ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ລັດຖະມົນຕີປ້ອງກັນປະເທດຟີລິບປິນ ຮຽກຮ້ອງໃຫ້ກໍາປັ່ນຂອງຈີນ ອອກຈາກ ເຂດທີ່ເປັນເກາະຫີນ ໃນທະເລຈີນໃຕ້


ພາບຖ່າຍໃນວັນທີ 7 ມີນາ, 2021 ທີ່ສະໜອງໃຫ້ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ/ໜ່ວຍສະເພາະກິດສໍາລັບປ້ອງກັນທະເລຕາເວັນຕົກຂອງຟີລິປິນ ສະແດງໃຫ້ເຫັນວ່າມີກໍາປັ່ນຈີນ 220 ຈອດຢູ່ທີ່ເກາະຫີນ Whitsun ໃນເຂດທະເລຈີນໃຕ້

ໃນວັນອາທິດວານນີ້, ລັດຖະມົນຕີປ້ອງກັນປະເທດຟີລິບປິນໄດ້ຮຽກຮ້ອງໃຫ້ກໍາປັ່ນຂອງຈີນຫຼາຍກວ່າ 200 ລຳທີ່ທ່ານກ່າວວ່າ ມີພວກທະຫານບ້ານຕິດອາວຸດຢູ່ໃນນັ້ນ ອອກຈາກບໍລິເວນທະເລຈີນໃຕ້ ທີ່ມະນີລາອ້າງເອົາກໍາມະສິດວ່າເປັນຂອງຕົນ, ໂດຍກ່າວວ່າການມີໜ້າຂອງພວກເຂົາ ເປັນການກະທຳທີ່ກະຕຸ້ນເຮັດໃຫ້ພື້ນທີ່ດັ່ງກ່າວ ກາຍເປັນພື້ນທີ່ທາງທະຫານ.

"ພວກເຮົາຮຽກຮ້ອງໃຫ້ຝ່າຍຈີນຢຸດການບຸກລຸກ ແລະໃຫ້ຖອນກໍາປັ່ນດັ່ງກ່າວທີ່ລະເມີດສິດທິທາງທະເລຂອງພວກເຮົາ ແລະລ່ວງລໍ້າເຂົ້າໄປໃນເຂດແດນອະທິປະໄຕຂອງພວກເຮົານັ້ນ ກັບຄືນໄປໃນທັນທີ", ນັ້ນຄືຄໍາເວົ້າຂອງທ່ານລໍເຣນຊານາ (Lorenzana) ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໂດຍບໍ່ໄດ້ອະທິ ບາຍໃຫ້ຮູ້ວ່າຟີລິບປິນຈະຍຶດໝັ້ນໃນສິດທິອະທິປະໄຕຂອງຕົນຫລືບໍ່.

ອົງການຂອງລັດຖະບານທີ່ຄວບຄຸມຂົງເຂດທີ່ມີການຂັດແຍ້ງກັນກ່າວວ່າ ມີກໍາປັ່ນຂອງຈີນປະມານ 220 ລຳຈອດຢູ່ເກາະ ວິດສັນ (Whitsun Reef) ເຊິ່ງປັກກິ່ງກໍໄດ້ກ່າວອ້າງກຳມະສິດເຊັ່ນດຽວກັນ ໃນວັນທີ 7 ມີນາຜ່ານມານີ້. ອົງການດັ່ງກ່າວໄດ້ເຜີຍແຜ່ຮູບພາບຂອງກໍາປັ່ນແລ່ນຄຽງຂ້າງກັນໄປ ຢູ່ໃນພື້ນທີ່ແຫ່ງນຶ່ງ ທີ່ມີການທ້າທາຍກັນຫຼາຍທີ່ສຸດ ຂອງເສັ້ນທາງເດີນເຮືອທີ່ເປັນຍຸດທະສາດດັ່ງກ່າວ.

ເກາະຫີນທີ່ມະນີລາເອີ້ນວ່າ ຈູລຽນ ເຟລິບ (Julian Felipe) ນັ້ນແມ່ນເຂດທີ່ເປັນຮູບໂຄ້ງ (Boomerang) ແລະເປັນເຂດທີ່ມີແກ້ງຕື້ນຊຶ່ງຕັ້ງຢູ່ປະມານ 324 ກິໂລແມັດ ຫ່າງຈາກເມືອງບາຕາຣາຊາ (Bataraza) ໄປທາງທິດຕາເວັນຕົກ ຢູ່ໃນແຂວງພາລາວານ (Palawan) ຢູ່ທາງພາກຕາເວັນຕົກຂອງປະເທດຟີລິບປິນ. ອົງການດັ່ງກ່າວຂອງລັດຖະບານກ່າວວ່າ ມັນຢູ່ໃນເຂດເສດຖະກິດສະເພາະຂອງປະເທດອີ່ຫລີ, ເຊິ່ງຟີລິບປິນ “ໄດ້ຮັບສິດທິພິເສດໃນການຂຸດຄົ້ນ ຫຼືອະນຸລັກຊັບພະຍາກອນໃດໆຢູ່ໃນນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG