ພາຍຸ Isaac ຖະຫລົ່ມລັດ Louisiana ແລະລັດໃກ້ຄຽງຢູ່ແລາະຝັ່ງອ່າວເມັກຊິໂກ ຄືລັດ Mississippi ກັບ Alabama ໃນມື້ວັນພຸດ ໃນລະດັບແຮງຂອງ ເຮີຣີເຄນ ປະເພດ1 ພ້ອມກັບກະແສລົມແຮງ ຝົນຕົກລົງມາຢ່າງໜັກໜ່ວງ ແລະພາໃຫ້ນໍ້າຖ້ວມຢ່າງຂະໜານໃຫຍ່.
ເຮີຣີເຄນ Isaac ຖະຫລົ່ມລັດ Louisiana ກັບ Mississippi

໕
ຕົ້ນໄມ້ຖືກເຮີຣີເຄນໄອຊິກ ໂກ່ນລົ້ມລົງທັບສາຍໄຟຟ້າ ໃນເມືອງ New Orleans, ລັດ Louisiana, ວັນທີ 29 ສິງຫາ 2012.

໖
ພາບຄວາມເສຍຫາຍ ຍ້ອນເຮີຣີເຄນ Isaac ທີ່ເມືອງ New Orleans, ລັດ Louisiana, ວັນທີ 29 ສິງຫາ 2012.

໗
ຊາຍຄົນນື່ງ ຢືນເບິ່ງຕົ້ນໄມ້ໃຫຍ່ ທີ່ຖືກພາຍຸໂກ່ນລົງ ຢູ່ຖະໜົນ Louisiana ຂະນະທີ່ເຮີຣີເຄນ Isaac ພັດເຂົ້າຝັ່ງເມືອງ New Orleans, ລັດ Louisiana, ວັນທີ 29 ສິງຫາ 2012.

໘
ປະຊາຊົນພາກັນໄປຫລົບໄພ ຢູ່ບາຣ໌ແຫ່ງນຶ່ງ ໃນຄຸ້ມຝຣັ່ງ ຫລື French Quarter ຂະນະທີ່ເຮີຣີເຄນ Isaac ພັດເຂົ້າຝັ່ງເມືອງ New Orleans, ລັດ Louisiana, ວັນທີ 29 ສິງຫາ 2012.