ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພອມ​ພຽ​ວ ​ໄປ​ເກົາ​ຫຼີເໜືອ​ ເພື່ອ​ເຈລະຈາຕື່ມ ໃນການ​ຍຸຕິ ​ໂຄງ​ການ​ອາວຸດ​ນິວ​ເຄລຍ


 ທ່ານ​ໄມ​ຄ໌ ພອມ​ພຽ​ວ, ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ (ທີສອງຈາກຊ້າຍ) ​ໄດ້ຮັບການຕ້ອນຮັບ ທີ່ສະໜາມບິນສາກົນ ນະຄອນພຽງຢາງ ໂດຍ​ເຈົ້າໜ້າທີ່ຂັ້ນສູງ​ຂອງ​ພັກ ​ແລະ​ທ່ານ ກິມ ຢົງ ​ໂຈລ, ອະດີດ​ຫົວໜ້າສືບ​ລັບ ຂອງ​ເກົາ​ຫລີ​ເໜືອ​ ໃນວັນທີ 6 ກໍລະກົດ 2018
ທ່ານ​ໄມ​ຄ໌ ພອມ​ພຽ​ວ, ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ (ທີສອງຈາກຊ້າຍ) ​ໄດ້ຮັບການຕ້ອນຮັບ ທີ່ສະໜາມບິນສາກົນ ນະຄອນພຽງຢາງ ໂດຍ​ເຈົ້າໜ້າທີ່ຂັ້ນສູງ​ຂອງ​ພັກ ​ແລະ​ທ່ານ ກິມ ຢົງ ​ໂຈລ, ອະດີດ​ຫົວໜ້າສືບ​ລັບ ຂອງ​ເກົາ​ຫລີ​ເໜືອ​ ໃນວັນທີ 6 ກໍລະກົດ 2018

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ໄມ​ຄ໌ ພອມ​ພຽ​ວ ​ໄປ​ເກົາ​ຫລີ​ເໜືອ​
ເພື່ອ​ທໍາ​ການ​ເຈລະຈາ​ເພີ້ມ​ກ່ຽວກັບ​ການ​ຍຸຕິ​ໂຄງ​ການ​ອາວຸດ​ນີວ​ເຄລຍຂອງ​ພຽງຢາງ
ທ້າ​ມກາງ​ການ​ປະ​ເມີນ​ຂອງພວກສືບ​ລັບອາ​ເມຣິກາທີ່​ເຫັນ​ວ່າ ຜູ້​ນໍາ​ກິມ ຈົງ ​ອຶນ​ຂອງ​ເກົາ
ຫລີ​ເໜືອຍັງ​ສື​ບຕໍ່ພັດທະນາພື້ນຖານ​ໂຄງ​ລ່າງກ່ຽວກັບ​ໂຄງການ​ນີວ​ເຄລຍຂອງ​ຜູ້ກ່ຽວຢູ່.

ທ່ານພອມ​ພຽ​ວ ທີ່​ຖືກ​ມອບໝາຍ ຈາກ​ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ​ໃຫ້​
ຕິດຕາມເບິ່ງ ການ​ປະຕິບັດຄໍາໝັ້ນ​ສັນຍາ​ຂອງ​ທ່ານກິມ ທີ່​ໃຫ້​ໄວ້​ຢູ່​ໃນ​ກອງ​ປະຊຸມ​ສຸດ​
ຍອດຢູ່ສິງກະ​ໂປ​ໃນ​ເດືອນ​ແລ້ວນີ້ ວ່າ​ຈະ​ເຮັດ​ໃຫ້​ແຫລມ​ເກົາຫລີເປັນເຂດປອດ​ອາວຸດ​
ນິວເຄລຍນັ້ນ ​ໄດ້​ໄປ​ເຖິງນະຄອນຫຼວງ ​ຂອງ​ເກົາຫລີ​ເໜືອ​ໃນ​ວັນ​ສຸກ​ມື້ນີ້ ​ເພື່ອ​ທໍາການ​ເຈ
ລະຈາ ​ເປັນ​ເວລາ​ສອງ​ວັນ. ຫົວໜ້າສູງ​ສຸດດ້ານ​ການ​ທູດຂອງ​ສະຫະລັດ ​ໄດ້​ພົບ​ກັບ​ເຈົ້າ
ໜ້າທີ່ຂັ້ນສູງ​ຂອງ​ພັກ ​ແລະ​ທ່ານ ກິມ ຢົງ ​ໂຈລ, ອະດີດ​ຫົວໜ້າສືບ​ລັບ. ນີ້ເປັນ​ການຢ້ຽມ
ຢາມເກົາຫລີ​ເໜືອຄັ້ງທີ 3 ຂອງ​ທ່ານ​ພອມພຽວ​ໃນ​ປີນີ້ ​ແລະ​ກໍ​ເປັນຄັ້ງທໍາ​ອິດ​ ທີ່​ທ່ານ​ຈະ
​ນອນຄ້າງ​ຄືນ​ຢູ່​ທີ່​ນັ້ນ.

ຢູ່​ໃນ​ຂໍ້ຕົກລົງ​ຮ່ວມ​ກັນຢູ່​ສິງກະ​ໂປ ​ທີ່ມີ​ການ​ຕິດຕາມ​ຢ່າງ​ໃກ້ຊິດ​ນັ້ນ, ທ່ານ ກິມ​ເຫັນ​ດີ​ທີ່
​ຈະ "ລົບ​ລ້າງ​ອາວຸດ​ນີວ​ເຄລຍຢ່າງ​ສິ້ນ​ເຊີງ" ອອກ​ຈາກແຫລມ​ເກົາຫລີ ​ແຕ່​ວ່າ ​ກໍ​ບໍ່​ໄດ້​ໃຫ້
​ລາຍ​ລະອຽດກ່ຽວກັບ​ວິທີທີ່​ຈະ​ເຮັດ ​ແລະບໍ່ມີກໍານົດ​ວ່າ​ມັນ​ຈະ​ ມີຂຶ້ນ​ໃນ​ເວລາ​ໃດ. ທ່ານ​
ພອມພຽວຫວັງ​ວ່າ ​ຈະ​ກົດ​ດັນ​ເກົາຫລີ​ເໜືອ​ໃຫ້​ປະຕິບັດ​ງານເພື່ອ​ກ້າວ​ໄປ​ເຖິງ​ການ​ຕັ້ງກໍາ
ນົດ​ເວລາ ທີ່​ຈະ​ຍຸຕິ​ໂຄງການ​ອາວຸດ​ນີວ​ເຄລຍ ​ແລະ​ວາງ​ລາຍ​ລະອຽດ ກ່ຽວກັບວ່າ ການ​
ເຮັດເຊັ່ນນັ້ນ​ແມ່ນສາມາດ​ພິດ​ສູດ​ໄດ້​ແນວ​ໃດ.

​ແຕ່​ວ່າ​ອີງ​ຕາມແຫ​ລ່ງຂ່າວ​ຕ່າງໆ ຂອງ​ສະຫະລັດ ໃນ​ໄລຍະສອງ​ສາມມື້ ຜ່ານ​ມານີ້ ​ໄດ້ມີ
​ຮູບ​ຂອງ​ອັນທີ່ເອີ້ນກັນວ່າ ການ​ຂະຫຍາຍ​ຕືກອາຄານ​ທີ່​ກ່ຽວຂ້ອງ​ກັບ​ໂຄງການນີວ​ເຄລຍ
ຢູ່​ໃນ​ເກົາຫລີ​ເໜືອ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທຣໍາ ຍັງ​ສືບຕໍ່​ໂອ້​ອວດຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຢູ່ ທັງໆທີ່ມີ
​ການ​ຕັ້ງຂໍ້​ສົງ​ໄສ ​ຈາກ​ສະມາຊິກ​ລັດຖະສະພາ​ບາງ​ທ່ານ​ຢູ່.

ເປົ້າໝາຍຂອງທ່ານພອມພຽວໃນການຢ້ຽມຢາມເກົາຫລີເໜືອໃນວັນສຸກມື້ນີ້
ເປົ້າໝາຍຂອງທ່ານພອມພຽວໃນການຢ້ຽມຢາມເກົາຫລີເໜືອໃນວັນສຸກມື້ນີ້

ນຶ່ງ​ມື້ຫລັງ​ຈາກ​ກອງ​ປະຊຸມ​ສິ້ນສຸດ​ລົງ ທ່ານ​ທຣໍາ​ໄດ້​ປະກາດ​ວ່າ “ບັດ​ນີ້ ທຸກ​ຄົນ ຮູ້​ສຶກວ່າ​
ມີ​ຄວາມ​ປອດ​ໄພ​ຫລາຍ​ກວ່າ​ມື້ທໍາ​ອິດທີ່​ຂ້າພ​ະ​ເຈົ້າຂຶ້ນກໍາ​ຕໍາ​ແຫນ່​ງ. ບໍ່ມີ​ໄພ​ນາບ​ຂູ່​ດ້ານ
​ນີວ​ເຄລຍ ຈາກ​ເກົາຫລີ​ເໜືອອີກ​ແລ້ວ."

ສະຖານທີ່ຜະລິດລູກສອນໄຟຂີປະນາວຸດແຫ່ງນຶ່ງຂອງເກົາຫລີເໜືອ ຢູ່ເມືອງແຮມຮັງ ທີ່ເຫັນໃນພາບຖ່າຍຈາກດາວທຽມ ໃນວັນທີ 29 ມິຖຸນາ, 2018
ສະຖານທີ່ຜະລິດລູກສອນໄຟຂີປະນາວຸດແຫ່ງນຶ່ງຂອງເກົາຫລີເໜືອ ຢູ່ເມືອງແຮມຮັງ ທີ່ເຫັນໃນພາບຖ່າຍຈາກດາວທຽມ ໃນວັນທີ 29 ມິຖຸນາ, 2018

ໃນ​ອາທິດ​ນີ້ ທ່ານ​ທຣໍາ​ຂຽນລົງຢູ່​ໃນ​ທວີ​ດ​ເທີວ່າ ລັດຖະບານ​ຂອງ​ທ່ານ ກໍາລັງ​ມີ "ການ​
ສົນທະນາ​ຫາລື​ທີ່​ດີ​ຫລາຍ​ຢ່າງ" ກັບ​ເກົາຫລີ​ເໜືອ ກ່ຽວກັບ​ແຜນການ​ຂອງພວກ​ເຂົາ​ເຈົ້າ
​ ໃນ​ການ​ລົບ​ລ້າງ​ອາວຸດ​ນີວ​ເລຍ ​ແລະເວົ້າວ່າ "ຄົນໝົດທະວີບ​ເອ​ເຊຍ​ພາກັນ​ດີ​ໃຈ."
ທ່ານ​ກ່າວ​ອີກ​ວ່າ "ຄັນ​ບໍ່​ແມ່ນ​ຍ້ອນ​ຂ້າພະ​ເຈົ້າ ປານ​ນີ້ ພວກ​ເຮົາ​ຈະ​ເຮັດ​ສົງຄາມ​ກັບ​ເກົາ
ຫລີ​ເໜືອ​ແລ້ວ!"

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG