ລິ້ງ ສຳຫລັບເຂົ້າຫາ

logo-print

ແຜນການສ້າງເຂື່ອນ ຈີນ ຢູ່ຕາມແມ່ນໍ້າ ເອເຊຍໃຕ້ ກໍ່ໃຫ້ເກີດຄວາມເປັນຫ່ວງ ໃນ ອິນເດຍ ແລະ ບັງກລາແດັສ


ນັກເຄື່ອນໄຫວ ອິນເດຍ ຮ້ອງຄຳຂວັນ ແລະ ຖືປ້າຍ ໃນລະຫວ່າງການປະທ້ວງໃນເມືອງ ກວາຮາຕີ, ອິນເດຍ. 21 ມີນາ, 2012. ພວກນັກເຂື່ອນໄຫວປະທ້ວງຕໍ່ຕ້ານການກໍ່ສ້າງເຂື່ອນ ຈີນ ໃນກາງແມ່ນໍ້າພົມມະບຸດ ຫຼື ບຣາມາປູຕຣາ ຫຼື ຢາລຸງ ຊາງໂປ.

ແຜນການກໍ່ສ້າງເຂື່ອນຂະໜາດໃຫຍ່ຂອງ ຈີນ ຢູ່ເທິງແມ່ນໍ້າທີ່ສຳຄັນທີ່ ໄຫຼເຂົ້າສູ່ ອິນເດຍ ແລະ ບັງກລາແດັສ ໄດ້ເປັນໄພຂົ່ມຂູ່ທີ່ຈະກາຍເປັນຄວາມຮຸນແຮງທີ່ຄວບຄຸມບໍ່ໄດ້ອີກຄັ້ງນຶ່ງກັບ ລັດຖະບານ ນິວ ເດລີ ແລະ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງໃນ ບັງກລາແດັສ, ທີ່ເພິ່ງພາອາໄສແມ່ນໍ້າດັ່ງກ່າວຢ່າງຫຼວງຫຼາຍ ສຳລັບການສະໜອງນໍ້າຈືດຂອງເຂົາເຈົ້າ. ອານຈະນາ ປາຣິສຈາ ມີລາຍງານສຳລັບວີໂອເອເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ໂຄງການດັ່ງກ່າວ, ເຊິ່ງແມ່ນເຂື່ອນທີ່ໃຫຍ່ຫຼາຍໃນແມ່ນໍ້າ ຢາລຸງ ຊາງໂປ, ທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ ພົມມະບຸດ ຫຼື ບຣາມາປູຕຣາ ໃນ ອິນເດຍ, ໄດ້ປະກາດໃນເດືອນພະຈິກທີ່ຜ່ານມາໂດຍບໍລິສັດ ກໍ່ສ້າງພະລັງງານຂອງ ຈີນ. ແຕ່ແນວໃດກໍຕາມມັນກໍບໍ່ໄດ້ເລີ່ມຂຶ້ນເທື່ອ.

ບັນດານັກວິເຄາະໃນ ອິນເດຍ ໄດ້ໝາຍເຕືອນອັນຕະລາຍຫຼາຍຄັ້ງ, ເຂົາເຈົ້າ ຢ້ານວ່າໂຄງການດັ່ງກ່າວຈະກໍ່ໃຫ້ເກີດນໍ້າຖ້ວມກະທັນຫັນ ຫຼື ການຂາດແຄນນໍ້າ. ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພເວົ້າວ່າ ເຂື່ອນທີ່ຕັ້ງຢູ່ໃກ້ກັບເຂດຊາຍແດນທີ່ມີກອງທັບປະຈຳການຢູ່ຢ່າງໜາແໜ້ນຂອງ ຈີນ ກັບ ອິນເດຍ ຈະເຮັດໃຫ້ ປັກກິ່ງ ມີອຳນາດທາງຍຸດທະສາດໃນຂະນະທີ່ຄວາມຂັດແຍ້ງລະຫວ່າງສອງປະເທດດັ່ງກ່າວຮຸນແຮງຂຶ້ນ ຍ້ອນການຜິດຖຽງກັນໃນພູຫິມະໄລ.

ເຂື່ອນດັ່ງກ່າວແມ່ນຄາດວ່າຈະຖືກສ້າງຂຶ້ນໃນ ທິເບດ, ຢູ່ຕາມແລວຂອງແມ່ນໍ້າໃນບໍລິເວນໃກ້ຄຽງກັບລັດ ອາຣູນາຈາລ ປຣາແດັສ ທາງພາກຕາເວັນອອກສຽງເໜືອຂອງ ອິນເດຍ, ເຊິ່ງ ປັກກິ່ງ ອ້າງວ່າເປັນ ທິເບດໃຕ້. ມັນອາດຜະລິດພະລັງງານເຖິງ 60 ກິກາວັດ, ອີງຕາມລາຍງານຂອງສື່ມວນຊົນ ລັດຖະບານ ຈີນ, ມີຂະໜາດເກືອບ 3​ ເທົ່າຂອງເຂື່ອນ 3 ຮ່ອມພູ ຂອງ ຈີນ ຢູ່ເທິງແມ່ນໍ້າ ຢາງ ຊີ, ເຊິ່ງແມ່ນເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ.

“ສຳລັບ ອິນເດຍ, ບັນຫາຕົ້ນຕໍກໍແມ່ນການກະທຳໂດຍຝ່າຍດຽວຂອງ ຈີນ ທີ່ ຈະດຳເນີນໂຄງການ ທີ່ປະກອບກັບການພະຍາຍາມຄວບຄຸມການຫຼັ່ງໄຫຼຂອງນໍ້າໃນແມ່ນໍ້າລະຫວ່າງປະເທດ,” ອີງຕາມການກ່າວຂອງທ່ານ ຈາການາດ ປານດາ ຢູ່ສະຖາບັນການສຶກສາການປ້ອງກັນ ມາໂນຮາ ປາຣິກາ ແລະ ການວິເຄາະໃນນະຄອນຫຼວງ ນິວ ເດລີ.

ມັນຊີ້ໃຫ້ເຫັນວ່າ ແຜນການຕ່າງໆສຳລັບການເປີດຕົວໂຄງການໃນເວລາທີ່ການປະເຊີນໜ້າທາງທະຫານ ກ່ຽວກັບ ຄວາມຂັດແຍ້ງເຂດຊາຍແດນຂອງເຂົາເຈົ້ານັ້ນ ໄດ້ເຮັດໃຫ້ສາຍພົວພັນຊຸດໂຊມລົງກວ່າເກົ່າ, ທ່ານໄດ້ກ່າວວ່າ “ຈີນ ແມ່ນກຳລັງພະຍາຍາມທີ່ຈະເຊື່ອມໂຍງບັນຫານໍ້າກັບຄວາມຂັດແຍ້ງເຂດຊາຍແດນທີ່ໃຫຍ່ກວ່າເພື່ອກົດດັນ ອິນເດຍ.”

ພະລັງງານທີ່ຖືກຜະລິດຈະຊ່ວຍໃຫ້ ປັກກິ່ງ ບັນລຸເປົ້າໝາຍພະລັງງານສະອາດ ແລະ ຂະຫຍາຍຄວາມໝັ້ນຄົງທາງນໍ້າ, ອີງຕາມທ່ານ ຢານ ຊີຢອງ, ປະທານ ບໍລິສັດກໍ່ສ້າງພະລັງານຂອງ ຈີນ, ຜູ້ທີ່ໄດ້ເອີ້ນໂຄງການນັ້ນວ່າ “ໂອກາດຄັ້ງປະຫວັດສາດ.”

ບັນດາຜູ້ຊ່ຽວຊານດ້ານການທະຫານໃນນະຄອນຫຼວງ ນິວເດລີ, ແນວໃດກໍຕາມ, ໄດ້ກ່າວຢໍ້າເຖິງສິ່ງທີ່ເຂົາເຈົ້າເຫັນນັ້ນວ່າເປັນຜົນຕາມມາທີ່ຮ້າຍແຮງດ້ານຄວາມໝັ້ນຄົງສຳລັບ ອິນເດຍ ກ່ຽວກັບ ການມີເຂື່ອນຂະໜາດໃຫຍ່ ຕັ້ງຢູ່ໃກ້ກັບເຂດຊາຍແດນທີ່ມີການຂັດແຍ້ງກັນ.

ພົນຈັດຕະວາ ອາຣຸນ ຊາກາລ ຈາກກຸ່ມນະໂຍບາຍ ເດລີ, ເຊິ່ງແມ່ນກຸ່ມວິໄຈ ໃນນະຄອນຫຼວງ ນິວ ເດລີ ໄດ້ກ່າວວ່າ “ເວລາ ຈີນ ສ້າງສະຖານທີ່ຂະໜາດໃຫຍ່ແບບນີ້, ເຂົາເຈົ້າຈະສົ່ງລະບົບອາວຸດທາງອາກາດໄປ, ພັດທະນາຫົນທາງ, ແລະ. ເມືອງໃໝ່ກໍຈະປາກົດຂຶ້ນ.”

ທ່ານໄດ້ກ່າວວ່າ “ຖ້າເຈົ້ານຳເອົາການພັດທະນາດັ່ງກ່າວນັ້ນ ໄປຢູ່ໃກ້ກັບເຂດຊາຍແດນທີ່ມີການຂັດແຍ້ງກັນ, ມັນຈະກາຍເປັນເສັ້ນສີແດງຂະໜາດໃຫຍ່ ແລະ ຈະບີບບັງຄັບ ອິນເດຍ ໃນທຸກສະ ຖານະການທາງທະຫານ.”

ສະຖານທູດ ຈີນ ໃນນະຄອນຫຼວງ ນິວ ເດລີ ໄດ້ພະຍາຍາມທີ່ຈະຫຼຸດຜ່ອນຄວາມເປັນຫ່ວງ ກ່ຽວ ກັບ ໂຄງການດັ່ງກ່າວ, ໂດຍເວົ້າວ່າການພັດທະນາທີ່ວ່ານັ້ນ ແມ່ນ “ການວາງແຜນເບື້ອງຕົ້ນ ແລະ ຢູ່ໃນຂັ້ນຕອນການສາທິດ.”

ຈີນ “ມັກຈະສະແດງຄວາມຮັບຜິດຊອບຕໍ່ການພັດທະນາ ແລະ ການໃຊ້ແມ່ນໍ້າຂ້າມເຂດຊາຍ ແດນ”, ອີງຕາມການກ່າວໂດຍຖະແຫຼງການຂອງສະຖານທູດ ໃນເດືອນທີ່ຜ່ານມາ.

ຖະແຫຼງການດັ່ງກ່າວໄດ້ເວົ້າວ່າ “ທຸກໂຄງການຈະຕ້ອງຜ່ານການວາງແຜນທາງວິທະຍາສາດ ແລະ ການສາທິດດ້ວຍການພິຈາລະນາຢ່າງເຕັມທີ່ ສຳລັບຜົນກະທົບໃນເຂດລຸ່ມແມ່ນໍ້າ ແລະ ຜົນປະໂຫຍດຂອງທັງບັນດາປະເທດໃນເທິງ ແລະ ລຸ່ມແມ່ນໍ້າ.”

ແຕ່ແນວໃດກໍຕາມ, ນັ້ນບໍ່ໄດ້ໃຫ້ຄວາມອຸ່ນໃຈແມ່ນແຕ່ໜ້ອຍດຽວຕໍ່ ນິວ ເດລີ.

ທ່ານ ປານດາ, ໄດ້ກ່າວຕື່ມໃນລະຫວ່າງການປະເຊີນໜ້າ ທີ່ຮຸນແຮງທາງທະຫານລະຫວ່າງທັງ ສອງປະເທດຢູ່ຕາມເຂດຊາຍແດນຂອງເຂົາເຈົ້າໃນປີ 2017, ເຊິ່ງ ປັກກິ່ງ ບໍ່ໄດ້ແລກປ່ຽນຂໍ້ມູນດ້ານອຸຕຸນິຍົມກັບ ນິວ ເດລີ ທີ່ຖືກພິຈາລະນາວ່າ ມີຄວາມສຳຄັນຕໍ່ການພະຍາກອນນໍ້າຖ້ວມ ໃນພາກຕາເວັນອອກສຽງເໜືອກັບ ອິນເດຍ ວ່າ “ການໃຊ້ຄຳເວົ້າກ່າວຖະແຫຼງໃດໆຈະບໍ່ເປັນການຊ່ວຍເຫຼືອຫຍັງ.”

ທ່ານໄດ້ກ່າວວ່ານັ້ນໄດ້ເຮັດໃຫ້ມີຄວາມເປັນຫ່ວງຫຼາຍຂຶ້ນວ່າ ຈີນ ອາດໃຊ້ຕຳແໜ່ງເທິງແມ່ນໍ້າຂອງເຂົາເຈົ້າສຳລັບອິດທິພົນທາງຍຸດທະສາດ.

ໃນຂະນະທີ່ ອິນເດຍ ແລະ ຈີນ ບໍ່ສາມາດມີສົນທິສັນຍາຢ່າງເປັນທາງການນຳກັນ ກ່ຽວກັບ ການແບ່ງປັນນໍ້ານັ້ນ, ສອງປະເທດທີ່ຢູ່ໃກ້ຄຽງກັນດັ່ງກ່າວ ມີີຂໍ້ຕົກລົງສອງສະບັບ ກ່ຽວກັບ ການແລກ ປ່ຽນຂໍ້ມູນ ກ່ຽວກັບ ການຫຼັ່ງໄຫຼຂອງນໍ້າ. ປັກກິ່ງ ແມ່ນໄດ້ສ້າງເຂື່ອນຂະໜາດນ້ອຍ ແລະ ຂະໜາດກາງປະມານ 12 ແຫ່ງໃສ່ເທິງແມ່ນໍ້າ ຢາລຸງ ຊາໂປ ແລ້ວ.

ລຸນຫຼັງການປະກາດຂອງ ຈີນ ກ່ຽວກັບ ໂຄງການຄັ້ງຫຼ້າສຸດນັ້ນ, ເຈົ້າໜ້າທີ່ ອິນເດຍ ທ່ານນຶ່ງໄດ້ກ່າວຕໍ່ບັນດານັກຂ່າວວ່າ ນິວ ເດລີ ກໍຢູ່ໃນຂັ້ນການສະຫຼຸບໂຄງການສ້າງເຂື່ອນຢູ່ແມ່ນໍ້າ ພົມມະບຸດ ເຊັ່ນກັນ.

ທ່ານ ທີ ເອັສ ເມຣາ, ເຈົ້າໜ້າທີ່ອະວຸໂສໃນກະຊວງນໍ້າຂອງ ອິນເດຍ ໄດ້ ກ່າວຕໍ່ອົງການຂ່າວ Press Trust ຂອງ ອິນເດຍ ໃນເດືອນທີ່ຜ່ານມາວ່າ “ໂຄງການນີ້ຈະຊ່ວຍແກ້ໄຂຜົນກະທົບຈາກໂຄງການພະລັງງານໄຟຟ້າຂອງ ຈີນ.”

ບົດລາຍງານນຶ່ງ ທີ່ຖືກເຜີຍແຜ່ ໂດຍສະຖາບັນ ໂລວີ (Lowy) ຂອງ ອອສເຕຣເລຍ ໃນເດືອນກໍລະກົດທີ່ຜ່ານມາກ່າວວ່າ ອິນເດຍ ຕ້ອງປະເມີນວິທີທີ່ ຈີນ ອາດໃຊ້ຄວາມໄດ້ປຽບຂອງເຂົາເຈົ້າໃນຖານະເປັນ “ຜູ້ຖືກຳມະສິດຢູ່ເທິງແມ່ນໍ້າ” ຕໍ່ບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າ.

ໂຄງການ ຈີນ ດັ່ງກ່າວ ຍັງໄດ້ກະຕຸ້ນໃຫ້ເກີດຄວາມເປັນຫ່ວງຢ່າງໃຫຍ່ໃນ ບັງກລາແດັສ, ເຊິ່ງຢ້ານວ່າເຂົາເຈົ້າອາດໄດ້ຮັບຜົນກະທົບຫຼາຍກວ່າ ອິນເດຍ ອີກ.

ບັນດານັກຊ່ຽວຊານຢ້ານວ່າ ແຜນການສ້າງເຂື່ອນດັ່ງກ່າວຈະລົບກວນການຫຼັ່ງໄຫຼຂອງແມ່ນໍ້າທີ່ສຳຄັນ ສຳລັບການຄໍ້າຈູນຊີວິດການເປັນຢູ່ ແລະ ກະສິກຳໃນປະເທດທີ່ມີປະຊາກອນໜາແໜ້ນນັ້ນ ແລະ ໄດ້ຮຽກຮ້ອງສຳລັບການປຶກສາຫາລືກັບບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າ ກ່ອນໂຄງການຈະດຳເນີນການຕໍ່ໄປ.

ທ່ານ ມາລິກ ຟີດາ ຄານ, ຜູ້ອຳນວຍການໃຫຍ່ຂອງສູນກາງເພື່ອການບໍລິການ ຂໍ້ມູນສິ່ງແວດລ້ອມ ແລະ ພູມສາດໃນນະຄອນຫຼວງ ດາກາ ກ່າວວ່າ “ໃນລະດູແລ້ງ, ແມ່ນໍ້າ ພົມມະບຸດ ຈະທຳການປະ ກອບສ່ວນ ທີ່ສຳຄັນທີ່ສຸດຕໍ່ ບັງກລາແດັສ.”

ທ່ານໄດ້ກ່າວວ່າເຂື່ອນດັ່ງກ່າວອາດສ້າງຄວາມເສຍຫາຍຫຼາຍໄປກວ່ານັ້ນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະລິມານການຫຼັ່ງໄຫຼຂອງນໍ້າ.

ທ່ານໄດ້ເວົ້າວ່າ “ເຈົ້າຈະເຮັດໃຫ້ຕະກອນຕົກຄ້າງ, ເຊິ່ງແມ່ນຝຸ່ນທີ່ໄຫຼມາຈາກຕົ້ນແມ່ນໍ້າ ແລະ ນັ້ນຈະມີຜົນກະທົບຂະໜາດໃຫຍ່ຕໍ່ລະບົບນິເວດ.”

ນີ້ບໍ່ແມ່ນໂຄງການເຂື່ອນພະລັງງານນໍ້າແຫ່ງທຳອິດໃນ ຈີນ ທີ່ຈະກໍ່ໃຫ້ເກີດ ຄວາມເຄັ່ງຕຶງໃນພາກພື້ນ.

ໃນເອເຊຍຕາເວັນອອກສຽງໃຕ້, ຈີນ ໄດ້ປະເຊີນກັບການກ່າວຫາຕ່າງໆທີ່ວ່າ ເຂື່ອນຫຼາຍແຫ່ງໃນແມ່ນໍ້າຂອງ ໄດ້ເຮັດໃຫ້ບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າຂາດນໍ້າຢ່າງຮຸນແຮງກວ່າເກົ່າ. ແຕ່ ປັກກິ່ງ ໄດ້ປະຕິເສດບໍ່ໃຫ້ຄວາມສຳຄັນຕໍ່ລາຍງານນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG