ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ປ່ອນ​ບັດ ແຫ່ງ​ຕ່າງໆ ໃນປະ​ເທດ​ມໍ​ຣີເຕ​ເນຍ ໄດ້​ອັດ​ລົງ​ແລ້ວ


ຜູ້​ປ່ອນ​ບັດ​ຈຳ​ນວນ​ນຶ່ງ ຈົ່ມ​ວ່າ ພວກ​ຕົນ​ໄດ້​ຖືກ​ຂົ່ມ​ຂູ່ ໂດຍ​ອ້າງວ່າ ໜ່ວຍ​ປ່ອນ​ບັດ ທີ່ຄຸ້ມ​ຄົນ​ທຸກ ມີ​ທະ​ຫານ​ລາດ​ຕາ​ເວັນ​ຢູ່ (E. Sarai/VOA)
ຜູ້​ປ່ອນ​ບັດ​ຈຳ​ນວນ​ນຶ່ງ ຈົ່ມ​ວ່າ ພວກ​ຕົນ​ໄດ້​ຖືກ​ຂົ່ມ​ຂູ່ ໂດຍ​ອ້າງວ່າ ໜ່ວຍ​ປ່ອນ​ບັດ ທີ່ຄຸ້ມ​ຄົນ​ທຸກ ມີ​ທະ​ຫານ​ລາດ​ຕາ​ເວັນ​ຢູ່ (E. Sarai/VOA)

ຊາວ​ມໍ​ຣິ​ເຕ​ເນຍ ພາ​ກັນ​ໄປ​ປ່ອນ​ບັດ​ໃນ​ວັນ​ເສົາ​ວານນີ້ ຊຶ່ງ​ເປັນ​ການ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ​ຂອງ​ປະ​ເທດ​ດັ່ງ​ກ່າວ ທີ່​ບໍ່​ມີ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ຕຳ​ແໜ່ງ ​ລົງ​ສະ​ໝັກແຂ່ງ​ຂັນ ນັບ​ແຕ່​ການ​ເຮັດ​ລັດ​ຖະ​ປະ​ຫານ​ໃນ​ປີ 2008 ເປັນ​ຕົ້ນ​ມາ.

ໜ່ວຍ​ປ່ອນ​ບັດ​ຕ່າງໆ​ໄດ້​ພາ​ກັນ​ອັດ​ລົງ​ໃນ​ເວ​ລາ 7 ໂມ​ງ​ແລງ ທົ່ວ​ປະ​ເທດ​ທີ່ຕັ້ງ​ຢູ່​ໃນ​ທະ​ເລ​ຊາຍ​ຊາ​ຮາ​ຣາ​ແຫ່ງນີ້ ແລະ​ຜົນ​ການ​ນັບ​ຄະ​ແນນ​ສຽງ​ໃນ​ຂັ້ນ​ຕົ້ນ ຄາດ​ກັນ​ວ່າ​ ຈະ​ມີ​ການ​ເປີດ​ເຜີຍ​ໃນ​ຕອນ​ແລງວານນີ້.

ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ປຸກ​ລະ​ດົມ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ພາ​ກັນ​ໄປ​ໃຊ້​ສິດ​ໃຊ້​ສຽງ ຊຶ່ງ​ມີ​ການ​ເບິ່ງ​ກັນ​ວ່າ ເປັນ​ເລື້ອງ​ສຳ​ຄັນ​ ສຳ​ລັບ​ປະ​ຫວັດ​ສາດ​ປະ​ຊາ​ທິ​ປະ​ໄຕຂອງ​ປະ​ເທດ​ດັ່ງ​ກ່າວ ແຕ່​ຫຼາຍ​ຄົນ​ຍັງ​ສົງ​ໄສ​ຢູ່​ວ່າຄະ​ນະ​ກຳ​ມາ​ທິ​ການ​ເລືອກຕັ້ງ​ແຫ່ງ​ຊາດ​ຫຼື CENI ຊຶ່ງ​ໃນ​ຕົ້ນ​ປີນີ້ ໄດ້​ປະ​ຕິ​ເສດ​ຕໍ່​ການ​ຮ້ອງ​ຂໍ​ຕໍ່​ການ​ເຂົ້າຮ່ວມ​ຂອງ​ພວກ​ນັກ​ສັງ​ເກດ​ການ​ຕ່າງ​ປະ​ເທດນັ້ນ ອາດ​ຈະ​ບໍ່​ຈັດ​ການ​ເລືອກ​ຕັ້ງ
ທີ່​ຍຸ​ຕິ​ທຳ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ ມໍ​ຣີ​ເຕ​ເນຍ ທ່ານ​ໄມ​ເກີ​ລ ດັອດ​ແມນ ໄປ​ສັງ​ເກດ ເບິ່ງ​ໜ່ວຍ​ບ່ອນ​ບັດ​ຕ່າງໆ ໃນ​ນະ​ຄອນ​ຫຼວງ ເມື່ອວັນ​ທີ 22 ມິ​ຖຸ​ນາ 2019 (E. Sarai/VOA)
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ ມໍ​ຣີ​ເຕ​ເນຍ ທ່ານ​ໄມ​ເກີ​ລ ດັອດ​ແມນ ໄປ​ສັງ​ເກດ ເບິ່ງ​ໜ່ວຍ​ບ່ອນ​ບັດ​ຕ່າງໆ ໃນ​ນະ​ຄອນ​ຫຼວງ ເມື່ອວັນ​ທີ 22 ມິ​ຖຸ​ນາ 2019 (E. Sarai/VOA)

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ມໍ​ຣິ​ເຕ​ເນຍ ທ່ານ Michael Dod-man ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົ​າ​ໄດ້​ສົ່ງ 10 ຄະ​ນະ​ອອກ​ໄປ​ນັບ​ແຕ່​ການ​ປ່ອນ​ບັດ​ໄດ້​ເລີ້ມ​ຂຶ້ນ​ເວ​ລາ 7 ໂມງ​ເຊົ້າ​ມື້ນີ້ເພື່ອ​ສັງ​ເກດ​ການ​ເບິ່ງ​ໜ່ວຍ​ປ່ອນບັດ​ຕ່າງໆ​ໃນ​ທົ່ວ​ຕົວ​ເມືອງ.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ລໍ​ຖ້າ​ແລະ​ເບິ່ງວ່າ​ຜົນ​ການ​ເລືອກ​ຕັ້ງ​ເປັນ​ແນວ ​ໃດ ພວກ​ເຮົາ​ຈະ​ລໍ​ຖ້າ​ແລະ​ເບິ່ງວ່າ​ພວກ​ນັກ​ຊ່ຽວ​ຊານ ຈະ​ເວົ້າ​ແນວ​ໃດ ແລະ ພວກ​ເຮົາ​ຫວັງແຕ່​ພຽງ​ວ່າ ​ມັນ​ຈະ​ເຄື່ອນ​ໄຫວ​ໄປ​ໜ້າ​ຢ່າງ​ສັນ​ຕິ ວ່ອງ​ໄວ​ແລະການ​ໂອນ​ອຳ​ນາດນີ້ ທີ່​ຈິງ​ແລ້ວ ແມ່ນ​ບາດ​ກ້າວ​ໃນ​ທາງບວກ ສຳ​ລັບ​ປະ​ຊາທິ​ປ​ະ​ໄຕ​ໃນ​ມໍ​ຣິ​ເຕ​ເນຍ.”

ພ້ອມ​ໆ​ກັນ​ກັບ​ພ​ວກ​ພະ​ນັກ​ງານ​ສະ​ຖານ​ທູດ​ສະ​ຫະ​ລັດ​ນັ້ນ ພວກ​ນັກ​ສັງ​ເກດການ​ທ້ອງ​ຖິ່ນ​ກໍ​ໄດ້​ສົ່ງ​ຜູ້​ຕາງ​ໜ້າ​ຂອງ​ຕົນ ​ໄປ​ຍັງ​ໜ່ວຍ​ປ່ອນ​ບັດ​ຕ່າງໆ ​ໃນທົ່ວ​ນະຄອນ​ຫຼວງ​ ໃນ​ວັນ​ເສົາ​ວານນີ້.

ນັກ​ກົດ​ໝາຍ​ທ້​ອງ​ຖິ່ນ ຟາ​ຕີ​ມາ ແອັມ​ເບ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ທ່ານ​ນາງ​ໄດ້​ສັງເກດ​ເຫັນ​ມີ​ການ​ປະ​ຕິ​ບັດ​ແບບ​ບໍ່​ຖືກ​ຕ້ອງ​ຈຳ​ນວນ​ນຶ່ງ ເຊັ່ນ​ວ່າ​ຜູ້​ມີ​ສິດ​ປ່ອ​ນ​ບັດບາງ​ຄົນ​ໄດ້​ຖືກ​ສັ່ງ​ໃຫ້​ກັບ​ບ້ານແລະ​ບອກວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ສະ​ເໜີນ້ຳເບີຈົດ​ທະ​ບຽນ​ປ່ອນ​ບັດແລະ​ບໍ່​ແມ່ນ​ພຽງ​ບັດ​ປະ​ຈຳ​ຕົວ​ເທົ່າ​ນັ້ນ. ທ່ານ​ນາງ​ແອັມເບ​ກ່າວ​ວ່າ ນ້ຳ​ເບີ​ດັ່ງ​ກ່າວນີ້ ມີ​ແຕ່​ຮູ້​ກັນ​ທາງ​ອອນ​ລາຍ​ນ໌​ເທົ່າ​ນັ້ນແລະ​ບາງ​ຄົນບໍ່​ສາ​ມາດ​ຈົດ​ເອົາ​ນ້ຳ​ເບີ​ດັ່ງ​ກ່າວ​ໃນ​ເວ​ລາ​ທີ່​ໄປ​ປ່ອນ​ບັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG