ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະສັນຕະປາປາ Francis ສະເດັດ ຢ້ຽມຢາມ ຄິວບາ ແລະ ສະຫະລັດ


ພະສັນຕະປາປາ Francis
ພະສັນຕະປາປາ Francis

ພະ​ສັນຕະປະາປາ Francis ​ໄດ້​ສະ​ເດັດ​ອອກ​ຈາກນະຄອນ
​ໂຣມເພື່ອຢ້ຽມຢາມ ເປັນເວລາ ​10 ມື້ ຕໍ່ປະ​ເທດຄິວ​ບາ ແລະ
ສະຫະລັດ ທີ່ເຄີຍ​ ເປັນຄູ່​ປໍ​ລະ​ປັກກັນ ຊຶ່ງຫວ່າງມໍ່​ງມາ​ນີ້ ​ໄດ້​
ສິ້ນ​ສຸດການເປັນສັດຕູໃນສະໄໝສົງຄາມ​ເຢັນທີ່ມີມາໄດ້​ຫຼາຍ
​ທົດ​ສະ​ວັດແລ້ວນັ້ນພາຍ​ໃຕ້ການໃຫ້ຄຳແນະນຳຂອງພະສັນ
ຕະປາປາ.

ປະ​ທານາ​ທິບໍດີຄິວ​ບາ ທ່ານ Raul Castro ຈະ​ຕ້ອນຮັບ ພະ​
ສັນຕະ​ປາປາ Francis ​ເວລາ​ພະ​ອົງ ​ສະ​ເດັດ​ໄປເຖິງ ທີ່​ເດີ່ນ​
ເຮືອບິນສາກົນ Jose Marti ໃນ​ນະຄອນ Havana ​ໃນ​ຕອນ
​ທ່ຽງ​ວັນ​ເສົາມື້​ນີ້. ພະ​ອົງ​ຈະ​ປະກອບພິທີສູດ ​ມົນຢູ່​ທີ່ຈະ​ຕຸ​ລັດ
​ປະຕິ​ວັດ ໃນນະຄອນ Havana ​ໃນ​ວັນ​ອາທິດມື້ອື່ນ ​ກ່ອນການ​ພົບ​ປະ​ສ່ວນ​ໂຕ​ກັບ ທ່ານ
Castro. ​ຜູ້ນຳ​ຄິວ​ບາ ​ໄດ້ມີຄວາມ​ປະ​ທັບ​ໃຈ ​ເປັນພິເສດກັບພະ​ສັນ​ຕະປາ​ປາ ​ທີ່ເກີດ​ຢູ່ປະ​ເທດ ອາເຈັນ​ຕີ​ນາອົງນີ້ ຊຶ່ງ​ທ່ານໄດ້ໃຫ້ຄຳ​ໝັນສັນ​ຍາ​ໃນຕົ້ນ​ປີ​ນີ້​ວ່າ ຈະ​ກັບ​ຄືນ​ໄປນັບຖື
ສາສະໜາໂຣ​ມັນຄາ​ໂທ​ລິກ ທັງໆທີ່ ທາງ​ການ​ຄິວ​ບາ ​ບໍ່​ເຊື່ອສາສະໜາຫຍັງ. ພະສັນຕະ
ປາປາ Francis ຍັງ​ຈະ​ເດີນທາງ​ໄປ​ເມືອງ​ Hoguin ​ແລະ Santiago ໃນລະຫວ່າງ​ການ​ຢ້ຽມຢາມ​ຂອງ​ພະອົງ ​ເປັນ​ເວລາ​ສາມວັນ​ທີ່​ຄິວ​ບາ ​ໂດຍ​ມີແຜນ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ສູດ​ມົນ​ໃຫຍ່ ​ແລະ​ພົບ​ປະ​ກັບນັກບວດ​ຄາ​ໂທ​ລິກ ຢູ່ໃນ​ທັງ​ສອງເມືອງ ກ່ອນຈະ​ເດີນທາງ​ມາ​ຍັງ ນະຄອນຫຼວງວໍ​ຊິງ​ຕັນ.

ພະ​ສັນ​ຕະປະາປາ Francis ​ແລະບັນດາ​ເຈົ້າ​ໜ້າ​ທີ່​ນະຄອນ Vactican ​ໄດ້​ຈັດແຈງໃຫ້ມີ
ການເຈລະຈາແບບລັບໆ​ເປັນເວລາ​ຫລາຍ​ເດືອນ ລະຫວ່າງຮາ​ວາ​ນາ ​ແລະວໍ​ຊິງ​ຕັນ ​ໃນ​ປີ
2014 ທີ່​ສີ້ນສຸດ​ລົງ​ດ້ວຍ​ຄຳ​ປະກາດ​ເປັນທີ່ມີຄວາມສຳຄັນ ປະ​ຫວັດ​ສາດ ໃນ​ເດືອນ​ທັນ
ວາ​ປີກາຍ ​ໂດຍ​ທ່ານ Castro ​ແລະປະທານາທິບໍ ດີສະຫະລັດທ່ານ Barack Obama
ທີ່​ສອງ​ປະ​ເທດ​ໄດ້​ຕັດສິນ​ໃຈຟື້ນຟູຄວາມ ສຳພັນທາງດ້ານການ​ທູດ​ຄືນ​ໃໝ່. ນັບ​ແຕ່​ນັ້ນ
​ມາ ​ປະເທດທັງສອງກໍ​ໄດ້​ເປີດສະ ຖານທູດ ຢູ່​ໃນນະຄອນຫຼວງວໍ​ຊິງ​ຕັນ ​ແລະ​ນະຄອນ​ຮາ​
ວາ​ນາ. ​

Pope Francis Americas
please wait
Embed

No media source currently available

0:00 0:08:19 0:00

XS
SM
MD
LG