ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ້າໂພໄຊ ແລະສາມີ ທີ່ເປັນອະດີດນາຍທະຫານຝ່າຍເປັນກາງ ຫລົບໜີຈາກບ້ານ ດ້ວຍຄວາມລໍາບາກ ແຕ່ກໍປະສົບຜົນສໍາເລັດ ເມື່ອໄດ້ມາຢູ່ ສຫລ


ປ້າໂພໄຊ ສີລິວົງໄຊ ທີ່ເມືອງໂຄລວິສ, ລັດນີວເມັກຊິກໂກ
ປ້າໂພໄຊ ສີລິວົງໄຊ ທີ່ເມືອງໂຄລວິສ, ລັດນີວເມັກຊິກໂກ

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄໍ່າຄືນນີ້ທ່ານຈະໄດ້ຮັບຟັງການໂອ້ລົມກັບປ້າໂພໄຊ ສີລິວົງໄຊ ທີ່ອາໄສຢູ່ໃນເມືອງ ໂຄລວິສ (Clovis), ລັດນີວເມັກຊິໂກທາງພາກໃຕ້ຂອງສະຫະລັດ ກ່ຽວກັບຄວາມເປັນມາໃນການຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ນັບຕັ້ງ ແຕ່ຕອນ ອົບພະຍົບອອກຈາກລາວ. ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງການສໍາພາດນີ້ ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ປ້າໂພໄຊໄດ້ຮັບການບາສີສູ່ຂວັນຕອນຢູ່ສູນອົບພະຍົບທີ່ຈັງຫວັດອຸບົນຂອງໄທ
ປ້າໂພໄຊໄດ້ຮັບການບາສີສູ່ຂວັນຕອນຢູ່ສູນອົບພະຍົບທີ່ຈັງຫວັດອຸບົນຂອງໄທ

ປ້າໂພໄຊ ສີລິວົງໄຊ ເປັນແມ່ຍິງລາວທີ່ມີຄວາມບາກບັ່ນໃນການທໍາມາຫາກິນ ສົ່ງເສີມລູກໃຫ້ໄດ້ຮັັບການສຶກສາສູງ ແລະມີອາຊີບການງານທີ່ດີ. ປັດຈຸບັນ ປ້າ ແລະສາມີ ອາໄສຢູ່ເມືອງໂຄລວິສ ຊຶ່ງເປັນເມືອງນ້ອຍໆຕັ້ງຢູ່ທາງ ພາກຕາເວັນອອກ ຂອງລັດນີວເມັກຊິໂກ ແລະມີຊາຍແດນຕິດກັບລັດເທັກຊັສ ຊຶ່ງເປັນລັດໃຫຍ່ຢູ່ທາງພາກໃຕ້ຂອງສະຫະລັດ ແລະຕິດກັບປະເທດເມັກຊິໂກ. ແຕ່ວ່າກວ່າຈະມາຮອດຈຸດນີ້ໄດ້ ປ້າໄດ້ຫວນຄືນເຖິງຊີວິດໃນອະດີດ ທີ່ລະອິດ ລະອ້ຽວນັບແຕ່ ປີ 1975 ສະໄໝທີ່ປ້າ ແລະ ສາມີລັກອອກຈາກບ້ານຂ້າມໄປ ຢູ່ປະເທດໄທພຸ້ນ ຊຶ່ງປ້າເລົ່າສູ່ຟັງວ່າ:

ປ້າໂພໄຊ ສີລິວົງໄຊກັບຜູ້ໃຫ້ການອຸປະຖໍາ ຊ່ວຍເຫລືອໃນການຕັ້ງຖານໃໝ່ຢູ່ເມືອງໂຄລວິສ, ລັດນີວເມັກຊິໂກ
ປ້າໂພໄຊ ສີລິວົງໄຊກັບຜູ້ໃຫ້ການອຸປະຖໍາ ຊ່ວຍເຫລືອໃນການຕັ້ງຖານໃໝ່ຢູ່ເມືອງໂຄລວິສ, ລັດນີວເມັກຊິໂກ

ປ້າເລົ່າວ່າຫລັງຈາກແມ່ເອົາລູກ 4 ຄົນ ມາສົ່ງໃຫ້ແລ້ວ ຢູ່ຕໍ່ມາໃນປີ 1978 ຈຶ່ງໄດ້ເຂົ້າໄປຢູ່ໃນສູນອົບພະຍົບທີ່ຈັງຫວັດອຸບົນທີ່ມີຊາຍແດນຕິດກັບແຂວງຈໍາປາສັກ, ຢູ່ພາກໃຕ້ຂອງ ລາວນັ້ນ ແຕ່ວ່າກ່ອນຈະເຂົ້າສູນອົບພະຍົບໄດ້ປ້າກໍຕ້ອງໄດ້ໄປເຂົ້າຄຸກກ່ອນ ຊຶ່ງປ້າເລົ່າສູ່ຟັງດັ່ງນີ້:

ພິທີບາສີສູ່ຂວັນໃຫ້ແກ່ປ້າໂພໄຊ ຢູ່ທີ່ສູນອົບພະຍົບຈັງຫວັດອຸບົນຂອງໄທ
ພິທີບາສີສູ່ຂວັນໃຫ້ແກ່ປ້າໂພໄຊ ຢູ່ທີ່ສູນອົບພະຍົບຈັງຫວັດອຸບົນຂອງໄທ

ປ້າມີເຊື້ອສາຍມາຈາກແຂວງຈໍາປາສັກ ແຕ່ເຕີບໃຫຍ່ຂຶ້ນຢູ່ນະຄອນຫລວງວຽງ ຈັນ, ຢູ່ບ້ານທາດຫລວງໃຕ້. ອະດີດສາມີຂອງປ້າສະໄໝນັ້ນ ເປັນພະນັກງານ ຂອງອົງການພັດທະະນາສາກົນຂອງສະຫະລັດ ຫລື USAID ຈົນຮອດປີ 1973 ຫລັງຈາກສາມີເກົ່າຂອງປ້າໄດ້ຢ່າຮ້າງກັນ ແລະຍົກຍ້າຍໜີໄປຢູ່ປະ ເທດ ຝຣັ່ງແລ້ວ ປ້າກໍໄດ້ພາລູກ 4 ຄົນຍ້າຍໄປຢູ່ບ້ານເຊບັ້ງຫຽງ ໃນແຂວງສະຫວັນ ນະເຂດ ແລະພົບກັບສາມີຂອງເພິ່ນຄົນປັດຈຸບັນ. ຫລັງຈາກແຕ່ງງານກັນ ໄດ້ປີນຶ່ງແລ້ວ ພວກເພິ່ນກໍໄດ້ພາກັນລັກໜີໄປປະເທດໄທ ຍ້ອນປັດໄຈ ທີ່ເປັນ ແຮງຜັກດັນໃນສະໄໝນັ້ນ. ສາມີຂອງປ້າເປັນທະຫານຂອງຝ່າຍເປັນກາງແລະ ໃນສະໄໝ ທີ່ປະເທດລາວເຂົ້າຍຶດອໍານາດຈາກລັດຖະບານລາດຊະອານາຈັກ ໃໝ່ໆນັ້ນ ກໍມີສະພາບທີ່ທໍາການລົງໂທດຕໍ່ຄົນກະທໍາຜິດ ແບບບໍ່ສົມເຫດສົມຜົນ ໂດຍສະເພາະຢູ່ໃນເຂດຊົນນະບົດເພາະຕອນນັ້ນລາວ ຍັງບໍ່ທັນມີລະບົບກົດ ໝາຍອັນແນ່ນອນເທື່ອ. ຊຶ່ງສະພາບນີ້ ປ້າໄດ້ເຫັນກັບຕາຂອງຕົນເອງ ສະນັ້ນປ້າ ແລະ ສາມີເກີດຄວາມຢ້ານກົວຫລາຍ.

ສາມີຂອງປ້າໂພໄຊ ແລະລູກ 4 ຄົນໃນຕອນທີ່ຍ້າຍມາຢູ່ສະຫະລັດໃໝ່
ສາມີຂອງປ້າໂພໄຊ ແລະລູກ 4 ຄົນໃນຕອນທີ່ຍ້າຍມາຢູ່ສະຫະລັດໃໝ່

ເມື່ອມາເຖິງສະຫະລັດໃນປີກາງ 1979 ແລ້ວປ້າ ແລະສາມີກໍໄດ້ຕັ້ງຖິ່ນຖານ ຢູ່ ເມືອງໂຄລວິສ ຈົນຮອດທຸກວັນນີ້. ເວລານັ້ນປ້າມີລູກ 4 ຄົນທີ່ຍົກຍ້າຍມານໍາກັນ ແລະປ້າກໍໄດ້ລູກອີກຄົນນຶ່ງເມື່ອມາຢູ່ສະຫະລັດແລ້ວ. ເຖິງແມ່ນ ວ່າ ຄົນລາວ ສ່ວນໃຫຍ່ຈະຍົກຍ້າຍໜີໄປ ເມື່ອໂຮງຈັກ ໂຮງງານຍ້າຍໄປເມືອງ ຫລືປະເທດ ອື່ນກໍຕາມ ປ້າ ແລະສາມີ ກໍບໍ່ໄດ້ຍ້າຍໄປໃສ. ປ້າແລະສາມີໄດ້ຕັດ ສິນໃຈສູງ ທີ່ລ້ຽງລູກຢູ່ເມືອງນັ້ນ ເພື່ອສົ່ງເສີມລູກທັງ 5 ຄົນໃຫ້ໄດ້ດີ ສົມດັ່ງໃຈຫວັງ ທີ່ໄດ້ພັດພາກຈາກບ້ານເກີດເມືອງນອນຂອງຕົນມາ ຊຶ່ງປ້າເລົ່າສູ່ຟັງດັ່ງນີ້:

ນາງ ອານຸສອນ ສີວິວົງໄຊ, ລູກສາວກົກຂອງປ້າໂພໄຊ
ນາງ ອານຸສອນ ສີວິວົງໄຊ, ລູກສາວກົກຂອງປ້າໂພໄຊ

ສໍາລັບລູກສາວຂອງເພິ່ນ, ນາງອານຸສອນ ທີ່ຮຽນຈົບປະລິນຍາໂທຝ່າຍການສຶກ ສາແລະເປັນນາຍຄູຢູ່ ໃນໂຮງຮຽນມັດທະຍົມຕອນປາຍແຫ່ງນຶ່ງ ໃນເມືອງຄອນເຢີ້ສ໌ (Conyers) ລັດຈໍເຈຍ ກໍໃຫ້ຄໍາເຫັນກ່ຽວກັບແມ່ຂອງລາວວ່າ:

ປ້າໂພໄຊ ສີລິວົງໄຊກັບສາມີໃນງານແຕ່ງງານຂອງລູກສາວຄົນທໍາອິດຢູ່ທີ່ເມືອງໂຄລວິສ, ລັດນີວເມັກຊິກໂກ
ປ້າໂພໄຊ ສີລິວົງໄຊກັບສາມີໃນງານແຕ່ງງານຂອງລູກສາວຄົນທໍາອິດຢູ່ທີ່ເມືອງໂຄລວິສ, ລັດນີວເມັກຊິກໂກ

ສະຫະລັດໄດ້ພິສູດໃຫ້ເຫັນຫລາຍຕໍ່ຫລາຍກໍລະນີສະເໝີມາວ່າ ໃຜກໍຕາມບໍ່ວ່າ ຈະມາຈາກໃສ ຖ້າມີຄວາມບາກບັ່ນ ແລະບໍ່ທໍ້ຖອຍ ໃນທີ່ສຸດກໍຈະປະສົບຜົນສໍາ ເລັດ. ຄວາມອົດທົນບາກບັ່ນຂອງປ້າ ແລະສາມີກໍບໍ່ໄດ້ສູນເປົ່າ. ລູກທັງ 5 ຄົນ ຂອງປ້າຕ່າງກໍໄດ້ຮຽນຈົບຈາກມະຫາວິທະຍາໄລ ຂອງສະຫະລັດ ໂດຍໄດ້ຮັບ ປະລິນຍາໂທ 3 ຄົນ, ຈົບປະລິນຍາຕີ 2 ຄົນ ແລະມີອາຊີບວຽກງານດີໝົດທຸກຄົນ ຊຶ່ງປ້າເລົ່າລາຍລະອຽດກ່ຽວກັບຜົນສໍາເລັດທາງການສຶກສາ ແລະວຽກງານຂອງເຂົາເຈົ້າສູ່ຟັງວ່າ:

ສາມີຂອງປ້າໂພໄຊ ສີລິວົງໄຊໄປທ່ຽວຫໍພິພິດທະພັນແຫ່ງນຶ່ງໃນລັດຈໍເຈຍ
ສາມີຂອງປ້າໂພໄຊ ສີລິວົງໄຊໄປທ່ຽວຫໍພິພິດທະພັນແຫ່ງນຶ່ງໃນລັດຈໍເຈຍ

ຢູ່ໃນສະຫະລັດ ມີຄົນເຊື້ອສາຍລາວທັງໝົດປະມານ 2 ແສນ 54 ພັນຄົນ, ອີງ ຕາມຜົນການສໍາຫລວດພົນລະເມືອງ ປີ 2020 ຂອງສະຫະລັດ ທີ່ຫາກໍ່ເຜີຍແຜ່ອອກມາເມື່ອບໍ່ດົນມານີ້. ສໍາລັບຄົນເຊື້ອສາຍລາວໃນລັດນີວເມັກຊິໂກມີປະມານ 700 ຄົນ ເທົ່ານັ້ນ ຊຶ່ງຖືວ່າເປັນລັດທີ່ມີຄົນລາວອາໄສຢູ່ໜ້ອຍຫລາຍ ເມື່ອທຽບ ໃສ່ກັບລັດອື່ນໆ ເຊັ່ນຄາລິຟໍເນຍ ແລະ ເທັກຊັສທີ່ເປັນລັດໃຫຍ່ ແລະມີພົນລະ ເມືອງເຊື້ອສາຍລາວອາໄສຢູ່ຫລາຍນັ້ນ. ສ່ວນໃນເມືອງໂຄລວິສນັ້ນກໍມີຄົນລາວ ປະມານ 5 ຄອບຄົວເທົ່ານັ້ນ ແລະສ່ວນໃຫຍ່ ກໍແມ່ນພວກທີ່ເຖົ້າແກ່ແລ້ວ, ອີງຕາມການບອກເລົ່າຂອງປ້າໂພໄຊ. ແຕ່ໃນເບື້ອງຕົ້ນ ກໍຄືຊຸມປີທ້າຍໆ ຂອງ 1970 ແລະ 1980 ນັ້ນ ປ້າໂພໄຊບອກວ່າມີຄົນລາວຢູ່ຫຼາຍ. ແຕ່ວ່າເກືອບ ສອງ ທົດສະວັດຕໍ່ມາ ພວກເຂົາເຈົ້າຍ້າຍໄປຢູ່ລັດອື່ນ ຫລັງຈາກໂຮງງານໃຫຍ່ໆ ເຊັ່ນ ໂຮງງານຜະລິດສົ້ງຄາວບອຍຫຍີ່ຫໍ້ລີວາຍ ໄດ້ຍ້າຍໄປຕັ້ງຢູ່ເມັກຊິກໂກ ຫລື ລັດອື່ນແລ້ວ ຊຶ່ງປ້າເລົ່າສູ່ຟັງດັ່ງນີ້:

ເນື່ອງຈາກມີພົນລະເມືອງເຊື້ອສາຍລາວອາໄສຢູ່ໃນເມືອງນ້ອຍແຫ່ງນີ້ ໜ້ອຍ ຫລາຍ ກໍຈຶ່ງບໍ່ໄດ້ມີການສ້າງສາວັດວາອາລາມ. ສະນັ້ນ ຜູ້ໃດທີ່ ຢາກໄປ ທໍາບຸນ ຕາມປະເພນີຫລືສາສະໜາພຸດນັ້ນ ກໍຕ້ອງໄປວັດຢູ່ໃນເມືອງອາມາຣີລໂລ, ລັດເທັກຊັສ ທີ່ຢູ່ໃກ້ຄຽງກັນນັ້ນ ຊຶ່ງປ້າໂພໄຊເລົ່າສູ່ຟັງດັ່ງນີ້:

ປ້າໂພໄຊ ສີລິວົງໄຊກັບຫລານສາວ ແລະຫລາຍຊາຍທີ່ເປັນລູກຂອງລູກສາວກົກເພິ່ນຢູ່ລັດຈໍເຈຍ
ປ້າໂພໄຊ ສີລິວົງໄຊກັບຫລານສາວ ແລະຫລາຍຊາຍທີ່ເປັນລູກຂອງລູກສາວກົກເພິ່ນຢູ່ລັດຈໍເຈຍ

ແຕ່ຢ່າງໃດກໍຕາມປ້າບອກວ່າເມືອງ ໂຄວວິສ (Clovis) ເຖິງຈະເປັນເມືອງນ້ອຍ ແຕ່ກໍມີລະບົບການສຶກສາດີ ຊຶ່ງກໍສ້າງສະພາບແວດລ້ອມໃຫ້ປ້າສາມາດລ້ຽງລູກ ລ້ຽງເຕົ້າໃຫ້ໃຫຍ່ ແລະມີຜົນສໍາເລັດສູງໃນດ້ານການສຶກສາທີ່ນໍາໄປສູ່ ການມີອາຊີບທີ່ດີ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ. ສ່ວນລັດນີວເມັກ ຊິໂກນັ້ນ ກໍ ເປັນລັດທີ່ງາມ ແລະເຕັມໄປດ້ວຍສະຖານທີ່ປະຫວັດສາດ ແລະ ທີວທັດອັນ ງົດງາມຫລາຍແຫ່ງ ເພາະເປັນບ່ອນທີ່ມີຊົນເຜົ່າອິນເດຍແດງ ຊຶ່ງເປັນຊົນເຜົ່າພື້ນ ເມືອງຂອງອາເມຣິການັ້ນອາໄສຢູ່ຫລາຍ ແລະປ້າເອງກັບສາມີ ກໍຖືວ່າໄດ້ມີຊີວິດ ອັນໝັ້ນຄົງດີ ໃນການມາຕັ້ງຖິ່ນຖານຢູ່ທີ່ນັ້ນມາໄດ້ 40 ກວ່າປີແລ້ວ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືການສໍາພາດ ກັບທ່ານນາງໂພໄຊ ສີລິວົງໄຊ ຊຶ່ງເພິ່ນໄດ້ເລົ່າເຖິງການມາຕັ້ງຖິ່ນຖານໃໝ່ຢູ່ເມືອງໂຄລວິສ, ລັດນີວເມັກຊິໂກ ທາງພາກໃຕ້ຂອງສະຫະລັດ. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG