ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ທີ່ຄ້າຍຄືກັບ ທ່ານທຣ້ຳ ມີໂອກາດ ຈະໄດ້ເປັນປະທານາທິບໍດີ ຂອງຟີລິບປິນ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຟີລິບປິນ ທີ່ກຳລັງນຳໜ້າໝູ່ ເຈົ້າຄອງນະຄອນ ທ່ານ Rodrigo Duterte ຖືກສຳພາດໂດຍ ສື່ມວນຊົນ ບໍ່ດົນຫຼັງ
ຈາກປ່ອນບັດອອກສຽງ ທີ່ໜ່ວຍເຂດເລືອກຕັ້ງ ຢູ່ໃນໂຮງຮຽນມັດຖະຍົມປາຍແຫ່ງຊາດ Daniel R. Aguinaldo ຂອງເຂດ Matina, ທີ່ເປັນບ້ານເກີດຂອງທ່ານ ໃນເມືອງ Davao ຢູ່ທາງພາກໃຕ້ຂອງຟີລິບປິນ, ວັນທີ 9 ພຶດສະພາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຟີລິບປິນ ທີ່ກຳລັງນຳໜ້າໝູ່ ເຈົ້າຄອງນະຄອນ ທ່ານ Rodrigo Duterte ຖືກສຳພາດໂດຍ ສື່ມວນຊົນ ບໍ່ດົນຫຼັງ ຈາກປ່ອນບັດອອກສຽງ ທີ່ໜ່ວຍເຂດເລືອກຕັ້ງ ຢູ່ໃນໂຮງຮຽນມັດຖະຍົມປາຍແຫ່ງຊາດ Daniel R. Aguinaldo ຂອງເຂດ Matina, ທີ່ເປັນບ້ານເກີດຂອງທ່ານ ໃນເມືອງ Davao ຢູ່ທາງພາກໃຕ້ຂອງຟີລິບປິນ, ວັນທີ 9 ພຶດສະພາ 2016.

ເຈົ້າຄອງກຳແພງຜູ້ດື້ດ້ານ ເວົ້າຈາໂອຫັງຜູ້ນີ້ ອາດຈະໄດ້ກາຍເປັນປະທານາທິບໍດີ ຄົນ ຕໍ່ໄປຂອງຟີລິບປິນກໍເປັນໄດ້ ຫຼັງຈາກທີ່ພວກມີສິດອອກສຽງທົ່ວປະເທດເກາະດອນ ພາກັນໄປປ່ອນບັດ ການເລືອກຕັ້ງ ຂອງພວກເຂົາເຈົ້າ ໃນວັນຈັນມື້ນີ້.

ທ່ານ Rodrigo Duterte ຜູ້ທີ່ໄດ້ດຳລົງຕຳແໜ່ງເຈົ້າຄອງນະຄອນ Davao ຢູ່ທາງພາກ ໃຕ້ຂອງປະເທດ ມາເປັນເວລາອັນຍາວນານນັ້ນ ແມ່ນກຳລັງນຳໜ້າ ໂດຍຄະແນນສຽງ ຫຼາຍເຖິງ 10 ເປີເຊັນ ເໜືອກວ່າຄູ່ແຂ່ງທີ່ໃກ້ຄຽງທ່ານທີ່ສຸດ ຄືສະມາຊິກສະພາສູງ ທ່ານ ນາງ Grace Poe ແລະ ລັດຖະມົນຕີກະຊວງພາຍໃນ ທ່ານ Manuel Roxas ໃນການ ຢັ່ງຫາງສຽງຄຳເຫັນຂອງມະຫາຊົນ ທີ່ຕ້ອງການຢາກໃຫ້ ຜູ້ສະໝັກ ທ່ານ Duterte ເຂົ້າຮັບຕຳແໜ່ງແທນ ປະທານາທິບໍດີ Benigno Aquino ທີ່ກຳລັງຈະອອກໄປນັ້ນ.

ພວກພົນລະເມືອງ ລຽນແຖວ ທີ່ເຂດເລືອກຕັ້ງ ເພື່ອລົງຄະແນນສຽງ ຢູ່ເຂດເລືອກຕັ້ງ ແຫ່ງຊາດ ໃນເມືອງ Davao ທາງພາກໃຕ້ຂອງ ຟີລິບປິນ, ວັນທີ 9 ພຶດສະພາ 2016.
ພວກພົນລະເມືອງ ລຽນແຖວ ທີ່ເຂດເລືອກຕັ້ງ ເພື່ອລົງຄະແນນສຽງ ຢູ່ເຂດເລືອກຕັ້ງ ແຫ່ງຊາດ ໃນເມືອງ Davao ທາງພາກໃຕ້ຂອງ ຟີລິບປິນ, ວັນທີ 9 ພຶດສະພາ 2016.

ທ່ານ Duterte ອາຍຸ 71 ປີ ໄດ້ຮັບການສະໜັບສະໜູນ ດ້ວຍການກ່າວຄຳປາໄສ ເຕັມ ໄປດ້ວຍຄຳເວົ້າທີ່ຫຍາບຄາຍ ໃຫ້ຄຳປະຕິຍານວ່າ ຈະຕໍ່ສູ້ອາຊະຍາກຳ ແລະ ການສໍ້ ລາດບັງຫຼວງ ພ້ອມກັນນັ້ນ ກໍສັນຍາວ່າ ຈະປະຫານຊີວິດພວກອາຊະຍາກອນ, ຍ້ອນວ່າ ທ່ານມີ ຊື່ສຽງຂອງການເວົ້າໂອ້ອວດ ເຖິງເລື້ອງທາງເພດສຳພັນຂອງທ່ານ ທີ່ເຮັດໃຫ້ ຖືກປຽບທຽບກັບ ຜູ້ສະໝັກແຂ່ງຂັນ ເປັນປະທານນາທິບໍດີ ສະຫະລັດ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump.

ແຕ່ການໃຫ້ຄຳປະຕິຍານຂອງທ່ານ Duterte ວ່າຈະປະຕິບັດ ຕາມເປົ້າໝາຍຂອງທ່ານ ເຖິງແມ່ນວ່າ ທ່ານຈະຕ້ອງໄດ້ປິດສະພາກໍຕາມ ຊຶ່ງມັນໄດ້ກະຕຸ້ນອອກມາ ຄວາມຊົງຈຳ ຂອງອະດີດມື້ລາງປະທານາທິບໍດີ ຜະເດັດການ ຂອງປະເທດ ທ່ານ Ferdinand Marcos.

ປະມານ 55 ລ້ານຄົນ ທົ່ວປະເທດເກາະດອນນ້ອຍ 7,000 ເກາະນີ້ ແມ່ນຍັງຈະໄດ້ລົງ ຄະແນນສຽງ ໃຫ້ແກ່ບັນດາຜູ້ສະໝັກ ໃນຫຼາຍກວ່າ 18,000 ຫ້ອງການຂອງລັດຖະບານ ກາງ ແລະ ທ້ອງຖິ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG