ພວກນັກວິທະຍາສາດ ທີ່ສະຖາບັນຄົ້ນຄວ້າເຂົ້າສາກົນ ຫລື IRRI ທີ່ນະຄອນຫລວງ
ມານີລາ ໄດ້ໃຊ້ເວລາ 18 ປີ ທໍາການປັບປຸງລະບົບນຶ່ງທາງຄອມພີວເຕີ ເພື່ອຈະໃຫ້ຄຳ
ແນະນຳແກ່ຊາວນາກ່ຽວກັບວ່າ ພວກເຂົາເຈົ້າຄວນຈະໃສ່ຝຸ່ນປຸຍໃນປະລິມານຫລາຍ
ປານໃດ ເພື່ອຈະໃຫ້ໄດ້ຜົນເກັບກ່ຽວເຂົ້າຫລາຍທີ່ສຸດນັ້ນ.
ປີກາຍນີ້, ພວກເຂົາເຈົ້າໄດ້ແນວຄິດໃໝ່ ໃນການນຳໃຊ້ເທັກໂນໂລຈີອັນນຶ່ງ ທີ່ເຂົາເຈົ້າ
ເຊື່ອວ່າ ເປັນອັນທໍາອິດໃນໂລກ ຄືທ່ານ Roland Buresh ນັກວິທະຍາສາດອາວຸໂສ
ຂອງ IRRI ໄດ້ປະດິດສ້າງວິທີການອັນນຶ່ງຂຶ້ນມາທີ່ສົ່ງຄໍາແນະນໍາໃນການເອົາປຸຍໃສ່ນາ
ໄປໃຫ້ພວກຊາວນາຟີລິບປີນທີ່ຢູ່ຫ່າງໄກສອກຫລີກໂດຍການຂຽນຂໍ້ຄວາມ SMS ສົ່ງ
ໄປທາງໂທລະສັບມືຖື ຊຶ່ງເທັກໂນໂລຈີທີ່ວ່ານີ້ແມ່ນແທດເໝາະຫລາຍກັບປະເທດນຶ່ງ ທີ່
ມີປະຊາຊົນເກືອບຮອດ 100% ມີໂທລະສັບມືຖື.
ທ່ານ Buresh ເວົ້າວ່າ ທົ່ງນາແຕ່ລະບ່ອນແມ່ນບໍ່ຄືກັນ ສະນັ້ນມັນຈຶ່ງເປັນການຍາກທີ່
ພວກຊາວນາຈະສາມາດປະເມີນຫລືກະໄດ້ວ່າ ຄວນຈະໃສ່ປຸຍຫລາຍປານໃດ ຊຶ່ງທ່ານ
ຊີ້ແຈງເຖິງສາເຫດດັ່ງນີ້:
"ມັນອາດຈະເປັນວິທີການທີ່ແຕກຕ່າງໄປ ໃນການຄຸ້ມຄອງສິ່ງເສດເຫຼືອຈາກ
ຜົນລະປູກ. ມັນອາດສາມາດມີພວກອາຫານບໍາລຸງພືດທີ່ໃຊ້ຄືນໄດ້ເພື່ອຫຼໍ່ລ້ຽງ
ພວກພືດພັນທີ່ເຮົາຈະປູກຕໍ່ໄປ. ມັນອາດຈະເປັນວິທີການສັບປ່ຽນໝຸນວຽນ
ຜົນລະປູກທີ່ແຕກຕ່າງກັນຫຼືບໍ່ ກໍອາດຈະເປັນຄວາມແຕກຕ່າງໃນຜົນລະປູກ.
ປັດໄຈຕ່າງໆເຫລົ່ານີ້ ແຕ່ລະອັນສົ່ງຜົນກະທົບຕໍ່ປະລິມານອາຫານບໍາລຸງພືດ
ທີ່ເຮົາຈະໃຊ້ນັ້ນ."
ສາມາດໂທລະສັບໄປຍັງນໍາເບີບໍລິການຟຣີ (Toll Free)
ຈາກໂທລະສັບມືຖືຂອງເຂົາເຈົ້ານັ້ນໄດ້ແລະຕອບຄໍາຖາມ
ຊຸດນຶ່ງ ກ່ຽວກັບທົ່ງນາຂອງເຂົາເຈົ້າ. ແລ້ວເຂົາເຈົ້າກໍຈະ
ໄດ້ຮັບຂໍ້ມູນແລະເຄັດລັບຕ່າງໆກ່ຽວກັບວິທີນໍາໃຊ້ປຸຍ
ທີ່ໄດ້ຜົນດີທີ່ສຸດ. ລະບົບທີ່ວ່ານີ້ທັງໝົດແມ່ນເປັນລະບົບ
ອັດຕະໂນມັດທີ່ບັນທຶກສຽງໄວ້ໃນຄອມພິວເຕີ້ແລະກະຈາຍ
ຂໍ້ມູນໃນ 4 ພາສາທີ່ໃຊ້ກັນໃນຟິລິບປີນນັ້ນ ຊຶ່ງຮວມທັງ
ພາສາອັງກິດນໍາ. ນີ້ຄືໂຕຢ່າງນຶ່ງຂອງສຽງບັນທຶກທີ່ພວກ
ຊາວນາຈະໄດ້ຍິນ ເວລາເຂົາເຈົ້າໂທລະສັບເຂົ້າໄປ.
ສຽງບັນທຶກນີ້ເວົ້າວ່າ: “ທ່ານຈະໄດ້ຮັບຂໍ້ມູນທາງ SMS ທີ່ສົ່ງໄປທາງ ໂທລະສັບ
ມືຖືຂອງທ່ານ ທີ່ຈະບອກວ່າ ທ່ານຄວນຈະໃຊ້ປຸຍໜ້ອຍຫຼາຍປານໃດໃສ່ໄຮ່ນາ
ຂອງທ່ານນັ້ນ ຈຶ່ງຈະໄດ້ຜົນເກັບກ່ຽວຫລາຍທີ່ສຸດຕໍ່ປະລິມານປຸຍທີ່ໃຊ້ນັ້ນ.
ເວລາໃດທີ່ທ່ານຢາກຈະຟັງລື້ມຄືນ ກໍໃຫ້ກົດເຄື່ອງໝາຍດອກຈັນ ຂ້າງລຸ່ມ
ດ້ານຊ້າຍຂອງແຜງໂທລະສັບ.”
ແລະເມື່ອເຂົາເຈົ້າຕອບຄໍາຖາມໃນການສໍາລວດຈົບລົງແລ້ວ ພວກຊາວນາກໍຈະໄດ້ຮັບຂໍ້
ຄວາມ SMS ທີ່ບອກວ່າ ເຂົາເຈົ້າຄວນຈະໃຊ້ປຸຍໃນປະລິມານທໍ່ໃດ. ແລະຖ້າພວກເຂົາ
ເຈົ້າຕ້ອງການຄວາມຊ່ວຍເຫລືອຕື່ມອີກ ເຂົາເຈົ້າກໍສາມາດໂທໄປຍັງເບີໂທລະສັບຟຣີ
ອີກເບີນຶ່ງ ເພື່ອໂອ້ລົມກັບຜູ້ຊ່ຽວຊານຂອງກະຊວງກະສິກໍານັ້ນໄດ້.
ທ່ານ Buresh ກ່າວວ່າ ຖ້າຫາກມີການນໍາໃຊ້ເທັກໂນໂລຈີທີ່ວ່ານີ້ ຢ່າງຖືກຕ້ອງແລ້ວ
ພວກກະສິກອນກໍອາດສາມາດມີລາຍໄດ້ຕື່ມອີກ 100 ໂດລາ ຈາກຜົນເກັບກ່ຽວເຂົ້າຂອງ
ເຂົາເຈົ້າ ຕໍ່ນຶ່ງເຮັກຕາ. ໃນປະເທດຟີລິບປີນ ກໍຄືໃນແຫ່ງອື່ນໆໃນເອເຊຍນັ້ນ ພວກຊາວ
ນາຈໍານວນຫຼາຍນັ້ນແມ່ນປູກເຂົ້ານ້ອຍກ່ວາ 1 ເຮັກຕາ.
ເວລານີ້ ພວກນັກວິທະຍາສາດຂອງສະຖາບັນ IRRI ແມ່ນກໍາລັງທໍາງານກັບເພື່ອນຮ່ວມ
ງານຊາວອິນໂດເນເຊຍ ເພື່ອປັບລະບົບໃຫ້ຄໍາແນະນໍາດັ່ງກ່າວ ໃຫ້ເຂົ້າກັບທີ່ນັ້ນ ແລະ ພວກເຂົາເຈົ້າມີແຜນການຈະເອົາເທັກໂນໂລຈີອັນນີ້ ໄປແຜ່ຜາຍທີ່ ຫວຽດນາມ ອິນເດຍ
ແລະ ບັງກລາແດສ ໃນໄລຍະຫຼາຍປີຂ້າງໜ້ານີ້.
ຟິລິບປີນເປັນປະເທດທີ່ສັ່ງຊື້ເຂົ້າຈາກຕ່າງປະເທດຫລາຍທີ່ສຸດໃນໂລກ ແຕ່ເວລານີ້ ທາງ
ກະຊວງກະສິກໍາຂອງຟີລິບປີນກໍກໍາລັງພະຍາຍາມຊຸກຍູ້ໃຫ້ມີການເພີ່ມທະວີການຜະລິດ
ເຂົ້າຢູ່ພາຍໃນປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະຫຼັງຈາກທີ່ລາຄາເຂົ້າໃນຕະຫລາດໂລກ
ໄດ້ຖີບຕົວສູງຂຶ້ນຢ່າງຫລວງຫລາຍ ໃນປີ 2008 ນັ້ນ.