ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຟີລິບປິນ ຫາທາງບັນລຸ ຂໍ້ຕົກລົງ ກັບກະບົດ ມຸສລິມ ເພື່ອປົກຄອງເຂດວຸ້ນວາຍ ຢູ່ພາກໃຕ້


ທະຫານລັດຖະບານ ເຂົ້າຫາບ່ອນປ້ອງກັນ ໃນລະຫວ່າງ ການຍິງຕໍ່ສູ້ ກັບພວກກະບົດມຸສລິມ ຈາກກຸ່ມ Moro National Liberation Front (MNLF) ໃນເມືອງ Zamboanga, ພາກໃຕ້ຂອງ ຟີລິບປິນ. 12 ກັນຍາ, 2013.
ທະຫານລັດຖະບານ ເຂົ້າຫາບ່ອນປ້ອງກັນ ໃນລະຫວ່າງ ການຍິງຕໍ່ສູ້ ກັບພວກກະບົດມຸສລິມ ຈາກກຸ່ມ Moro National Liberation Front (MNLF) ໃນເມືອງ Zamboanga, ພາກໃຕ້ຂອງ ຟີລິບປິນ. 12 ກັນຍາ, 2013.

ການຂ້ານັກທ່ອງທ່ຽວ ເຢຍຣະມັນ ຄົນໜຶ່ງໃນ ຟີລິບປິນ ແມ່ນໄດ້ເພີ່ມຄວາມຮີບດ່ວນ
ເພື່ອທຳການ ເຈລະຈາ ລະຫວ່າງ ລັດຖະບານ ທີ່​ປາບປາມ​ອາຊະຍາກຳ ຂອງປະທາ
ນາທິບໍດີ ທ່ານ Rodrigo Duterte ແລະ ກຸ່ມກະບົດ ຕິດອາວຸດມຸສລິມ ທີ່​ມີ​ຈຸດປະສົງ​
ໃນ​ການ​ເຈລະຈາ​ທີ່ແຕກຕ່າງ​ໄປ​ນັ້ນ.

ທ່ານ Duterte ແມ່ນກຳລັງພະຍາຍາມທີ່ຈະເຈລະຈາກັບກຸ່ມ​ແນວ​ໂຮມ ປົດ​ປ່ອຍ​ອິສ
ລາມ Moro ຫຼື MILF ພ້ອມກັບ ກຸ່ມ​ແນວ​ໂຮມ​ປົດ​ປ່ອຍແຫ່ງ​ຊາດ Moro ຫຼື MNLF
ເພຶື່ອຊອກຫາວິທີທີ່ພວກເຂົາ ເຈົ້າອາດຢາກບໍລິຫານທີ່ດິນ ໃກ້ກັບທະເລ Sulu ບ່ອນ
ທີ່ຊາວ ມຸສລິມ ໄດ້ອາໄສຢູ່ຫຼາຍສັດຕະວັດແລ້ວ.

ທ່ານໄດ້ສະເໜີລະບົບລັດຖະບານ ແບບລັດຖະບານກາງ ທີ່ສາມາດເຮັດໃຫ້ຊາວມຸສ
ລິມ ມີອຳນາດຫຼາຍຂຶ້ນ ຢູ່ດິນແດນ ໃນໝູ່ເກາະ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້
ຂອງປະເທດ.

ການສັງຫານນັກທ່ອງທ່ຽວຄົນ ເຢຍຣະມັນ ອາຍຸ 70 ປີທ່ານ Jurgen Kanter ໃນ
ເດືອນ​ແລ້ວ ໂດຍພວກ Abu Sayyaf, ເຊິ່ງເປັນຊາວມຸສລິມກຸ່ມນ້ອຍ ທີ່ຖືກ ຄົນຟີ
ລິບປິນ ຈຳນວນຫຼາຍປຽບ ທຽບໃສ່ໂຈນນັ້ນ, ໄດ້ສ້າງຄວາມຮີບດ່ວນ ໃຫ້ແກ່ທ່ານ
Duterte ສ້າງສັນຕິພາບ ແລະ ວາງແຜນກຳອຳນາດຮ່ວມກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG