ການຊອກຮູ້ຮໍ່າຮຽນ ສົ່ງຜົນດ້ານດີຫຼາຍຢ່າງຕໍ່ຊີວິດຂອງຄົນເຮົາ, ແລະບາງຄັ້ງ ການຊອກຮູ້ຮໍ່າຮຽນ ຍັງໄດ້ເຮັດໃຫ້ໃຜຜູ້ນຶ່ງມີໂອກາດທີ່ດີໃນຊີວິດ ແລະພ້ອມທີ່ຈະແບ່ງປັນສິ່ງດີໆເຫຼົ່ານັ້ນ ໃຫ້ແກ່ຄົນທີ່ຍັງຂາດເຂີນ ແລະຕ້ອງ ການ, ໃນມື້ນີ້ VOA Lao ມີໂອກາດໄດ້ໂອ້ລົມ ແລະສໍາພາດກັບທ້າວ ຄໍາພຸດ, YouTuber ອາລົມດີ ທີ່ສ້າງຄອນເທັນໃຫ້ຫຼາຍຄົນໄດ້ເຫັນການຮຽນການສອນ ແລະຊີວິດປະຄໍາວັນຂອງລາວ ຜ່ານສື່ສັງຄົມອອນລາຍ.
ທ້າວ ຄໍາພຸດ ອາຍຸ 27 ປີ, ເກີດ ແລະເຕີບໃຫຍ່ຢູ່ບ້ານຕອງ ເມືອງຄໍາ ແຂວງ ຊຽງຂວາງ, ລາວເປັນຄົນທີ່ໄຝ່ຮຽນເພື່ອການສຶກສາ ແລະເປັນຄົນອາລົມດີ ພ້ອມທັງເປັນຄົນມັກເວົ້າມັກລົມ ໂດຍສະເພາະກັບຄົນຕ່າງປະເທດທີ່ມາພັກຢູ່ ບ້ານພັກທີ່ລາວເຮັດວຽກຢູ່ໃນໂຕເມືອງນະຄອນຫຼວງພະບາງ ໃນຊ່ວງທີ່ລາວ ໄປຮຽນຢູ່ຫຼວງພະບາງນັ້ນ, ຄໍາພຸດ ຈິຶ່ງມີໂອກາດໄດ້ພົບກັບ ອາຈານ ເຄທີ ເມື່ອຊ່ວງປີ 2017, ທີ່ເດີນທາງໄປປະເທດລາວ ເພື່ອເປັນອາສາສະໝັກຄູສອນ ພາສາອັງກິດ ຈາກອົງກອນການກຸສົນທີ່ສອນພາສາໃຫ້ແກ່ປະຊາຊົນຜູ້ດ້ອຍ ໂອກາດໃນບັນດາປະເທດຂົງເຂດເອເຊຍຕາເວັນອອກສຽງໃຕ້ ໂດຍມີສໍານັກ ງານຢູ່ໃນ ສະຫະລັດ, ທັງສອງ ຈຶ່ງມີໂອກາດໄດ້ໂອ້ລົມ, ແລກປ່ຽນບົດຮຽນ ແລະໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈົນໃນທີ່ສຸດ ກໍນໍາເອົາທັງສອງ ເຂົ້າສູ່ປະຕູວິວາເມື່ອຊ່ວງປີ 2020.
ຫຼັງຈາກແຕ່ງງານມາໄດ້ຊ່ວງໄລຍະນຶ່ງ, ທັງສອງຈຶ່ງຕັດສິນໃຈກັບເມືອເປີດ ຫ້ອງຮຽນ ສໍາລັບສອນພາສາອັງກິດ ແລະພາສາຈີນ ຢູ່ບ້ານເກີດຂອງ ຄໍາພຸດ ໂດຍຈະນໍາໃຊ້ລະບົບການຮຽນການສອນຈາກແບບຮຽນຂອງ ອາຈານ ເຄທີ.
“ຈະໃຊ້ເປັນແບບຮູບພາບເຂົ້າມາຊ່ວຍ, ຫຼິ້ນເກມບໍ, ພານັກຮຽນ enjoy ແບບມ່ວນໄປນໍາຫັ້ນນະ ເຂົາເຈົ້າຈັ່ງຢາກຮຽນ. ຖ້າເຮົາໄປ focus ທາງເລື້ອງ ການຂຽນນິ ນັກຮຽນຈະແລ້ວວັບເລີຍລະ ໂຕນຫ້ອງທຶດໆລະ ແລະກໍບໍ່ມາໂຮງ ຮຽນ.
ວິທີການສອນສໍາລັບພຸດແລ້ວລະຫວ່າງພາສາອັງກິດ ແລະ ພາສາຈີນ ມັນແຕ່ງຕ່າງກັນແນວໃດ? ແລະອັນໃດເຮັດໃຫ້ເຮົາຄິດວ່າ ມັນງ່າຍກວ່າໃນ ການຖ່າຍທອດອອກເປັນບົດຮຽນ ສໍາລັບນັກຮຽນ?
ພຸດ: ຄິດວ່າ ຖ້າເປັນເລື້ອງພາສາມັນກໍຄ້າຍຄືກັນລະຫວ່າງພາສາອັງກິດ ແລະ ຈີນ, ແຕ່ເທັກນິກທີ່ນ້ອງໃຊ້ເປັນປະຈໍາ ອັນນີ້ຕ້ອງຂໍຂອບໃຈອາຈານ ເຄທີ ທີ່ໄດ້ປະສົບການຈາກລາວ, ຄືຈະເອົາເກມເຂົ້າມາໃຫ້ນັກຮຽນຫຼິ້ນ ເຮົາສອນ ບົດຮຽນກ່ຽວກັບອັນໃດ ກ່ຽວກັບສັດບໍ ກ່ຽວກັບສີບໍ ເຮົາຈະເອົາໂຕນັ້ນເຂົ້າມາ.”
ໂຮງຮຽນທີ່ ຄໍາພຸດ ແລະ ອາຈານ ເຄທີ ເປີດ, ມີທັງໝົດ 3 ຫ້ອງຮຽນ, 1 ຫ້ອງການ, ເປີດສອນພາສາ ອັງກິດ ແລະພາສາຈີນ. ປັດຈຸບັນ, ມີອາຈານທັງ ໝົດ 3 ຄົນ ຄື: ອາຄານ ເຄທີ, ອາຈານ ໂຕ ແລະ ຄໍາພຸດ ເອງ. ກຸ່ມເປົ້າ ໝາຍໃນການສິດສອນ ແມ່ນບັນດານັກຮຽນຊັ້ນປະຖົມ.
ຄໍາພຸດ ເລົ່າໃຫ້ຟັງວ່າ ເຫດຜົນທີ່ເລືອກຢາກໄປເປີດໂຮງຮຽນສອນໜັງສືພາສາ ຕ່າງປະເທດຢູ່ບ້ານເກີດ ກໍຍ້ອນຂົງເຂດທີ່ລາວຈາກມາ ຍັງຕ້ອງການ ການສຶກສາ.
“ເປັນຫຍັງນ້ອງຈຶ່ງເລືອກໄປເປີດສູນການຮຽນການສອນຢູ່ບ້ານເກີດຂອງນ້ອງ?
ພຸດ: ໂດຍ, ເປັນຄໍາຖາມທີ່ໜ້າສົນໃຈເນາະ...ກໍຄື ແຜນການໂຕນີ້ ນ້ອງ ແລະ ອາຈານ ເຄທີ ລົມກັນ, ຄືມີການວາງແຜນກັນແລ້ວລະ. ແຕ່ນ້ອງຄິດວ່າ ນ້ອງ ຢາກກັບໄປບ້ານເກີດ ຢາກໄປພັດທະນາ, ອາດຈະເປັນຍ້ອນຕົນເອງມີປົມດ້ອຍ ກ່ຽວກັບການສຶກສາ.”
ແນວໃດກໍຕາມ, ຄວາມຝັນທີ່ຈະເປີດການຮຽນການສອນຂອງ ຄໍາພຸດ ແລະ ອາຈານ ເຄທີ ບໍ່ແມ່ນເລື້ອງງ່າຍ ເພາະສິ່ງທີ່ຄາດຫວັງໄວ້ ມັນມີການປ່ຽນແປງ.
“ຄືຕອນທໍາອິດນີ້ມີນັກຮຽນຫຼາຍ ແຕ່ພໍເວລາເຮົາເລີ້ມສອນໄດ້ເທີມນຶ່ງ, ທັດສາມ ເດືອນຂຶ້ນໄປ ນັກຮຽນຈະເລີ້ມຫຼຸດລົງ ຫຼຸດລົງ. ນັກຮຽນນີ້ ຢາກໄດ້ພາສາ ແຕ່ບໍ່ຢາກຮຽນ.
ນ້ອງເຫັນຈຸດແຕກຕ່າງບໍ່ວ່າ ອັນໃດເຮັດໃຫ້ເຂົາຢາກໄດ້ພາສາອັງກິດ ແຕ່ບໍ່ຢາກຮຽນ?
ພຸດ: ຄິດວ່າເປັນນໍາ social (ສື່ສັງຄົມ) ເຂົ້າມາຫຼາຍກວ່າ.”
ເນື່ອງຈາກຄວາມມ່ວນຊື່ນໃນຊີວິດປະຈໍາວັນ ໃນການໃຊ້ຊີວິດຢູ່ຊົນນະບົດກັບ ພັນລະຍາທີ່ມາຈາກຕ່າງປະເທດ ພ້ອມດ້ວຍລູກນ້ອຍໃນໄວໜ້າຮັກ, ຄໍາພຸດ ຈຶ່ງສ້າງຄອນເທັນ ກ່ຽວກັບການຮຽນການສອນ, ແລະການໃຊ້ຊີວິດປະຈໍາວັນ ຂຶ້ນມາ ໂດຍນໍາສະເໜີຜ່ານຊ່ອງທາງສື່ສັງຄົມອອນລາຍ, ເຊິ່ງລາວໄດ້ກ່າວເຖິງຈຸດເລີ້ມຕົ້ນວ່າ:
“ອາດຈະເປັນນໍາໂຕເອງເປັນແບບຂີ້ອາຍ ແບບບໍ່ຫຼໍ່ຫັ້ນນະ...ເຮີຍ ເຮົາແບບບໍ່ຫຼໍ່ ແລະສໍານຽງຂອງເຮົາກໍແບບບໍ່ໄດ້ອີກ ແລະກໍເຮັດໃຫ້ເຮົາບໍ່ຢາກເຂົ້າກ້ອງປານ ໃດ. ປີ 2018 ເລີ້ມມີມືຖືເປັນຂອງະຕົນເອງ, ຄືຕອນນັ້ນ ມີມືຖືແບບເອື້ອຍ ອ້າຍເອົາໃຫ້, ສໍານຶກພາບເບິ່ງ ອັນນີ້ແມ່ນມືຖື ແລະຈໍເຄິ່ງນຶ່ງຄືເຕກ ດໍາປິດ, ເຫັນແຕ່ສ່ວນລຸ່ມ ຊີຖ່າຍວີດີໂອ ກໍບໍ່ຮູ້ແນວຊິເຮັດ. ມາຮຽນຕໍ່ ແລ້ວກໍເກັບເງິນ ແລ້ວກໍຊື້ໂທລະສັບໜ່ວຍນື່ງ.”
ປັດຈຸບັນ, ຄໍາພຸດ ເດີນທາງມາຍັງ ສະຫະລັດ ເນື່ອງຈາກພາລະກິດທາງຄອບ ຄົວ, ແລະນີ້ກໍເປັນການເດີນທາງມາຄັ້ງທີສອງຂອງລາວ ຈຶ່ງເຮັດໃຫ້ລາວເຫັນ ເຖິງຄວາມແຕກຕ່າງຫຼາຍຢ່າງ ແລະສ້າງໃຫ້ລາວມີຄວາມຄິດວ່າ ແມ່ນຫຍັງ ຄືສິ່ງທີ່ລາວຕ້ອງຖອດຖອນບົດຮຽນຈາກທີ່ນີ້ ເພື່ອໄປພັດທະນາບ້ານເກີດຂອງ ລາວເອງ.
“ເຮົາໄດ້ມາປະເທດແບບຈະເລີນແບບນີ້ແລ້ວຮູ້ສຶກແບບ...ໂອ, ວ້າວ ເຂົາລໍ້າເຮົາ ໄປເທົ່າໃດແລ້ວນິນະ, ແຕ່ກະດີໃຈທີ່ຄົນຜູ້ນຶ່ງທີ່ຢູ່ແບບບ້ານນອກ ວ່ານີ້ຊະ, ໄດ້ມາເຫັນແບບແນວນີ້ກະຮູ້ສຶກແບບພູມໃຈ...ສໍາຄັນກໍຄືວ່າ ເຮົາຊິເກັບເອົາ ບົດຮຽນຢູ່ທີ່ນີ້ ໄປພັດທະນາບ້ານເກີດເຮົາແນວໃດເນາະ ໂຕນັ້ນຈະສໍາຄັນ ກວ່າ.”
ຄໍາພຸດ ກ່າວວ່າ ຈະກັບເມືອຫຼັງຈາກສຳເລັດພາລະກິດຢູ່ທີ່ນີ້, ແລະເນື່ອງຈາກ ຕົນເອງໃຫ້ກຽດພັນລະຍາ, ຄໍາພຸດ ຈຶ່ງສຸດແລ້ວແຕ່ຄອບຄົວວ່າ ເພິ່ນຈະອາໄສ ຢູ່ໄສໃນອະນາຄົດຕໍ່ໜ້າ. ສ່ວນລູກໆ, ໃນຊ່ວງໄວຮຽນໃນຊັ້ນປະຖົມ ຫາ ມັດທະຍົມ ລາວ ແລະພັນລະຍາຕົກລົງວ່າ ຈະໃຊ້ລະບົບການຮຽນແບບ Home Study ຂອງຫຼັກສູດ ອາເມຣິກັນ ໂດຍຈະທໍາການສິດສອນລູກໆ ຊ່ວຍກັນ.
ສໍາລັບໂຮງຮຽນຂອງລາວ ແມ່ນຍັງສືບຕໍ່ເປີດສອນໄປເລື້ອຍໆ ພ້ອມທັງ ຈະຊອກຫາພັດທະນາຫຼັກສູດ ເພື່ອເຮັດໃຫ້ເດັກນ້ອຍສົນໃຈ ແລະເຂົ້າໃຈວິທີການຮຽນຮູ້ໄດ້ໄວຂຶ້ນ.
ຟໍຣັມສະແດງຄວາມຄິດເຫັນ