ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ເບີກິນາ ຟາໂຊ ສິ້ນສຸດ ປະຕິບັດການ ຕໍ່ສູ້ກັບ ພວກຫົວຮຸນແຮງ ຈີຮາດ


ຄົນຜູ້ໜຶ່ງທີ່ໄດ້ຮັບບາດເຈັບ ຖືກຍົກຍ້າຍອອກຈາກສະຖານທີ່ ລຸນຫຼັງການໂຈມຕີໂດຍມີປືນທີ່ຮ້ານອາຫານແຫ່ງໜຶ່ງໃນນະຄອນ
ຫຼວງ ອົວກາດູກູ, ປະເທດ ເບີກິນາ ຟາໂຊ, 13 ສິງຫາ, 2017.
ຄົນຜູ້ໜຶ່ງທີ່ໄດ້ຮັບບາດເຈັບ ຖືກຍົກຍ້າຍອອກຈາກສະຖານທີ່ ລຸນຫຼັງການໂຈມຕີໂດຍມີປືນທີ່ຮ້ານອາຫານແຫ່ງໜຶ່ງໃນນະຄອນ ຫຼວງ ອົວກາດູກູ, ປະເທດ ເບີກິນາ ຟາໂຊ, 13 ສິງຫາ, 2017.

ກອງກຳລັງຮັກສາຄວາມປອດໄພຂອງປະເທດ ເບີກິນາ ຟາໂຊ ໄດ້ສິ້ນ ສຸດການປະຕິ
ບັດການຂອງພວກເຂົາເຈົ້າ ຕໍ່ຕ້ານພວກມືປືນທີ່ໄດ້ລົງມື ຍິງປືນໃສ່ຮ້ານອາຫານແຫ່ງ
ໜຶ່ງ ໃນນະຄອນຫຼວງຂອງປະເທດເມື່ອວັນ ອາທິດວານນີ້, ເຮັດໃຫ້ປະຊາຊົນຢ່າງໜ້ອຍ
19 ຄົນເສຍຊີວິດ ແລະ 8 ຄົນໄດ້ຮັບບາດເຈັບ. ສັນຊາດຂອງຜູ້ເຄາະຮ້າຍແມ່ນຍັງບໍ່ໄດ້
ຖືກເປີດ ເຜີຍໃຫ້ຮູ້ເທື່ອ.

ພວກຫົວຮຸນແຮງ ຈີຮາດ ທີ່ຖືກສົງໄສສອງຄົນ ຜູ້ທີ່ໄດ້ດຳເນີນການ ໂຈມຕີໃສ່ຮ້ານອາ
ຫານ Aziz Istanbul, ເຊິ່ງແມ່ນຮ້ານອາຫານ ເທີກີ ຕັ້ງຢູ່ນະຄອນຫຼວງ
Ouagadougou ແມ່ນໄດ້ຖືກຂ້າຕາຍໃນລະຫວ່າງ ການຍິງຕໍ່ສູ້ກັນກັບກອງກຳລັງທະ
ຫານ. ບໍ່ມີຄວາມກະຈ່າງແຈ້ງໃນທັນໃດວ່າ ມີຄົນຮ້າຍຈັກຄົນທີ່ເຂົ້າຮ່ວມໃນການໂຈມ
ຕີນີ້.

ປະຊາຊົນບາງຄົນ ສາມາດຫຼົບໜີອອກຈາກຮ້ານອາຫານໄດ້ ໃນເວລາທີ່ຄົນຮ້າຍຍິງປືນ
ໃສ່ຢູ່ນັ້ນ, ແຕ່ກໍມີບາງຄົນຍັງຕິດຄ້າງຢູ່ໃນ ອອກມາບໍ່ໄດ້.

ຄວາມຮຸນແຮງດັ່ງກ່າວ ຍັງບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.

ປະເທດທີ່ບໍ່ມີທາງອອກສູ່ທະເລ ຕັ້ງຢູ່ພາກຕາເວັນຕົກຂອງທະວີບ ອາຟຣິກາ ມີຊາຍ
ແດນຕິດກັບປະເທດ ມາລີ, ເປັນປະເທດໜຶ່ງທີ່ ໄດ້ທຳການຕໍ່ສູ້ມາເປັນເວລາດົນນານ
ກັບພວກຫົວຮຸນແຮງ ອິສລາມ.

ໃນເດືອນມັງກອນ ປີ 2016, ການໂຈມຕີຄັ້ງໜຶ່ງທີ່ໂຮງແຮມຫຼູຫຼາ ແລະ ຮ້ານອາຫານທີ່
ຕັ້ງຢູ່ໃກ້ຄຽງແຫ່ງໜຶ່ງໃນນະຄອນຫຼວງ Ouagadougou ໄດ້ເຮັດໃຫ້ 30 ຄົນເສຍຊີວິດ.
ອົງການກໍ່ການຮ້າຍ al-Qaida ໃນພາກພື້ນ Magreb ໄດ້ອ້າງເອົາຄວາມຮັບຜິດຊອບ
ສຳລັບການໂຈມຕີດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG