ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ ພູເບ້ຍ ມາຍນິງ ຍັງບໍ່ທັນຈ່າຍເງິນ ຊົດເຊີຍ ໃຫ້ປະຊາຊົນ ລາວ ທີ່ໄດ້ຮັບຜົນ ກະທົບ


ໃນປັດຈຸບັນບໍລິສັດ ພູເບ້ຍ ມາຍນິງ ໄດ້ດຳເນີນການສຳຫຼວດ ແລະ ຂຸດຄົ້ນແຮ່ຄຳຢູ່ໃນ 2 ພື້ນທີ່ຄື ເມືອງຄຳ ຢູ່ເຂດພູຄຳ ແລະ ເຂດບ້ານຫ້ວຍຊາຍ ແຂວງ ໄຊສົມບູນ.
ໃນປັດຈຸບັນບໍລິສັດ ພູເບ້ຍ ມາຍນິງ ໄດ້ດຳເນີນການສຳຫຼວດ ແລະ ຂຸດຄົ້ນແຮ່ຄຳຢູ່ໃນ 2 ພື້ນທີ່ຄື ເມືອງຄຳ ຢູ່ເຂດພູຄຳ ແລະ ເຂດບ້ານຫ້ວຍຊາຍ ແຂວງ ໄຊສົມບູນ.

ບໍລິສັດ ພູເບ້ຍ ມາຍນິງ ຍັງບໍ່ທັນຈ່າຍເງິນຊົດເຊີຍທີ່ດິນ ແລະ ສິ່ງປູກຂອງຝັງຂອງປະ
ຊາຊົນ ລາວ ທີ່ຖືກກະທົບຈາກການສຳຫຼວດ ແລະ ຂຸດຄົ້ນແຮ່ທາາດຂອງບໍລິສັດພູເບ້ຍ
ໃນເຂດແຂວງໄຊສົມບູນ.

ທ່ານ ຄຳແດງ ສີລາວົງ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງໄຊສົມບູນ ຢືນຢັນ
ວ່າກໍລະນີິບັນຫາທີ່ປະຊາຊົນ ລາວ ໃນແຂວງໄຊສົມບູນ ໄດ້ສະແດງການຮຽກຮ້ອງ ແລະ ຂໍໃຫ້ສະພາແຫ່ງຊາດ ລາວ ໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນທີ່ສຸດໃນເວລານີ້ຄື ການທີ່ບໍ
ລິສັດພູເບ້ຍ ມາຍນິງ ຈາກປະເທດ ອອສເຕຣເລຍ ຊຶ່ງໄດ້ຮັບອະນຸຍາດສຳປະທານການ
ຂຸດຄົ້ນແຮ່ຄຳ ໃນເຂດແຂວງໄຊສົມບູນ ຍັງບໍ່ຈ່າຍເງິນຊົດເຊີຍທີ່ດິນ ແລະ ສິ່ງປູກສ້າງ ຂອງປະຊາຊົນທີ່ຖືກກະທົບຈາກການຂຸດຄົ້ນແຮ່ຄຳຂອງບໍລິສັດພູເບ້ຍເລີຍຈົນເຖິງປັດ
ຈຸບັນນີ້ ດັ່ງທີ່ທ່ານ ຄຳແດງ ໄດ້ໃຫ້ການຢືນຢັນວ່າ.

"ບັນຫາທິີ່ເຂົາເຈົ້າຮ້ອງຮຽນມານີ້ແມ່ນທາງບໍລິສັດພູເບ້ຍ ມາຍນິງ ຍັງບໍ່ທັນຈ່າຍຄ່າ
ຊົດເຊີຍໃຫ້ແກ່ເຂົາເຈົ້າ ບ່ອນທີ່ທີ່ດິນເຂົາເຈົ້າຖືກຜົນກະທົບໃນບໍລິເວນຂອບເຂດ
ຂອງບໍລິສັດ ພວກເຮົາກະມີແຕ່ອີງໃສ່ກົດໝາຍການຊົດເຊີຍ ໃນປັດຈຸບັນນີ້ຍັງຢູ່ໃນ
ຂັ້ນຕອນຂອງທາງຂັ້ນເຈົ້າເມືອງ ແລະ ພະແນກການຕ່າງໆໄດ້ລົງໄປກັບກຳຂໍ້ມູນຕື່ມ
ອີກ ແລ້ວກະສົມທົບກັບພາກສ່ວນກ່ຽວຂ້ອງ ກະວ່າພາຍຫຼັງທີ່ມີການຕິດຕາມກວດ
ກາ ມີການແກ້ໄຂແນວໃດຫັ່ນ ກະໃຫ້ລາຍງານສະພາຂອງພວກເຮົາ."

ໂດຍການສຳຫຼວດ ແລະ ຂຸດຄົ້ນແຮ່ຄຳຂອງບໍລິສັດ ພູເບ້ຍ ມາຍນິງ ໃນປັດຈຸບັນໄດ້ດຳ
ເນີນການຢູ່ໃນ 2 ພື້ນທີ່ດ້ວຍກັນຄື ເໝືອງຄຳ ຢູ່ເຂດພູຄຳ ແລະ ເຂດບ້ານຫ້ວຍຊາຍ ທີ່
ໄດ້ເລີ່ມດຳເນີນການຕັ້ງແຕ່ປີ 2007 ເປັນຕົ້ນມາແລ້ວ ແລະ ໃນປັດຈຸບັນ ການສຳຫຼວດ
ແລະ ຂຸດຄົ້ນກໍໄດ້ຂະຫຍາຍພື້ນທີ່ກວ້າງຂຶ້ນເລື້ອຍໆໂດຍມີພື້ນທີ່ສຳປະທານການສຳ
ຫຼວດ ແລະ ຂຸດຄົ້ນແຮ່ຄຳ ລວມເຖິງແຮ່ທອງແດງ ແລະ ແຮ່ເງິນໃນທັງ 2 ເຂດດັ່ງກ່າວ ລວມກັນກວ້າງກວ່າ 2,600 ກິໂລແມັດມົນທົນ ແລະ ກໍປາກົດວ່າ ເຂດສຳປະທານບາງ
ສ່ວນໄດ້ກວມເອົາທີ່ດິນທຳກິນ ແລະ ສິ່ງປູກສ້າງຂອງປະຊາຊົນ ລາວ 94 ຄົວເຮືອນໃນ
ປີ 2016 ທັງຍັງມີທ່າອຽງທີ່ຈະເພີ່ມຂຶ້ນອີກ ເນື່ອງຈາກການສຳຫຼວດ ແລະ ຂຸດຄົ້ນທີ່ຂະ
ຫຍາຍພື້ນທີ່ກວ້າງຂຶ້ນດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ບໍລິສັດພູເບ້ຍ ມາຍນິງ ກໍໄດ້ສະເໜີລາຍງານປະຈຳປີ 2016 ທີ່ຜ່ານ
ມາວ່າ ບໍລິສັດໄດ້ຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນ ລາວ ທີ່ຖືກກະທົບຈາກການສຳຫຼວດ
ແລະ ຂຸດຄົ້ນແຮ່ທາດໃນທັງ 2 ເຂດດັ່ງກ່າວໄປແລ້ວຫຼາຍກວ່າ 1 ລ້ານໂດລາໃນຊ່ວງປີ
2014-2016 ທັງຍັງໄດ້ວ່າຈ້າງແຮງງານທີ່ເປັນຄົນ ລາວ ອີກ 3,249 ຄົນ ສ່ວນການພັດ
ທະນາພື້ນຖານໂຄງລ່າງຕ່າງໆໃນພື້ນທີ່ສຳປະທານກໍໄດ້ມີການໃຊ້ຈ່າຍງົບປະມານໄປ
ແລ້ວຫຼາຍກວ່າ 58 ລ້ານໂດລານັບແຕ່ປີ 2006 ເປັນຕົ້ນມາ ຊຶ່ງກໍມີປະຊາຊົນ ລາວ ຫຼາຍ
ກວ່າ 16,000 ຄົນໃນເຂດ 11 ບ້ານທີ່ໄດ້ຮັບຜົນປະໂຫຍດຈາກການພັດທະນາດັ່ງກ່າວ.

ທາງດ້ານທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍ ມາຍນິງ ຈຳກັດຢືນຢັນວ່າ
ການຜະລິດແຮ່ທາດຢູ່ເຂດສຳປະທານທັງຢູ່ທີ່ເຂດພູຄຳ ແລະ ເຂດບ້ານຫ້ວຍຊາຍໃນ
ປີ 2016 ໄດ້ເພີ່ມຂຶ້ນຄິດເປັນອັດຕາສະເລ່ຍລະຫວ່າງ 6 ຫາ 12 ເປີເຊັນ ທຽບໃສ່ປີ
2015 ໂດຍຜະລິດແຮ່ງທອງແດງໄດ້ 89,187 ໂຕນ ແລະ ແຮ່ຄຳ 217,482 ອອນ ກັບ
ແຮ່ເງິນອີກຫຼາຍກວ່າ 1,636,590 ອອນ.

ຊຶ່ງດ້ວຍການຜະລິດແຮ່ທາດທີ່ເພີ່ມຂຶ້ນດັ່ງກ່າວ ກໍເຮັດໃຫ້ບໍລິສັດພູເບ້ຍ ມາຍນິງ ຈຳກັດ
ໄດ້ຊຳລະຄ່າພາສີຊັບພະຍາກອນແຮ່ທາດໃຫ້ແກ່ລັດຖະບານ ລາວ ເພີ່ມຂຶ້ນຈາກ 37 ລ້ານໂດລາໃນປີ 2015 ເປັນເກີນກວ່າ 50 ລ້ານໂດລາໃນປີ 2016 ແລະ ໃນປີ 2017 ນີ້ ບໍລິສັດພູເບ້ຍ ມາຍນິງ ຈຳກັດຍັງໄດ້ຄາດໝາຍວ່າການຜະລິດແຮ່ທາດຈາກທັງ 2 ເຂດ
ສຳປະທານຈະເພີ່ມຂຶ້ນຈາກປີ 2016 ໃນອັດຕາສະເລ່ຍບໍ່ຫຼຸດ 10 ເປີເຊັນອີກດ້ວຍ ແລະ ຖ້າຫາກຄິດໄລ່ນັບແຕ່ປີ 2007 ເປັນຕົ້ນມາກໍປາກົດວ່າບໍລິສັດພູເບ້ຍ ມາຍນິງ ຈຳກັດໄດ້
ຊຳລະຄ່າພາສີຊັບພະຍາກອນແຮ່ທາດໃຫ້ລັດຖະບານ ລາວ ແລ້ວຄິດເປັນມູນຄ່າລວມ
ເກີນກວ່າ 500 ລ້ານໂດລາ.

ໂດຍໃນປັດຈຸບັນນີ້ມີ 657 ບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານການສຳຫຼວດ ແລະ ຂຸດ
ຄົ້ນແຮ່ທາດໃນ ລາວ ຈຳນວນທັງໝົດ 942 ກິດຈະການໃນທົ່ວປະເທດ ໃນນີ້ກໍເປັນການ
ອະນຸມັດໂດຍຂັ້ນສູນກາງ 392 ກິດຈະການ ແລະ ອະນຸມັດໂດຍທ້ອງຖິ່ນ 550 ກິດຈະ
ການ ແລະ ກໍມີຢູ່ເຖິງ 693 ກິດຈະການທີ່ໄດ້ທຳການຂຸດຄົ້ນແລ້ວ.

XS
SM
MD
LG