Protests continue Monday over 'The Innocence of Muslims', a film Muslims say insults the Prophet Muhammad.
ການປະທ້ວງ ຮູບເງົາ ທີ່ຕໍ່ຕ້ານອິສລາມ

໑
ພວກນັກເຄື່ອນໄຫວຊາວປາກິສຖານ ຈາກພັກ Jamaat-e-Islami (JI) ຂອງຊາວຊຸນນີ ທີ່ຖືແນວທາງ ແຂງກະດ້າງ ຈູດທຸງຊາດຂອງສະຫະລັດ ໃນລະຫວ່າງການປະທ້ວງຮູບເງົາຕໍ່ຕ້ານອິສລາມ ໃນເມືອງ Peshawar, ວັນທີ 18 ກັນຍາ 2012.

໒
ພວກປະທ້ວງຊາວມຸສລິມ ຖືປ້າຍຄໍາຂວັນ ຂະນະທີ່ພາກັນເດີນຂະບວນປະທ້ວງ ຢູ່ຕໍ່ໜ້າສະຖານທູດສະຫະລັດ ໃນນະຄອນຫລວງບາງກອກ ຂອງໄທ, ວັນທີ 18 ກັນຍາ 2012.

໓
ພວກປະທ້ວງຊາວມຸສລິມ ຖືໂພສເຕີ້ ທີ່ເປັນຮູບໜ້າທີ່ຖືກທໍາລາຍເສຍຫາຍ ຂອງປະທານາທິບໍດີສະຫະລັດ ທ່ານ Barack Obama ໃນລະຫວ່າງການປະທ້ວງ ຕໍ່ຕ້ານສະຫະລັດ ຍ້ອນຮູບເງົາທີ່ເຂົາເຈົ້າຖືວ່າ ໝິ່ນປະໝາດສາສະໜາອິສລາມ ໃນເມືອງ Chennai ທາງພາກໃຕ້ຂອງອິນເດຍ, ວັນທີ 18 ກັນຍາ 2012.

໔
ຊາວມຸສລິມທີ່ແຄວ້ນແຄັສເມຍ ພາກັນຮ້ອງໂຮຄໍາຂວັນ ໃນລະຫວ່າງການປະທ້ວງ ທີ່ເມືອງ Srinagar, ອິນເດຍ, ວັນທີ 18 ກັນຍາ 2012.