ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ ໂປ​ແລນ ກ່າວ​ວ່າ ມີ​ແຕ່​ ຢູ​ເຄ​ຣນ ເທົ່າ​ນັ້ນ​ທີ່ຄວນຕັດ​ສິນ ກ່ຽວ​ກັບ ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ


ປະ​ທາ​ນາ​ທິ​ບໍ​ດີ ໂປ​ແລນ ທ່ານ ອານ​ເດ​ຣ​ສ໌ ດູ​ດາ, ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ສະ​ພາ​ໃນ​ລະ​ຫວ່າງກອ​ງ​ປະ​ຊຸມ​ຢູ່​ສະ​ພາ​ແຫ່ງ​ຊາດ​ຂອງ ຢູ​ເຄ​ຣນ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 22 ພຶ​ດ​ສະ​ພາ, 2022. ( Ukrainian Presidential Press Service/Handout via Reuters)
ປະ​ທາ​ນາ​ທິ​ບໍ​ດີ ໂປ​ແລນ ທ່ານ ອານ​ເດ​ຣ​ສ໌ ດູ​ດາ, ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ສະ​ພາ​ໃນ​ລະ​ຫວ່າງກອ​ງ​ປະ​ຊຸມ​ຢູ່​ສະ​ພາ​ແຫ່ງ​ຊາດ​ຂອງ ຢູ​ເຄ​ຣນ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ. 22 ພຶ​ດ​ສະ​ພາ, 2022. ( Ukrainian Presidential Press Service/Handout via Reuters)

ປະ​ທາ​ນາ​ທິ​ບໍ​ດີ ໂປ​ແລນ ທ່ານ ແອນ​ເດ​ຣ​ສ ດູ​ດາ ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ອາ​ທິດ​ວານນີ້, ໂດຍ​ໄດ້​ປະ​ຕິ​ເສດ​ຄຳ​ແນະ​ນຳ​ວ່າ ກີ​ຢິບ ຄວນ​ຍົກ​ພາກ​ສ່ວນ​ໃນ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ໃຫ້ ຣັດ​ເຊຍ ເພື່​ອ​ສິ້ນ​ສຸດ​ການ​ບຸກ​ລຸກ​ດົນ​ສາມ​ເດືອນ​ຂອງ​ມົ​ສ​ກູ.

ທ່ານ ດູ​ດາ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຢູ​ເຄ​ຣນ, ໂດຍ​ອ້າງ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ​ວ່າ “ສຽງ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ໄດ້​ປາ​ກົດ​ອອກ​ມາ, ທີ່​ເວົ້າ​ວ່າ ຢູ​ເຄ​ຣນ ຄວນຍອມ​ທຳ​ຕາມ​ຄວາ​ມ​ຮຽກຮ້ອງ​ຂອງ​ທ່ານ ປູ​ຕິນ.” ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ, ຕໍ່​ການ​ຢືນ​ຕົບ​ມື​ໃຫ້​ຢູ່​ໃນ​ສະ​ພາ​ວ່າ “ມີ​ແຕ່​ຢູ​ເຄ​ຣນ​ມີ​ສິດ​ທີ່​ຈະ​ຕັດ​ສິນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ. ມັນ​ບໍ່​ມີ​ຫຍັງ​ກ່ຽວ​ກັບ​ເຈົ້າ​ຖ້າບໍ່​ມີ​ເຈົ້າ.”

ທ່ານ​ດູ​ດາ, ເຊິ່ງ​ແມ່ນ​ຜູ້​ນຳ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ ​ທີ່​ໄດ້​ກ່າວ​ຄຳ​ປາ​ໄສ​ດ້ວຍ​ຕົນ​ເອງ​ຕໍ່​ສະ​ພາ​ແຫ່ງ​ຊາດ​ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​ເມື່ອ​ວັນ​ທີ 24 ກຸມ​ພາ​ນັ້​ນ​ໄດ້​ກ່າວ​ວ່າ ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ຮຽກ​ຮ້ອງ​ໃຫ້​ມົ​ສ​ກູ ຖອນ​ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເຂດ​ແດນ​ຂອງ​ຢູ​ເຄ​ຣນ​ທັງ​ໝົດ.

ທ່ານດູ​ດາ ໄດ້​ກ່າວ​ວ່າ “ຖ້າ​ຢູ​ເຄ​ຣນ​ແມ່ນ​ໄດ້​ທຳ​ການ​ເສຍ​ສະຫຼະ ​ເພື່ອ​ເຫດ​ຜົນ​ດ້ານ​ເສດ​ຖະ​ກິດ ຫຼື ຄວາມ​ທະ​ເຍີ​ທະ​ຍານ​ດ້ານ​ການ​ເມືອງ, ແມ່ນ​ກະ​ທັ້ງ​ນຶ່ງ​ຊັງ​ ຕີ​ແມັດ​ຂອງ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ນັ້ນ ມັນ​ຈະ​ເປັນ​ຄວາມ​ເສຍ​ຫາຍ​ຄັ້ງ​ໃຫຍ່ບໍ່ແມ່ນ​ສຳ​ລັບ​ປະ​ເທດ ຢູ​ເຄ​ຣນ ເທົ່າ​ນັ້ນ, ແຕ່​ຈະ​ເປັນ​ສຳ​ລັບໂລກ​ຕາ​ເວັນ​ຕົກ ທັງ​ໝົດ.”

ຜູ້​ນຳ​ໂປ​ແລນ, ເຊິ່ງ​ປະ​ເທດ​ຂອງ​ທ່ານ​ໄດ້​ຮັບ​ເອົາ​ອົບ​ພະ​ຍົບ​ຢູ​ເຄ​ຣນຫຼາຍກວ່າ 2 ລ້ານ​ຄົນ​ທີ່ຫຼົບ​ໜີ​ຈາກ​ສົງ​ຄາມ​ນັ້ນ​ໄດ້​ກ່າວ​ວ່າ ທ່ານ​ “ຈະ​ບໍ່​ພັກ​ຈົນ​ກວ່າ​ຢູ​ເຄ​ຣນ​ກາຍ​ເປັນ​ສະ​ມາ​ຊິ​ກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.”

ໃນ​ຂະ​ນະ​ທີ່​ທ່ານ​ດູ​ດາ​ກ່າວ​ຄຳ​ປາ​ໄສ​ນັ້ນ, ການ​ຕໍ່​ສູ້​ໄດ້​ເກີດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ພາກ​ພື້ນດອນ​ບາ​ສ​ຂອງ​ຢູ​ເຄ​ຣນ ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ປະ​ກາດ​ວ່າ ເຂົາ​ເຈົ້າ​ໄດ້​ທຳ​ການ​ຄວບ​ຄຸມ​ຢ່າງ​ເຕັມ​ທີ່​ໃນ​ໂຮງ​ງານ​ເຫຼັກ ອາ​ຊອ​ຟ​ສ​ຕອ​ລ ໃນ​ເມືອງ​ທ່າ​ເຮືອ ມາ​ຣີ​ອູ​ໂປ​ລ. ຣັດ​ເຊຍ ໄດ້​ຍິງ​ປືນ​ໃຫຍ່ ແລະ ທຳ​ການ​ໂຈມ​ຕີມ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ໝາກ​ຫົວ​ໃຈ​ດ້ານ​ອຸດ​ສາ​ຫະ​ກຳ​ຂອງ​ຢູ​ເຄ​ຣນ, ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ຣັດ​ເຊຍ ໄດ້​ປະ​ທະ​ກັບ​ກອງ​ກຳ​ລັງ​ຂອງ​ກີ​ຢິບ ນັບ​ຕັ້ງ​ແຕ່​ການ​ຍຶດ​ແຫຼມ​ໄຄ​ຣ​ເມຍຂອງ​ຢູ​ເຄ​ຣນ ໂດຍ​ມົ​ສ​ກູ ໃນ​ປີ 2014.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຂອງ​ທ່ານ ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ “ສະ​ຖາ​ນະ​ການ​ໃນ​ພາກ​ພື້ນດອນ​ບາ​ສ ແມ່ນ​ຫຍຸ້ງ​ຍາກ​ເປັນ​ຢ່າງ​ຍິ່ງ,” ແຕ່​ວ່າ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ຂອງ​ທ່ານ​ ເພື່ອ​ຕ້ານ​ຢັນ​ຕໍ່​ສົງ​ຄາມ​ເຕັມ​ອັດ​ຕາ​ກັບ​ຣັດ​ເຊຍ​ເກືອບ​ສາມ​ເດືອນນັ້ນ​ “ແມ່ນ​ຂ່າວ​ດີ.”

ທ່ານ​ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ທຸກວັນ​ທີ່​ທະ​ຫານ​ຂອງ​ພວກ​ເຮົາ​ໄດ້​ຍັບ​ຢັ້ງ​ແຜນ​ການ​ໂຈມ​ຕີ​ຕ່າງໆ​ຂອງ​ຣັດ​ເຊຍ, ທຳ​ລາຍ​ພວກ​ເຂົາ, ແມ່ນ​ການ​ປະ​ກອບ​ສ່ວນ​ທີ່​ແຂງ​ແກ່ນ​ຕໍ່​ການ​ປະ​ຕິ​ບັດ​ການ​ຂອງວັນ​ທີ່​ສຳ​ຄັນ. ວັນ​ທີ່​ປາ​ຖະ​ໜາ ທີ່​ພວກ​ເຮົາ​ຫວັງ​ຢາກ​ໄດ້ ແລະ ຕໍ່​ສູ້​ເພື່ອ​ມັນ​ຄື ວັນ​ແຫ່ງ​ໄຊ​ຊະ​ນະ.”

ທ່ານ​ໄດ້​ກ່າວ​ວ່າ​ ສະ​ຫະ​ພາບ​ຢູ​ໂຣບ​ທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ​ຄວນ​ພິ​ຈາ​ລະ​ນາ​ຄວາມຕ້ອງ​ການ​ຂອງ​ຢູ​ເຄ​ຣນ ເພື່ອ​ເຂົ້າ​ຮ່ວມ​ກຸ່ມ​ດັ່ງ​ກ່າວ​ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ພາຍ​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG