ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນລຳນຶ່ງ ທີ່ບັນທຸກ 28 ຄົນ ຫາຍສາບສູນໄປ ໃນເຂດກ້ຳຕາເວັນອອກສຸດ ຂອງຣັດເຊຍ


ແຜນທີ່ສະແດງໃຫ້ເຫັນ ນະຄອນຫຼວງມົສກູ ແລະນະຄອນເຊັນປີເຕີສເບີກ ຂອງຣັດເຊຍ
ແຜນທີ່ສະແດງໃຫ້ເຫັນ ນະຄອນຫຼວງມົສກູ ແລະນະຄອນເຊັນປີເຕີສເບີກ ຂອງຣັດເຊຍ

ອົງການການບິນຂອງຣັດເຊຍ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຊາກຫັກພັງໄດ້ຖືກພົບເຫັນຢູ່ໃນຂົງເຂດກຳຊາດກາ (Kamchatka) ທາງພາກຕາເວັນອອກສຸດຂອງປະເທດ ຫຼັງຈາກທີ່ເຮືອບິນທີ່ບັນທຸກ 28 ຄົນນັ້ນ ໄດ້ຫາຍສາບສູນໄປ.

ບັນດາຜູ້ຄວບຄຸບການສັນຈອນທາງອາກາດ ໄດ້ຂາດການຕິດຕໍ່ກັບເຮືອບິນແອນໂຕນັອບ ແອນ-26 (Antonov An-26) ທີ່ໄດ້ບິນອອກຈາກເມືອງ ເປໂທຣປາວ໌ລອບສຄ໌-ກຳຊາດສກີ (Petropavlovsk-Kamchatsky) ເພື່ອໄປຍັງເມືອງປາລານາ.

ອົງການການບິນດັ່ງກ່າວ ໄດ້ກ່າວວ່າ ຊາກຫັກພັງ ໄດ້ຖືກພົບເຫັນ ຢູ່ຫ່າງຈາກສະໜາມບິນ ປະມານ 5 ກິໂລແມັດ ບ່ອນທີ່ມັນຄວນຈະບິນລົງຈອດນັ້ນ.

ອົງການຂ່າວຕ່າງໆຂອງຣັດເຊຍ ໄດ້ລາຍງານວ່າ ພາຍໃນບັນດາຜູ້ໂດຍສານ 22 ຄົນ ແລະລູກເຮືອ 6 ຄົນ ນັ້ນ ບໍ່ມີຜູ້ໃດລອດຊີວິດເລີຍ.

Russia’s aviation agency said Tuesday wreckage had been found in the Kamchatka region in the far eastern portion of the country after a plane with 28 people on board went missing.

Air traffic controllers lost contact with the Antonov An-26 plane that was on its way from the city of Petropavlovsk-Kamchatsky to Palana.

The aviation agency said the wreckage was found about five kilometers from the airport where it was supposed to land.

Russian news agencies reported there were no survivors among the 22 passengers and six crew members.

XS
SM
MD
LG