ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ຟີລິບປິນ ສັງຫານ ພວກຫົວຮຸນແຮງ 37 ຄົນ ໃນ ເຂດພາກໃຕ້


ແຜນທີ່ ຟີລິບປິນ
ແຜນທີ່ ຟີລິບປິນ
ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ຟິລິບ​ປີນ ກ່າວ​ວ່າ ການ​ບຸກ​ໂຈມ​ຕີ
​ເປັນ​ເວລາ​ສອງ​ມື້ ​ໃນພາກ​ໃຕ້ຂອງປະເທດ ​ໄດ້​ສັງຫານ​ພວກ​
ຫົວຮຸນແຮງ 37 ຄົນທີ່ຄັດຄ້ານຕໍ່​ການ​ເຈລະຈາສັນຕິພາບ​ລະ
ຫວ່າງກຸງ​ມະ​ນິລາ ​ແລະ​ພວກກະບົດ​ ທີ່ສໍາຄັນກຸ່ມນຶ່ງ.

ປະທານາທິບໍດີ Benigno Aquino ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ
ການ​ບຸກໂຈມ​ຕີນີ້ ​ແມ່ນແນໃສ່ ເພື່ອ “ສ້າງຄວາມເສຍຫາຍ​
ຮ້າຍ​ແຮງ” ໃຫ້ແກ່ສະມັດ​ຖະພາບ ຂອງ​ພວກ​ນັກ​ລົບມຸສລິມ
ເພື່ອອິດສະຫຼະພາບ ​Bangsamoro ຫລື BIFF ທີ່ວາງ ໂຕເປັນຜູ້ຂັດຂວາງຕໍ່ການຕົກ
ລົງສັນຕິພາບ.

ກຸ່ມ​ດັ່ງກ່າ​ວໄດ້​ແຍກ​ອອກ​ມາຈາກກຸ່ມ​ແນວໂຮມປົດປ່ອຍ Moro ຫລື MILF ອັນເປັນກຸ່ມ
ທີ່ໃຫຍ່ກວ່າ ຊຶ່ງ​ໃນ​ວັນ​ເສົາຜ່ານ​ມານີ້ ​ໄດ້ມ້ວນທ້າຍການ​ເຈລະຈາ ທີ່ແນໃສ່ ເພື່ອສ້າງ​ຕັ້ງ
​ເຂດປົກຄອງຕົນ​ເອງຂອງຊາວມຸສລິມຂຶ້ນ.

ກຸ່ມ BIFF ປະກາດວ່າ ​ຈະສືບຕໍ່ການສູ້ລົບກັບລັດຖະບານ ​ໂດຍ​ເວົ້າ​ວ່າ ກຸ່ມ ​ MILF ໄດ້
ມີການຜ່ອນສັ້ນຜ່ອນຍາວຫລາຍເກີນ​ໄປ. ພວກ​ກະບົດ​ອີກຫຼາຍໆ​ກຸ່ມ ຍັງ​ພາກັນ​ຄັດຄ້ານ ​
ຕໍ່​ການ​ພະຍາຍາມເພື່ອສ້າງສັນຕິພາບ.

ສີ່​ສິບ​ປີ​ຂອງ​ການ​ສູ້​ລົບຢ່າງຮ້າຍ​ແຮງ ຢູ່​ໃນ​ພາກ​ໃຕ້ຂອງຟີລິບປິນ ​ໄດ້​ສັງຫານ​ຫລາຍ​ກວ່າ
120,000 ຄົນ ​ແລະຂັດຂວາງບໍ່ໃຫ້ມີການ​ພັດທະນາ​ ຢູ່​ໃນຂົງເຂດ.
XS
SM
MD
LG