ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂປແລນ ຕຳໜິ ແຜນໂຄວຕ້າ ຂອງອີຢູ ກ່ອນໜ້າ ກອງປະຊຸມ ສຸດຍອດ


ລັດຖະມົນຕີ​ຕ່າງປະ​ເທດ ໂປ​ແ​ລນ ທ່ານ Grzegorz Schetyna ຖະແຫລງຕໍ່ສື່ມວນຊົນ ກ່ອນໜ້າ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອີຢູ ຢູ່ທີ່ຕຶກສະພາ
ອີຢູ ໃນນະຄອນ Brussels.
ລັດຖະມົນຕີ​ຕ່າງປະ​ເທດ ໂປ​ແ​ລນ ທ່ານ Grzegorz Schetyna ຖະແຫລງຕໍ່ສື່ມວນຊົນ ກ່ອນໜ້າ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອີຢູ ຢູ່ທີ່ຕຶກສະພາ ອີຢູ ໃນນະຄອນ Brussels.

ລັດຖະມົນຕີ​ຕ່າງປະ​ເທດ ໂປ​ແ​ລນ ທ່ານ Grzegorz Schetyna
ກ່າວ​ວ່າ ຢູ​ໂຣບ ຕ້ອງ​ມີ​ແຜນການ​ຮັບ​ມື​ທີ່​ເປັນອັນ​ນຶ່ງ​ອັນ​ດຽວ ຕໍ່​
ວິ​ກິດ​ການ​ອົບ​ພະຍົບທີ່​ຍັງ​ມີ​ຢູ່​ຕໍ່​ໄປ ​ແຕ່​ບໍ່​ແມ່ນ​ອັນ​ທີ່ ອອກ​ໂຄ​ຕ້າ
ສຳ​ຫລັບ​ປະ​ເທດ​ໃດ​ນຶ່ງ ທີ່​ລະບຸ​ວ່າ ຈັກ​ຄົນ​ທີ່​ພວກ​ເຂົາ​ຄວນ​ຮັບ​ເອົາ.

ຢູ່​ໃນ​ບົດ​ຄຳ​ເຫັນ​ອັນ​ນຶ່ງ ທີ່​ໄດ້​ພິມລົງ​ເຜີຍ​ແຜ່ ​ໃນ​ວັນ​ຈັນມື້​ນີ້ ​ໂດຍ
​ໜັງສືພິມ Politico Europe ທ່ານ Schetyna ​ກ່າວ​ວ່າ ບຸລິມະ
ສິດ​ອັນ​ທີ​ນຶ່ງ ສຳ​ຫລັດ​ສະຫະພາບ​ຢູ​ໂຣບ ​ແມ່ນ​ປິດ​ຊາຍ​ແດນ
​ຂອງ​ພວກ​ຕົນ ​ແລະ ວ່າ ກຸ່ມ​ປະ​ເທດ​ຄວນ​ຈັດຕັ້ງສູນ​ຕ້ອນຮັບ​
ອົບ​ພະຍົບຫຼາຍ​ແຫ່ງ ​ເພື່ອ​ໃຈ້​ແຍກ ພວກ​ຜູ້​ທີ່​ເປັນ​ອົບ​ພະຍົບ
​ແລະ ພວກ​ທີ່​ຍົກຍ້າຍ​ຖິ່ນ​ຖານ​ຍ້ອນ​ເສດຖະກິດ.

ທ່ານ Schetyna​ ​ຂຽນວ່າ “ພວກ​ເຮົາ​ບໍ່​ສາມາດຈະ​ອະນຸຍາດ​ໃຫ້​ວິ​ກິດ​ການ​ອົບ​ພະຍົບ ​
ແບ່ງ​ແຍກ ​ແລະ ​ເຮັດ​ໃຫ້​ຢູ​ໂລບ​ເປັນ​ສັດຕູ​ກັນ. ອັນ​ນັ້ນ ​ເປັນ​ເຫດຜົນ ທີ່​ພວກ​ເຮົາ​ເຫັນ​ວ່າ ການ​ທ້າ​ທາຍ ທີ່​ມີ​ຢູ່​ຕໍ່ໜ້າ​ພວກ​ເຮົາ ບໍ່​ແມ່ນ​ເງື່ອນ​ໄຂ​ຂອງ​ການ​ບັງຄັບ​ໃຫ້​ຮັບ​ເອົາ​ໂຄ​ຕ້າ ຊຶ່ງ​ເປັນ​ໄປ​ໄດ້​ວ່າ ມັນ​ລ້າ​ສະ​ໄໝ ​ແລະ ບໍ່​ເໝາະ​ສົມ ​ໃນ​ປັດຈຸບັນ​ນີ້ ​ແຕ່ມັນ​ຄວນ​ຢູ່ໃນ​ຂໍ້​ກຳນົດ​ຂອງ​ຄວາມ​ສາມັກຄີ​ກັນ.”

ທ່ານ Schetyna ​ໄດ້​ກ່າວ​ອີກ​ວ່າ ​ໂປ​ແລນ ບໍ່​ໄດ້​ຕໍ່ຕ້ານ ການ​ຮັບ​ເອົາ​ອົບ​ພະຍົບ ​ແຕ່​ວ່າ
ການສະ​ເໜີ ​ບັນ​ດາ​ປະ​ເທດ​ໃນ​ຢູ​ໂຣບ ​ໃຫ້​ແບ່ງປັນ ອົບ​ພະຍົບ 120,000 ຄົນນັ້ນ ອາດ​ບໍ່​
ສາມາດ​ຮັບ​ມື ​ກັບ​ບັນຫາ​ໄດ້​ຢ່າງ​ຄົບ​ຖ້ວນ.

ທ່ານ ​ Schetyna ​ເວົ້າ​ວ່າ “​ແທນ​ທີ່ ພວກ​ເຮົາ​ຄວນ ເຂົ້າປະຕິບັດ​ການ ກັບ​ບັນຫາ​
ໃນ​ທັນທີ ດ້ວຍແຜນການ​ອັນ​ກວ້າງຂວາງ ທີ່​ແກ້​ໄຂ​ຕົ້ນ​ເຫດ​ ​ການ​ຫລັ່ງ​ໄຫລ​ອອກ​
ມາ​ຂອງອົບ​ພະຍົບ ພ້ອມ​ກັນ​ກັບ​ເຫດຜົນ​ຕ່າງໆ. ​ແລະ ພວກ​ເຮົາ​ຕ້ອງ​ຮັບ​ມືດ້ວຍ
ຄວາມ​ດຸ່ນດ່ຽງ ລະຫວ່າງ​ການ​ຊ່ວຍ​ເຫຼືອ ພວກ​ທີ່ຕ້ອງການ ​ແລະ ​ຮັບ​ປະກັນ​ຄວາມ​
ປອດ​ໄພ ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ພວກ​ເຮົາ.”

ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ບັນດາປະ​ເທດ ​ເຊັ່ນ ສະ​ວີ​ເດັນ ​
ເຢຍຣະມັນ ​ແລະ ອອສ​ເຕຣ ມີ​ປະສົບ​ການ ​ຮັບ​ເອົາ​ຊາວ​ອົບ​ພະຍົບ ​ໃນ​ຂະນະ​ທີ່ ປະ​ເທດ​
ອື່ນໆ​ໃນ​ຢູ​ໂຣບ ບໍ່​ເຄີຍ​ເລີຍ.

ທ່ານ Schetyna ພວມ​ເຂົ້າຮ່ວມກອງ​ປະຊຸມ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​ນະຄອນ Prague ກັບ​
ບັນດາຄູ່ຕຳ​ແໜ່​ງຂອງ​ທ່ານ ຈາກ Czech Republic Slovakia ​ແລະ Hungary ພ້ອມ
​ດ້ວຍ ປະທານ​ອີຢູຄົນ​ປັດຈຸບັນ ຈາກ​ປະ​ເທດ Luxembourg. ບັນດາ​ລັດຖະມົນຕີພາຍ​ໃນ
​ຂອງ​ອີ​ຢູ ຈະ​ພົບ​ປະກັນ ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ຕິດຕາມ​ມາ​ດ້ວຍ ກອງ​ປະຊຸມ​ສຸດ​ຢອດ​ພິເສດ
ອີ​ຢູ ​ໃນ​ວັນ​ພຸດ​ຕໍ່ໄປ ​ເພື່ອ​ປຶກສາ​ຫາລື ​ແຜນ​ຮັບ​ມື​ກັບ​ວິ​ກິດ​ການຂອງ​ທະວີບ.

ຫຼາຍກວ່າ 470,000 ຄົນ ​ໄດ້​ເດີນທາງ​ໄປ​ເຖິງ​ຢູ​ໂຣບ ​ໃນ​ປີ​ນີ້ ​ເກືອ​ບ 40 ​ເປີ​ເຊັນ ຂອງ​
ພວກ​ຄົນ​ເຫຼົ່ານັ້ນ ມາ​ຈາກ ຊີ​ເຣຍ ອີງ​ຕາມ​ອົງການ​ຍົກຍ້າຍ​ຖິ່ນ​ຖານ​ສາກົນ. ການ​ເຂົ້າ​ໄປ​
ຢ່າງ​ຫລວງຫລາຍ ​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ຢູ​ໂຣບ ຍາດ​ກັນຫາວິທີ​ທາງ​ຮັບ​ມື​ກັບ​ສະພາບ​ການ​ດັ່ງກ່າວ.

​ໃນ​ວັນ​ອາທິດ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ
ສະຫະລັດ ຈະ​ເພີ້​ມຈຳນວນວີ​ຊາທີ່​ຕົນ​ອອກ​ໃຫ້ ​ແກ່​ອົບ​ພະຍົບຂຶ້ນ​ ຈາກ 70,000 ຄົນ ຕໍ່​ປີ
ບັດ​ນີ້ເປັນ 85,000 ​ຄົນ​ໃນ​ປີ 2016 ​ແລະ 100,000 ຄົນ ​ໃນ​ປີ 2017.

Europe Migrants
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG