມທະວີການຮ່ວມມືກັນລະຫວ່າງຫລາຍຝ່າຍ ແລະຮ່ວມມືກັບອົງການສັງຄົມພົນລະເຮືອນຕ່າງໆ ເພີ້ມຂຶ້ນ ພ້ອມທັງຍົກລະດັບຄວາມຮູ້ ຄວາມເຂົ້າໃຈກ່ຽວກັບບັນຫານີ້ ຢູ່ໃນຂັ້ນ ສູນກາງ ແລະຂັ້ນທ້ອງຖິ່ນ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ບໍ່ໄດ້ປະຕິບັດຢ່າງຄົບຖ້ວນຕາມມາດຕະຖານຕ່ຳສຸດ ໃນການຄ້າມະນຸດຢູ່ໃນຫລາຍດ້ານ, ອີງຕາມລາຍງານສະບັບນີ້ ຂອງກະຊວງການຕ່າງປະເທດສະຫະລັດ. ເຖິງແມ່ນລັດຖະບານຈະສືບຕໍ່ເຮັດລະບຽບຊີ້ນຳແຫ່ງຊາດ ໃນການໃຫ້ການປົກປ້ອງ ແລະການນໍາສົ່ງຕົວພວກ
ໄດ້ຮັບເຄາະຮ້າຍກໍຕາມ, ແຕ່ວ່າວ່າ ຂໍ້ກໍານົດໃນລະບຽບຊີ້ນໍາເຫຼົ່ານີ້ກໍຍັງບໍ່ທັນ ໄດ້ຮັບການຮັບຮອງເອົາເທື່ອໃນຕອນທີ່ມີການຂຽນບົດລາຍງານນີ້ຢູ່ນັ້ນ. ລັດ ຖະບານຍັງພົບຂໍ້ຫຍຸ້ງຍາກໃນການລະບຸຕົວພວກໄດ້ຮັບເຄາະຮ້າຍ ທີ່ເປັນຄົນລາວ ແລະຕ່າງປະເທດຢູ່ພາຍໃນປະເທດນັ້ນ ເຖິງແມ່ນວ່າ ຈະມີການຮັບຮູ້ຈາກບັນດາເຈົ້າໜ້າທີ່ ແລະອົງການບໍ່ຂຶ້ນກັບລັດຖະບານ ວ່າ ມີຄວາມສ່ຽງຕໍ່ການຄ້າມະນຸດເພີ້ມຂຶ້ນ ຢູ່ໃນເຂດເສດຖະກິດພິເສດ, ນິຄົມປູກຝັງກະສິກໍາຕ່າງໆ ແລະຢູ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານຂະໜາດໃຫຍ່. ຍັງບໍ່ທັນມີການບໍລິການ ທີ່ໃຫ້ການປົກປ້ອງແກ່ພວກໄດ້ຮັບເຄາະຮ້າຍຈາກການຄ້າມະນຸດທີ່ເປັນເພດຊາຍເທື່ອ. ລັດຖະບານຍັງສືບຕໍ່ຫ້າມບໍ່ໃຫ້ກໍາມະກອນໄປເຮັດວຽກຢູ່ຕ່າງປະເທດ ສໍາລັບການຈ້າງງານທີ່ບໍ່ມີຝີມືໃດນຶ່ງ ຊຶ່ງພາໃຫ້ມີ ການສ່ຽງໄພ ທີ່ບາງຄົນທີ່ຍົກຍ້າຍໄປຊອກເຮັດວຽກ ໂດຍບໍ່ຜ່ານແບບທາງການນັ້ນ ອາດຈະຖືກພວກນາຍໜ້າ ແລະພວກຄ້າມະນຸດທີ່ບໍ່ດີ ຫລອກໄດ້ງ່າຍ.
ກ່ຽວກັບຄຳແນະນຳຕໍ່ລັດຖະບານລາວໃນການແກ້ໄຂບັນຫານີ້ ລາຍງານກະຊວງ ການຕ່າງປະເທດສະຫະລັດ ໃຫ້ຄຳເຫັນວ່າ ໃຫ້ສືບຕໍ່ເພີ້ມຄວາມພະຍາຍາມໃນການເຜີຍແຜ່, ຈັດຕັ້ງປະຕິບັດ, ແລະຝຶກອົບຮົມຕຳຫລວດ ແລະເຈົ້າໜ້າທີ່ປ້ອງກັນຊາຍແດນກ່ຽວກັບຂໍ້ແນະນຳໃນການປົກປ້ອງຜູ້ໄດ້ຮັບເຄາະຮ້າຍ ແລະນໍາສົ່ງ ຕົວແຫ່ງຊາດ ໂດຍເພັ່ງເລັງໃສ່ກຸ່ມທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ. ນອກນັ້ນ ໃຫ້ກວດກາເບິ່ງສິ່ງທີ່ສໍ່ສະແດງໃຫ້ເຫັນວ່າ ເປັນການຄ້າມະນຸດ ຢູ່ໃນກຸ່ມຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ລວມທັງ ແຕ່ບໍ່ຈຳກັດ ແຕ່ກໍາມະກອນຕ່າງປະເທດ ຊຶ່ງລວມມີກໍາມະກອນເກົາຫລີເໜືອ ແລະກໍາມະກອນລາວ ທີ່ເຮັດວຽກຢູ່ໃນໂຄງການກໍ່ສ້າງໂຄງລ່າງພື້ນຖານ, ການຂຸດຄົ້ນ ບໍ່ແຮ່ ແລະກະສິກໍາຂະໜາດໃຫຍ່, ແລະ ພວກອອກແຮງງານ ທີ່ຖືກກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ, ແລະພວກຜູ້ຍິງທີ່ເປັນຄົນລາວ ແລະຄົນຕ່າງປະເທດທີ່ຢູ່ໃນການຄ້າປະເວນີຢູ່ໃນລາວ. ໃຫ້ເພີ້ມການດຳເນີນຄວາມພະຍາຍາມໃນການປ້ອງກັນ, ເຮັດໃຫ້ການຂ້າມຊາຍແດນ ທີ່ບໍ່ເປັນທາງການໃຫ້ກາຍເປັນທາງການ ແລະຕິດຕາມເບິ່ງການຂ້າມຊາຍແດນແບບນັ້ນ ຢູ່ໃນເຂດຫ່າງໄກສອກຫລີກ ແລະເຂດພູຜາທີ່ພວກອອກແຮງງານລາວຢູ່ຕ່າງປະເທດມັກໃຊ້ໃນການເດີນທາງກັບຄືນບ້ານນັ້ນ, ແລະກວດຫາສິ່ງທີ່ສໍ່ສະແດງໃຫ້ເຫັນວ່າອາດມີຜູ້ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດຢູ່ໃນຄົນກຸ່ມນີ້. ໃຫ້ເພີ້ມການຝຶກອົບຮົມເຈົ້າໜ້າທີ່ປະຕິບັດກົດໝາຍໃນລະດັບຊາດ ແລະທ້ອງຖິ່ນກ່ຽວກັບຂໍ້ປັບປຸງໃໝ່ຂອງກົດລະບຽບການປັບໃໝ ແລະລົງໂທດຕາມກົດໝາຍອາຍາ ແລະຍົກລະດັບຄວາມສາມາດຂອງພວກເຂົາເຈົ້າ ໃນການສືບສວນ, ດຳເນີນຄະດີ, ແລະຕັດສິນຄະດີ ຕໍ່ພວກຄ້າມະນຸດຊຶ່ງລວມທັງພວກເຈົ້າໜ້າທີ່ ທີ່ຮູ້ເຫັນເປັນໃຈນຳ ແລະນັກທ່ອງທ່ຽວ ທີ່ມີເພດສຳພັນກັບເດັກນ້ອຍອີກດ້ວຍ.
ໃຫ້ລັດຖະບານສືບຕໍ່ຮ່ວມມືກັບກຸ່ມສັງຄົມພົນລະເຮືອນ ເພື່ອປັບປຸງແລະຍືດໄລຍະແຜນປະຕິບັດງານຂອງຊາດໃຫ້ກາຍປີ 2020 ໄປອີກ ໂດຍໃຫ້ເອົາໃຈໃສ່ເບິ່ງທ່າອ່ຽງແລະການຕົກເປັນເຫຍື່ອຂອງການຄ້າມະນຸດທີ່ກຳລັງປ່ຽນແປງໄປ. ໃຫ້ເພີ້ມຄວາມພະຍາຍາມ ແລະງົບປະມານຂອງລັດຖະບານເຂົ້າໃສ່ໂຄງການໃຫ້ບໍລິການ ແລະການຊ່ວຍເຫລືອແກ່ພວກໄດ້ຮັບເຄາະຮ້າຍ, ແລະຂະຫຍາຍການບໍລິການເຫລົ່ານີ້ອອກເພື່ອສະໜອງໃຫ້ແກ່ພວກເຄາະຮ້າຍທີ່ເປັນຜູ້ຊາຍນຳດ້ວຍ. ໃຫ້ຍົກເລີກຂໍ້ກຳນົດທີ່ຮຽກຮ້ອງໃຫ້ຜູ້ໄດ້ຮັບເຄາະຮ້າຍ ຕ້ອງຍື່ນໃບຄຳຮ້ອງ ຢ່າງເປັນທາງການ ເພື່ອຂໍການຊົດເຊີຍຄ່າເສຍຫາຍຈາກພວກທີ່ນຳເຂົາເຈົ້າໄປຂາຍ. ເພີ້ມການປັບປຸງ ຄວາມໂປ່ງໃສຂຶ້ນອີກ ໂດຍການເກັບກຳຂໍ້ມູນກ່ຽວກັບກິດຈະກຳຕ້ານການຄ້າມະນຸດຂອງລັດຖະບານຮວມທັງລາຍລະອຽດຂອງກໍລະນີຕ່າງໆ ແລະການອະນຸມັດເງິນ ແລະແຈ້ງຂໍ້ມູນນີ້ໃຫ້ກະຊວງຕ່າງໆ ແລະບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ກ່ຽວຂ້ອງຊາບນໍາ. ຫລຸດຜ່ອນສິ່ງກີດຂວາງຕໍ່ການຍົກຍ້າຍ ໄປອອກແຮງງານທີ່ເປັນທາງການ ເພື່ອຈະຫລຸດຜ່ອນໂອກາດ ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ສໍາລັບພວກກໍາມະກອນເຄື່ອນທີ່ ລວມທັງຍົກເລີກການເກືອດຫ້າມຍົກຍ້າຍໄປເຮັດວຽກຢູ່ພາຍ ໃນປະເທດ ແລະ ກ້າວໄປລົບລ້າງ ການຈັດຫາງານ ທີ່ມີການເກັບຄ່າທໍານຽມ. ໃຫ້ເພີ້ມການດຳເນີນຄວາມພະຍາຍາມຂອງພວກປະຕິບັດງານ ທາງການທູດຢູ່ຕ່າງປະເທດ ໃຫ້ຊ່ວຍເຫລືອໃນການລະບຸໂຕ ແລະປົກປ້ອງພວກເຄາະຮ້າຍຈາກການຄ້າປະເວນີ ແລະອອກແຮງງານແບບຖືກບັງຄັບ.
ໃນດ້ານການການຟ້ອງຮ້ອງ ດຳເນີນຄະດີພວກຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ລັດຖະບານໄດ້ດໍາເນີນຄວາມພະ ຍາຍາມໃນການບັງຄັບໃຊ້ກົດໝາຍພໍສົມຄວນ. ພາຍໃຕ້ມາດຕາ 125 ຂອງປະມວນກົດໝາຍອາຍານັ້ນ ໄດ້ລະບຸວ່າການຄ້າມະນຸດໃນແບບການຄ້າປະເວນີແລະບັງຄັບໃຊ້ແຮງງານແມ່ນຜິດກົດໝາຍອາຍາ ແລະກຳນົດການລົງໂທດນັບແຕ່ຈຳຄຸກ 5 ປີ ຫາ 15 ປີ, ຈ່າຍຄ່າປັບໃໝແຕ່ 10 ຫາ 100 ລ້ານກີບ ຊຶ່ງເທົ່າກັບ 1,130 ໂດລາ ຫາ 11,280 ໂດລາ. ຖ້າຫາກວ່າການກະທໍາຜິດກ່ຽວ ຂ້ອງກັບຜູ້ໄດ້ຮັບເຄາະຮ້າຍ ທີ່ເປັນເດັກນ້ອຍ ຄ່າປັບໃໝນັ້ນ ຈະເພີ້ມຂຶ້ນເປັນ 100 ລ້ານ ຫາ 500 ລ້ານກີບ ຫລືເທົ່າກັບ 11,280 ໂດລາ ຫາ 56,400 ໂດລາ. ການປັບໃໝນີ້ ຖືວ່າ ມີຄວາມເຂັ້ມງວດເພີ້ມຂຶ້ນຢ່າງພຽງພໍ. ແລະສໍາລັບການຄ້າປະເວນີແລ້ວ ແມ່ນທຽບເທົ່າກັບໂທດໃນການກະທຳຄວາມຜິດຮ້າຍແຮງທາງອາຍາອັນອື່ນໆ ເຊັ່ນການຂົ່ມຂືນສຳເລົາເປັນຕົ້ນ.
ໃນປີ 2019 ກົມຕໍ່ຕ້ານການຄ້າມະນຸດ ຫລື ATD ຢູ່ທົ່ວປະເທດຢູ່ໃນກະຊວງ ປ້ອງກັນຄວາມສະຫງົບ ລາຍງານວ່າ ໄດ້ທໍາການສືບສວນ 32 ກໍລະນີ ຊຶ່ງສົ່ງຜົນໃຫ້ມີການລະບຸວ່າ 12 ກໍລະນີ ໃນນັ້ນເປັນການຄ້າມະນຸດ. ໃນທ້າຍປີນັ້ນ ມີ 12 ກໍລະນີຍັງກໍາລັງທໍາການສືບສວນຢູ່ ຊຶ່ງ 5 ກໍລະນີໃນນັ້ນແມ່ນກ່ຽວຂ້ອງ ກັບຜູ້ຕ້ອງສົງໄສວ່າເປັນພວກເອົາຄົນໄປຂາຍບໍລິການທາງເພດ ທີ່ຖືກກ່າວຫາ ວ່າ ໄດ້ຂູດຮີດຜູ້ໄດ້ຮັບເຄາະຮ້າຍຊາວຫວຽດນາມ 10 ຄົນ ຊຶ່ງເປັນຄັ້ງທໍາອິດ ທີ່ມີລາຍງານວ່າ ລັດຖະບານທໍາການສືບສວນກໍລະນີຄ້າມະນຸດທີ່ກ່ຽວຂ້ອງກັບ ຜູ້ໄດ້ຮັບເຄາະຮ້າຍທີ່ເປັນຄົນຕ່າງປະເທດຢູ່ໃນລາວ. ພວກເຈົ້າໜ້າທີ່ໄດ້ເລີ້ມ ການດໍາເນີນຄະດີ 14 ຄະດີ ຕໍ່ຜູ້ຕ້ອງສົງໄສ 25 ຄົນວ່າ ເປັນພວກຄ້າມະນຸດ ເມື່ອທຽບກັບປີ 2018 ທີ່ມີແຕ່ 12 ຄະດີ. ລັດຖະບານໄດ້ຮັບປະກັນການ ຕັດສິນໂທດ ຕໍ່ພວກຄ້າມະນຸດ 18 ຄົນໃນ 12 ຄະດີ (10 ຄະດີຂາຍຄົນໄປ ເປັນໂສເພນີ ແລະ 2 ຄະດີແມ່ນການຂາຍຄົນໄປອອກແຮງງານຊຶ່ງກ່ຽວຂ້ອງ ກັບຜູ້ໄດ້ຮັບເຄາະຮ້າຍ 33 ຄົນ, ໃນນັ້ນ 10 ຄົນ ແມ່ນເດັກນ້ອຍບໍ່ຮອດກະສຽນ). ນີ້ເປັນຄັ້ງທໍາອິດທີ່ລັດຖະບານຮັບປະກັນ ການຕັດສິນໂທດການຂາຍຄົນ ໄປເປັນໂສເພນີ ຢູ່ພາຍໃນປະເທດ. ແຕ່ວ່າ ລັດຖະບານ ກໍບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບ ຄະດີຫລືການດໍາເນີນຄະດີ ຂອງຄົນມີສັນຊາດຕ່າງປະເທດຢູ່ໃນລາວທີ່ມີສ່ວນກ່ຽວພັນກັບການທ່ອງທ່ຽວເພື່ອມີເພດສໍາພັນກັບເດັກນ້ອຍ; ພວກເຈົ້າໜ້າສືບຕໍ່ເຮັດປຶ້ມຄູ່ມື ໃນດໍາເນີນການໄຕ່ສວນຄະດີຄ້າມະນຸດແລະໄດ້ທໍາການ ຝຶກອົບຮົມ ຢ່າງຫລວງຫຼາຍ ໃຫ້ແກ່ພວກເຈົ້າໜ້າທີ່ປະຕິບັດກົດໝາຍ ລວມທັງຢູ່ໃນລະດັບ ທີ່ສໍາຄັນ ໂດຍໃຫ້ທຶນໂດຍກົງໃນການຝຶກອົບຮົມເຫລົ່ານີ້ ແລະ ຮ່ວມມືກັບອົງການສາກົນ. ລັດຖະບານໄດ້ຮ່ວມມືກັບຈີນ, ໄທແລະຫວຽດນາມ ໂດຍດໍາເນີນການຕາມຂໍ້ຕົກລົງສອງຝ່າຍ ທີ່ມີຢູ່ໃນການແບ່ງປັນຂໍ້ມູນໃຫ້ກັນຊາບ, ການສືບສວນ ແລະດໍາເນີນຄະດີ ແລະການສົ່ງຜູ້ໄດ້ຮັບເຄາະຮ້າຍກັບບ້ານ. ເຈົ້າໜ້າທີ່ແຂວງຫຼວງພະບາງ, ລັດຖະບານຂັ້ນສູນກາງ ແລະເຈົ້າໜ້າທີ່ ຫວຽດນາມ ໄດ້ລະບຸຕົວຜູ້ທີ່ອາດເປັນຜູ້ໄດ້ຮັບເຄາະຮ້າຍຊາວຫວຽດນາມທີ່ຖືກ ເອົາໄປຂາຍເປັນໂສເພນີຢູ່ໃນລາວ. ພ້ອມກັນນັ້ນ ໂດຍໄດ້ຮັບການຊ່ວຍເຫລືອ ຈາກໄທ ລັດຖະບານໄດ້ຕັດສິນລົງໂທດນາຍໜ້າຂາຍຄົນໄປອອກແຮງງານໃນ ຄະດີທີ່ກ່ຽວພັນກັບຜູ້ຊາຍລາວທີ່ໄດ້ຮັບເຄາະຮ້າຍຜູ້ນຶ່ງ ແລະກໍໄດ້ຈ່າຍເງິນຊົດ ເຊີຍຄ່າເສຍຫາຍໃຫ້ຜູ້ກ່ຽວແລ້ວ. ມີຫລາຍແຂວງແລະຫລາຍເມືອງໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈ ຫລື MOU ກັບບັນດາເຈົ້າໜ້າທີ່ໄທ ເພື່ອສົ່ງເສີມການ ຮ່ວມມືກັນເພີ້ມຂຶ້ນ. ເຖິງແມ່ນມີການລາຍງານໃນໄລຍະຜ່ານມາວ່າ ເຈົ້າໜ້າທີ່ຂັ້ນຕ່ຳບາງຄົນ ອາດມີສ່ວນໃນການການເຮັດໃຫ້ມີສະພາບການຄ້າມະນຸດງ່າຍຂຶ້ນ ໂດຍຮັບເງິນສິນບົນເພື່ອອຳນວຍຄວາມສະດວກໃນດ້ານຄົນເຂົ້າເມືອງ ຫຼືການຂົນສົ່ງພວກຍິງສາວໄປຈີນ, ແຕ່ລັດຖະບານກໍບໍ່ໄດ້ລາຍງານວ່າມີການສືບ ສວນ, ການດໍາເນີນຄະດີ ຫລືການຕັດສິນໂທດໃດໆ ຕໍ່ພວກເຈົ້າໜ້າທີ່ໆສົມຮູ້ຮ່ວມຄິດໃນການຄ້າມະນຸດ ຫລື ການກໍ່ອາດຊະຍາກໍາ ທີ່ພົວພັນກັບການຄ້າມະນຸດ ຢູ່ໃກ້ຊາຍແດນໃນປີນັ້ນ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນແມ່ນຕອນທີ 1 ຂອງພາກສ່ວນທີ່ກ່ຽວກັບ ສປປ ລາວ ໃນລາຍງານປະຈຳປີ 2020 ວ່າດ້ວຍການຄ້າມະນຸດ ຂອງກະຊວງການຕ່າງປະເທດສະຫະລັດ. ກະລຸນາຕິດຕາມຮັບຟັງຕອນທີ 2 ໄດ້ໃນແລງວັນພະຫັດ ທີ 23 ກໍລະກົດຈະມາເຖິງນີ້.