ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟລີລິບປິນ ຮຽກຮ້ອງໃຫ້ຈີນ ເອົາກໍ່າປັ່ນ ອອກຈາກເກາະຕ່າງໆ 6 ແຫ່ງ ຂອງຕົນ


ພາບທີ່ສະໜອງໃຫ້ໂດຍ National Task Force-West Philippine Sea, ກໍາປັ່ນຈອດຢູ່ເກາະ Whitsun, ໃນທະເລຈີນໃຕ້, ວັນທີ 27 ມີນາ 2021
ພາບທີ່ສະໜອງໃຫ້ໂດຍ National Task Force-West Philippine Sea, ກໍາປັ່ນຈອດຢູ່ເກາະ Whitsun, ໃນທະເລຈີນໃຕ້, ວັນທີ 27 ມີນາ 2021

ລັດຖະບານຟີລິບປິນກ່າວວ່າ ກຳປັ່ນຈີນ 250 ລຳ ທີ່ຕົນເຊື່ອວ່າ ກຳລັງປະຕິ ບັດງານ ໂດຍທະຫານບ້ານຕິດອາວຸດໄດ້ຖືກພົບເຫັນຢູ່ໃກ້ກັບເກາະແລະເກາະຫີນ 6 ແຫ່ງ ທີ່ມະນີລາໄດ້ອ້າງເອົາກໍາມະສິດຢູ່ໃນທະເລຈີນໃຕ້ ທີ່ມີການຂັດແຍ້ງກັນນັ້ນ ແລະຮຽກຮ້ອງໃຫ້ຈີນ ຍົກຍ້າຍພວກເຂົາເຈົ້າອອກໄປໂດຍດ່ວນ. ອົງການຈັດຕັ້ງຂອງລັດຖະບານກ່າວວ່າການເຕົ້າໂຮມກັນຂອງກຳປັ່ນທີ່ຕິດທຸງຈີນ ພ້ອມດ້ວຍກຳປັ່ນທະຫານເຮືອຂອງຈີນ 4 ລຳ ຢູ່ທີ່ເກາະທຽມທີ່ຈີນໄດ້ສ້າງຂຶ້ນນັ້ນ ``ເປັນອັນຕະລາຍຕໍ່ການເດີນເຮືອ ແລະຄວາມປອດໄພຂອງສັດສາວາສິ່ງຢູ່ທະເລ'' ແລະອາດຈະສ້າງຄວາມເສຍຫາຍໃຫ້ແກ່ເກາະຫີນປະກາລັງແລະເປັນໄພຂົ່ມຂູ່ ຕໍ່ສິດອະທິປະໄຕຂອງຟີລິບປິນ. ຈີນບໍ່ໄດ້ສົນໃຈຕໍ່ຄຳຮ້ອງຂໍທາງການທູດຂອງລັດຖະບານຟີລິບປິນ ທີ່ໃຫ້ເຮືອຂອງຈີນປະມານ 200 ລຳ ອອກຈາກເກາະ ວິດສັນ (Whitsun Reef) ໂດຍລະບຸວ່າ ດິນແດນດັ່ງກ່າວ ເປັນດິນແດນຂອງຕົນ ແລະ ວ່າກຳປັ່ນຂອງຈີນໄດ້ໄປຈອດເພື່ອພັກເຊົາຈາກທະເລທີ່ເປັນຄື້ນຟອງແຮງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

The Philippine government says more than 250 Chinese vessels it believes are operated by militia have been spotted near six Manila-claimed islands and reefs in the disputed South China Sea and demands that China immediately remove them. A government agency says the gathering of the Chinese-flagged vessels, along with four Chinese navy ships at a Chinese-occupied manmade island base, ``is hazardous to navigation and safety of life at sea'' and may damage coral reefs and threaten the Philippines' sovereign rights. China has ignored a Philippine government diplomatic request that about 200 Chinese vessels leave Whitsun Reef, stating that the territory belongs to it and the Chinese vessels were sheltering from rough seas.

XS
SM
MD
LG