ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກໂປແລນ ຕີ​ລາ​ຄາ​ສູງວ່າ ຄວາມ​ພະ​ຍາ​ຍາມ​ທາງການ​ທູດ ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ຊາຍ​ແດນ ​ຜ່ອນ​ຄາຍລົງ


ທ່ານ Mateusz Morawiecki ນາຍົກລັດຖະມົນຕີໂປແລນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ນະ​ຄອນ​ຫລວງບູ​ດາ​ແປັ​ສ​ທ໌ຂອງ​ຮັງ​ກາ​ຣີ, ວັນ​ທີ 23 ພະ​ຈິກ, 2021
ທ່ານ Mateusz Morawiecki ນາຍົກລັດຖະມົນຕີໂປແລນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ນະ​ຄອນ​ຫລວງບູ​ດາ​ແປັ​ສ​ທ໌ຂອງ​ຮັງ​ກາ​ຣີ, ວັນ​ທີ 23 ພະ​ຈິກ, 2021

ນາຍົກລັດຖະມົນຕີໂປແລນ, ທ່ານ​ມາ​ເຕີ​ສ ມໍ​ຣາ​ວຽກ​ກີ (Mateusz Morawiecki) ກ່າວໃນວັນອັງຄານວານນີ້ວ່າ ການ​ດຳ​ເນີນຄວາມພະຍາຍາມ ທາງດ້ານການທູດກັບເທີກີ, ບັນດາປະເທດໃນພາກຕາເວັນອອກກາງ ແລະກັບ ປະເທດອື່ນໆ ໄດ້ຊ່ວຍຜ່ອນຄາຍສະຖານະການຢູ່ເຂດຊາຍແດນຂອງໂປແລນ ກັບເບລາຣຸ​ສ, ແຕ່ທ່ານກໍກ່າວວ່າ ຍັງມີສັນຍານ​ບອກໃຫ້​ຮູ້​ວ່າ ວິກິດການ "ຈະບໍ່ສິ້ນສຸດລົງຢ່າງໄວວາ."

ເປັນ​ເວ​ລາ​ຫລາຍອາທິດແລ້ວ ທີ່ໂປ​ແລນ ແລະສະຫະພາບຢູ​ໂຣບໄດ້ກ່າວຫາ ລັດຖະບານຂອງທ່ານອາ​ເລັກ​ແຊນ​ເດີ ​ລູ​ກາ​ເຊັນ​ໂກ (Alexander Lukashenko), ປະທານາທິບໍດີຂອງເບລາຣຸ​ສວ່າ ​ເອົາເລື້ອງຄົນ​ຍົກ​ຍ້າຍ​ຖິ່ນ​ຖານມາ​ເປັນ​ອາ​ວຸດ, ຊຶ່ງສ່ວນໃຫຍ່ມາຈາກທະ​ວີບອາຟຣິກາ, ພາກຕາເວັນອອກກາງ ແລະອັຟການິສຖານ, ໂດຍການເຊື້ອເຊີນເອົາພວກເຂົາເຈົ້າເຂົ້າໄປໃນເບລາຣຸ​ສ ແລະນໍາເຂົາເຈົ້າໄປໄວ້​ຢູ່​ໃກ້ຊາຍແດນໂປ​ແລນ, ຊຶ່ງບາງຄັ້ງ ກໍໃຊ້​ກຳ​ລັງບັງຄັບ.

ຜູ້ນຳໂປແລນ ແລະ ສະຫະພາບຢູໂຣບເຊື່ອວ່າ ການກະທຳດັ່ງກ່າວ ເປັນການ ຕອບໂຕ້ຂອງທ່ານ​ລູ​ກາ​ເຊັນ​ໂກ (Lukashenko) ຕໍ່ການລົງໂທດທີ່ກຸ່ມດັ່ງກ່າວ ໄດ້ວາງອອກ ຍ້ອນການລະເມີດສິດທິມະນຸດ ຫຼັງຈາກການມີເລືອກຕັ້ງປະທານາ ທິບໍດີເບລາຣຸສໃນປີກາຍນີ້. ເບລາຣຸສໄດ້ປະຕິເສດການກ່າວຫານັ້ນ.

ແຕ່ວ່າ ທ່ານມໍ​ຣາ​ວຽກ​ກີ (Morawiecki), ກ່າວໃນຮັງກາຣີ ຫລັງຈາກການພົບ ປະກັບຜູ້ນໍາຂອງ​ປະ​ເທດ​ໃນເຂດພາກ​ກາງ​ຢູ​ໂຣບ ວ່າ ການສົນທະນາທີ່ທ່ານແລະ ລັດຖະບານຂອງທ່ານກັບຜູ້ນໍາໃນເທີກີ, ພາກຕາເວັນອອກກາງແລະອຸ​ສ​ເບັກ​ກິ​ສ​ຖານໄດ້ເຮັດ​ໃຫ້ຈໍານວນຜູ້ຍົກ​ຍ້າຍ​ຖິ່ນ​ຖານ​ໄປຢູ່ຊາຍແດນໂປ​ແລນກັບເບລາຣຸສ ຫຼຸດລົງ.

ຜູ້ຍົກ​ຍ້າຍ​ຖິ່ນ​ຖານອາ​ໄສ​ຢູ່​ໃນ​ສູນ​ທີ່​ຈັດ​ໃຫ້​ໃນ​ເຂດ​ດ່ານຊາຍ​ແດນ "Kuznitsa" ລະ​ຫວ່າງ​ເບ​ລາ​ຣຸ​ສ ກັບໂປ​ແລນ, ວັນ​ທີ 23 ພະ​ຈິກ, 2021
ຜູ້ຍົກ​ຍ້າຍ​ຖິ່ນ​ຖານອາ​ໄສ​ຢູ່​ໃນ​ສູນ​ທີ່​ຈັດ​ໃຫ້​ໃນ​ເຂດ​ດ່ານຊາຍ​ແດນ "Kuznitsa" ລະ​ຫວ່າງ​ເບ​ລາ​ຣຸ​ສ ກັບໂປ​ແລນ, ວັນ​ທີ 23 ພະ​ຈິກ, 2021

ນາຍົກລັດຖະມົນຕີໂປແລນ ກ່າວວ່າ ຈຳນວນຄົນ​ຍົກ​ຍ້າຍ​ຖິ່ນ​ຖານດຽວນີ້ແມ່ນ “ໜ້ອຍກວ່າຈຳນວນທີ່​ຮອດ​ຂີດສູງສຸດຂອງຜູ້ຍົກ​ຍ້າຍ​ຖິ່ນ​ຖານທີ່ເຂົ້າມາ ໃນປະ ມານນຶ່ງເດືອນກ່ອນ, ຫຼືສອງຫາສາມອາທິດກ່ອນໜ້ານີ້. ມັນເປັນສິ່ງສໍາຄັນຫຼາຍ ເພາະວ່າ ມັນເປັນບາດກ້າວທໍາອິດ ເພື່ອຫຼຸດຜ່ອນວິກິດການທີ່ເລີ່ມຕົ້ນ ໂດຍເບລາຣຸ​ສນັ້ນ​ລົງ."

ທ່ານມໍ​ຣາ​ວຽກ​ກີ (Morawiecki) ໄປ​ຮັງ​ກາຣີ​ເພື່ອພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັງ​ກາ​ຣີ, ທ່ານ​ວິກ​ຕໍ ອໍ​ແບນ (Viktor Orban) ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊັກສ໌, ທ່ານ​ອານ​ເດ​ຣ ບາ​ບິ​ສ (Andrej Babis), ພ້ອມ​ກັບຜູ້ຕາງໜ້າ​ໃຫ້ ​ສະ​ໂລ​ວາ​ເກຍ, 4 ປະ​ເທດ​ໃນ​ເຂດວີ​ເຊກ​ຣາດ (Visegrad) ໃນ​ພາກກາງ​ຂອງ​ຢູ​ໂຣ​ບ.

ທ່ານມໍ​ຣາ​ວຽກ​ກີກ່າວ​ວ່າ ທ່ານ​ແລະ​ຄູ່​ຮ່ວມ​ຕຳ​ແໜ່ງຂອງທ່ານ​ຈາກ​ເຊັກສ໌ ​ແລະ​ຮັງ​ກາຣີ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ເບ​ລາຣຸສ ​ແລະ​ຜູ້ນຳ​ທັງ​ສອງ​ໄດ້​ສະ​ແດງ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ​ກັບ​ໂປ​ແລນ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG