ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ກ່າວວ່າ ຜູ້ຕ້ອງສົງໄສ ວາງລະເບີດ ໃນລັດເທັກຊັສ ປະບັນທຶກ ວີດີໂອ ‘ການສາລະພາບ’ ໄວ້

Texas Bombs
please wait
Embed

No media source currently available

0:00 0:01:13 0:00

ຜູ້ບັນຊາການຕຳຫຼວດ ໃນນະຄອນອອສຕິນ ລັດເທັກຊັສ ທ່ານບຣາຍແອນ ແມນລີ
(Brian Manley) ກ່າວວ່າ ຜູ້ຕ້ອງສົງໄສໃນການວາງລະເບີດຕິດຕໍ່ກັນ ຄື ທ້າວ
ມາກ ຄອນດິຕ (Mark Conditt) ໄດ້ປະບັນທຶກວີດີໂອທີ່ມີຄວາມຍາວ 25 ນາທີໄວ້
ຢູ່ໃນໂທລະສັບມືຖື ກ່ອນທີ່ຜູ້ກ່ຽວຈະຂ້າໂຕຕາຍ ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດ
ເຄື່ອນໄຫວເຂົ້າໄປຈັບເອົາລາວ ນັ້ນ.

ທ່ານ ແມນລີ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບສິ່ງທີ່ທ່ານເຫັນວ່າ ເປັນການສາລະພາບ
ຂອງທ້າວຄອນດິຕ.

ຜູ້ບັນຊາການຕຳຫຼວດ ໃນນະຄອນອອສຕິນ ລັດເທັກຊັສ ທ່ານບຣາຍແອນ ແມນລີ (Brian Manley) ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃກ້ກັບຈຸດເກີດເຫດ ບ່ອນທີ່ແມ່ຍິງຄົນນຶ່ງ ໄດ້ຮັບບາດເຈັບຈາກຫໍ່ລະເບີດແຕກ ໃນນະຄອນອອສຕິນ ລັດເທັກຊັສ, ວັນທີ 12 ມີນາ 2018.

ທ່ານ ແມນລີ ໄດ້ກ່າວວ່າ “ລາວ ບໍ່ໄດ້ເອີ່ຍເຖິງຫຍັງເລີຍ ກ່ຽວກັບການກໍ່ການຮ້າຍ ຫຼື
ແມ່ນວ່າ ລາວ ບໍ່ໄດ້ເອີ່ຍເຖິງຫຍັງເລີຍ ກ່ຽວກັບຄວາມກຽດຊັງ. ແຕ່ແທນທີ່ວ່າ ມັນ
ຈະເປັນການໂວຍວາຍຂອງເລື່ອງຄວາມທ້າທາຍຂອງຊາຍໜຸ່ມ ແຕ່ກໍເປັນການເວົ້າ
ກ່ຽວກັບ ຄວາມທ້າທາຍຕ່າງໆ ໃນຊີວິດການເປັນຢູ່ສ່ວນຕົວຂອງລາວເອງ.”

ບັນດາເຈົ້າໜ້າທີ່ ໄດ້ເຕືອນວ່າ ອາດຍັງຈະມີລະເບີດ ຢູ່ໃນຕົວເມືອງແຕ່ຈົນຮອດຕອນ
ແລງວັນພຸດວານນີ້ ກໍໄດ້ສະແດງຄວາມໝັ້ນໃຈວ່າ ບໍ່ມີຫໍ່ເຄື່ອງອີກຕໍ່ໄປ ທີ່ຈະເປັນໄພ
ຂົ່ມຂູ່ຕໍ່ປະຊາຊົນ.

ພາບຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນ ຜູ້ຕ້ອງສົງໄສວາງລະເບີດຕິດຕໍ່ກັນ ຢູ່ໃນຮ້ານຂອງ FedEx ໃນນະຄອນອອສຕິນ ລັດເທັກຊັສ, ເຊິ່ງໄດ້ຖືກມອບໃຫ້ ເຈົ້າໜ້່າທີ່ພິທັກກົດໝາຍ ແລະສະຖານີໂທລະພາບ WOAI/KABB ໄດ້ນຳມາອອກເຜີຍແຜ່ນັ້ນ, ວັນທີ 21 ມີນາ 2018.

ເຈົ້າໜ້າທີ່ຕຳຫຼວດເຊື່ອວ່າ ທ້າວ ຄອນດິຕ ເປັນຜູ້ຢູ່ເບື້ອງຫລັງການວາງລະເບີດ 6 ຄັ້ງ
ຢູ່ໃນ ແລະ ອ້ອມແອມ ນະຄອນອອສຕິນຕະຫຼອດໄລຍະສາມສັບປະດາ ຜ່ານມານີ້ ເຊິ່ງ
5 ຄັ້ງ ໄດ້ລະເບີດຂຶ້ນ ໂດຍໄດ້ສັງຫານສອງຄົນ ແລະເຮັດໃຫ້ 5 ຄົນໄດ້ຮັບບາດເຈັບ
ສາຫັດ.

ທ້າວ ຄອນດິຕ ໄດ້ຂ້າໂຕຕາຍ ດ້ວຍການບີບຄະນວນລະເບີດລູກທີ 7 ໃຫ້ແຕກຂຶ້ນຢູ່
ໃນລົດຂອງລາວ ເມື່ອຕອນເຊົ້າວັນພຸດວານນີ້ ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດ ກຳລັງ
ຈະເຂົ້າໄປຈັບກຸມລາວ. ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ຖືກແຮງລະເບີດຈາກລົດ ຈົນລົ້ມ
ຖອຍຫລັງລົງ.

ແຜ່ນທີ່ຈາກ ກູໂກລ ຂອງນະຄອນອອສຕິນ ລັດເທັກຊັສ
ແຜ່ນທີ່ຈາກ ກູໂກລ ຂອງນະຄອນອອສຕິນ ລັດເທັກຊັສ

ພວກນັກສືບສວນ ສາມາດເລັງໃສ່ ທ້າວ ຄອນດິຕ ວ່າເປັນຜູ້ຕ້ອງສົງໄສຫຼັກ ຂອງພວກ
ເຂົາເຈົ້າ ດ້ວຍການກວດເບິ່ງ ກ້ອງວີດີໂອ ວົງຈອນປິດຂອງຮ້ານຄ້າ ສັນຍານໂທລະສັບ
ມືຖື ແລະ ການສອບຖາມພວກເຫັນເຫດການ ຜູ້ທີີ່ໄດ້ເຫັນຊາຍທີ່ມີພິລຸດແປກໆ ໃສ່ຖົງ
ມື ແລະ ໃສ່ຜົມປອມສີທອງ ແລະ ຫອບຫໍ່ເຄື່ອງອັນນຶ່ງ.

ສະມາຊິກສະພາຕ່ຳ ທ່ານໄມເກີລ ແມັກຄອລ ທີ່ເປັນຜູ້ຕາງໜ້າ ເຂດນະຄອນ ອອສຕິນ
ໄດ້ກ່າວວ່າ “ຄວາມຜິດພາດທີ່ໃຫຍ່ຫຼວງ” ຂອງທ້າວຄອນດິຕ ກໍແມ່ນການໄປແວ່ຮ້ານ ຂອງບໍລິສັດ Federal Express ເພື່ອສົ່ງຫໍ່ອັນນຶ່ງຢູ່ທີ່ນັ້ນ. ມັນຈຶ່ງອຳນວຍໃຫ້ພວກເຈົ້າ
ໜ້າທີ່ ສາມາດນຳເອົາກ້ອງວີດີໂອວົງຈອນປິດມາໄດ້ ທີ່ສະແດງໃຫ້ເຫັນລາວ ແລະ ລົດ
ຂອງລາວ ແລະປ້າຍທະບຽນລົດຂອງລາວນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG