ປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປະກອບ
ດ້ວຍ 18 ແຂວງ ມີປະຊາກອນ6 ລ້ານກ່ວາຄົນ ທີ່ປະກອບດ້ວຍ
ຢ່າງນ້ອຍ 48 ຊົນຊາດຊົນເຜົ່າ. ແຕ່ລະເຜົ່າມີ ສິນລະປະຮິດຄອງ
ປະເພນີພື້ນເມືອງແລະວັດທະນາທໍາອັນງົດງາມ ທີ່ເຂົາເຈົ້າໄດ້ພາ
ກັນຮັກສາແລະຖ່າຍທອດ ແລະປະຕິບັດກັນມາເປັນເວລາຫລາຍ
ພັນປີ.
ບັດນີ້ ສິນລະປະໂບຮານອັນເກົ່າແກ່ຂອງລາວ ເຊັ່ນວ່າ ການຕໍ່າຫູກ
ການຫຍິບປັກທັກແສ່ວ ແລະເຄື່ອງຫັດຖະກໍາຕ່າງໆ ທີ່ເຮັດດ້ວຍສີ
ໄມ້ລາຍມື ໄດ້ຖືກຄົ້ນພົບໂດຍໂລກພາຍນອກ ທີ່ແລເຫັນເຖິງຄວາມ
ພາກພຽນ ແລະຊໍານິຊໍານານຂອງຊົນເຜົ່າລາວ ໃນການຜະລິດ
ເຄື່ອງຫັດຖະກໍາ ທີ່ປານີດໂດຍບໍ່ໃຊ້ເຄື່ອງຈັກອັນທັນສະໄໝ.
ເຄື່ອງຫັດຖະກໍາພື້ນເມືອງໂບຣານອັນງົດງາມ ໜ້າງຶດງໍ້ ລັບລີ້ດັ່ງ
ກ່າວນີ້ ບັນດາປະຊາກອນປະເທດອຸດສາຫະກໍາ ແມ່ນບໍ່ມີຄວາມສາມາດ ທີ່ຈະໃຊ້ເວລາມານັ່ງປະດິດກັນໄດ້.
ເວລານີ້ ເຄື່ອງຫັດຖະກໍາຝີມີປານີດອັນນຶ່ງຂອງເຜົ່າຂະມຸ ຈາກແຂວງອຸດົມໄຊ ກໍາລັງຖືກນໍາມາຈໍານ່າຍຢູ່ໃນສະຫະລັດ ໃນຖານະເປັນຜະລິດທະພັນທໍາມະຊາດ ສໍາລັບໃຊ້ເປັນຖົງພາຍໃສ່ເຄື່ອງ ຫລືໃຊ້ແທນຖົງຢາງ ພລາສຕິກ. ຜະລິດຕະພັນທີ່ວ່ານີ້ ກໍຄືຖົງປຽດ ທີ່ສານດ້ວຍເຄືອໄມ້ ທີ່ເອີ້ນວ່່າ ເຄືອປຽດ ໃນພາສາລາວ ແຕ່ຮູ້ກັນດີຢູ່ໂລກພາຍນອກ ໃນພາສາຍີປຸ່ນວ່າ Kudzu. ມັນເປັນເຄືອໄມ້ຊະນິດທີ່ເລືອຍາວ ກ້ຽວກອດຂື້ນ ຕາມຕົ້ນໄມ້ ມີໃບໜາຕຶບ ມີຫົວຄືກັນກັບມັນ
ເພົາ ມີດອກສີອິດ. ລໍາເຄືອຂອງມັນກົມໃຫຍ່ເທົ່າກັນກັບນີ້ວມື ແລະມັນເປັນເຄືອໄມ້ທີ່ແຜ່
ຂະຫຍາຍອອກໄປຢ່າງວ່ອງໄວ ແລະຄວບຄຸມຍາກ. ເຄືອໄມ້ Kudzu ນີ້ ເກີດຢູ່ທາງພາກໃຕ້ຂອງຍີ່ປຸ່ນ ພາກຕາເວັນອອກສຽງໃຕ້ຂອງຈີນ ພາກເໜືອ ຂອງລາວ ແລະບາງລັດທາງພາກໃຕ້ຂອງສະຫະລັດອາເມລິກາ ຊຶ່ງມີຊື່ທາງວິທະຍາສາດວ່າ Pueraria lobata.
ປັດຈຸບັນນີ້ ຫົວຂອງເຄືອປຽດ ຫລື Kudzu ໄດ້ຖືກນໍາມາຜະລິດເປັນຢາ ປິ່ນປົວ ຄົນຂີ້ເຫລົ້າ ຄົນເມົາເຫລົ້າ ເຈັບກ້າມເນື້ອ ການເດີນຂອງເລືອດໃນຫົວໃຈ ການຫາຍໃຈ ແລະປົວມະເຮງ
ຢູ່ໃນປະເທດຍີ່ປຸ່ນ.
ແຕ່ວ່າ ຢູ່ໃນ ສປປ ລາວ ເຜົ່າຂະມຸ ໄດ້ນໍາເອົາເຄືອປຽດ ຫລື Kudzu ນີ້ ມາເຮັດຖົງພາຍ ຊຶ່ງເປັນເຄື່ອງສິນລະປະ ຫັດຖະກໍາອັນລໍ້າຄ່າ ປະຈໍາເຜົ່າຂະມຸ ມາເປັນເວລາຫລາຍພັນປີ.
ໃນຫວ່າງສອງສາມປີຜ່ານມານີ້ ຄວາມສໍາຄັນຂອງຖົງປຽດ ຫັດຖະກໍາອັນລີ້ລັບ ຂອງເຜົ່າຂະມຸ ໄດ້ຖືກຄົ້ນພົບ ຈາກໂລກພາຍນອກ ແລະໄດ້ກາຍມາເປັນສີນຄ້າສົ່ງອອກ ມາຂາຍຢູ່ໃນທ້ອງຕະຫລາດຂອງສະຫະລັດ ອາເມຣິກາ. ຄຸນນະປະໂຫຍດຂອງຖົງປຽດ ກໍຄື
ການນໍາມາໝຸນໃຊ້ຄືນໃໝ່ໄດ້ ເພາະເປັນເປັນຖົງພາຍຕາໜ່າງທີ່ຍືດຍຸ່ນ ໃຊ້ບັນຈຸຫລາຍສິ່ງຫລາຍຢ່າງໜັກໆໄດ້. ພືດທໍາມະຊາດ ທີ່ນໍາມາຜະລິດເປັນເຄື່ອງໃຊ້ປະຈໍາໂຕດັ່ງກ່າວນີ້ ໄດ້ກາຍມາເປັນອຸດສາຫະກໍາ ທີ່ນໍາລາຍໄດ້ມາສູ່ຄອບຄົວເຜົ່າຂະມຸ ທີ່ຍາກຈົນ ໂດຍບໍ່ໄດ້ທໍາລາຍທໍາມະຊາດ ແລະບໍ່ໄດ້ສ້າງຄວາມເປື້ອນເປີ້ະ ໃຫ້ແກ່ສິ່ງແວດລ້ອມໃດໆທັງສີ້ນ.
ທ່ານ ບຸນຊູ ແກ້ວອໍາພອນ ໜຸ່ມລາວເຜົ່າລື້ ເປັນຜູ້ຕາງໜ້າອົງການຫລຸດຜ່ອນຄວາມທຸກຈົນ ຂອງເຜົ່າຂະມຸ ຫລື Poverty Reduction Project/Khmu-Lao. ທ່ານ ບຸນຊູ ໄດ້ແວ່ມາ
ຢ້ຽມຢາມວີໂອເອ ໃນໂອກາດເດີນທາງມາວຽກ ທີ່ນະຄອນຫລວງວໍຊິງຕັນ. ທ່ານໄດ້ເລົ່າປະວັດ ແລະ ປະເພນີ ຄວາມເປັນມາຂອງ ຖົງປຽດ ສູ່ວີໂອເອຟັງ.
ຟັງສຽງທ່ານບຸນຊູໃນລາຍງານ...
ປັດຈຸບັນນີ້ ຖົງປຽດ ຫລື Nature Bag ກໍາລັງຈະຖືກນໍາອອກຈໍາໜ່າຍໃນຕະຫລາດ Whole Food ຊຶ່ງເປັນຕະຫລາດອັນດັບນຶ່ງທີ່ມີຊື່ສຽງ ຢູ່ໃນສະຫະລັດ ອາເມຣິກາ. ສີນຄ້າຢູ່ໃນຕະ
ຫລາດດັ່ງກ່າວນີ້ ລ້ວນແລ້ວແຕ່ເປັນຜະລິດຜົນທີ່ເອີ້ນວ່າ organic ຫລືຜະລິດຜົນຈາກທໍາມະຊາດ ທີ່ບໍ່ໃຊ້ສານເຄມີ ໃນການປູກຝັງເພື່ອບໍລິໂພກ ແລະ ການຜະລິດເຄື່ອງໃຊ້ສອຍຕ່າງໆ ເພື່ອຊ່ວຍສົ່ງເສີມ ການໝູນວຽນ ຮັກສາສິ່ງແວດລ້ອມ.ດ້ວຍເຫດນີ້ເອງ ຖົງປຽດຂອງເຜົ່າລາວຂະມຸ ຈຶ່ງໄດ້ຖືກເປັນທີ່ຮັບຮູ້ ແລະນໍາມາວາງຂາຍ ທີ່ຕະຫລາດແຫ່ງນີ້ ຂອງສະຫະລັດ.