ໃນວັນຈັນມື້ນີ້ ລັດຖະບານ ຟີລິບປິນ ໄດ້ຮຽກຮ້ອງສານສູງສຸດ ໃຫ້ຍົກເລີກສິດທິພິເສດຂອງບໍລິສັດວິທະຍຸ ແລະ ໂທລະພາບລະດັບສູງຂອງປະເທດຄື ບໍລິສັດ ABS-CBN, ເປັນການເຄື່ອນໄຫວທີ່ຖືກໂຈມຕີໂດຍບັນດາສະມາຊິກສະພາພັກຝ່າຍຄ້ານ ແລະ ບັນດານັກເຄື່ອນໄຫວວ່າ ເປັນການໂຈມຕີທີ່ຖືກອອກແບບມາເພື່ອຂົ່ມຂູ່ສື່ມວນຊົນອິດສະຫຼະ.
ລັດຖະບານໄດ້ກ່າວວ່າ ກຸ່ມບໍລິສັດບັນເທີງ ແລະ ສື່ມວນຊົນອາຍຸ 66 ປີດັ່ງກ່າວ, ເຊິ່ງໄດ້ສ້າງຄວາມໂມໂຫໃຫ້ປະທານາທິບໍດີ ທ່ານ ໂຣດຣິໂກ ດູເຕີເຕ ໃນລະຫວ່າງການໂຄສະນາຫາສຽງການເລືອກຕັ້ງປີ 2016 ນັ້ນ, ໄດ້ລະເມີດກົດໝາຍກຳມະສິດ ແລະ ໄດ້ມີສ່ວນຮ່ວມໃນ “ການປະຕິບັດທີ່ເປັນການລະເມີດຢ່າງແຮງ.”
ບັນດາຜູ້ຄັດຄ້ານທ່ານ ດູເຕີເຕ ໄດ້ກ່າວວ່າ ການຮ້ອງຮຽນດັ່ງກ່າວແມ່ນມີກຳນົດທີ່ຈະປະຕິເສດໂອກາດຂອງລັດຖະສະພາ ເພື່ອຕໍ່ອາຍຸບໍລິສັດ ABS-CBN, ເຊິ່ງວ່າຈ້າງປະຊາຊົນເກືອບ 7,000 ຄົນ ແລະ ພົວພັນກັບຜູ້ທີ່ມີຊື່ສຽງຫຼາຍຮ້ອຍຄົນໃນວິທະຍຸ, ໂທລະພາບ ແລະ ຂ່າວອອນໄລນ໌.
ທ່ານ ໂຮເຊ ຄາລີດາ ຮອງອະທິການບໍດີ ແລະ ຜູ້ທີ່ຈົງຮັກພັກດີຕໍ່ທ່ານ ດູເຕີເຕ ໄດ້ກ່າວວ່າບໍລິສັດ ABS-CBN ໄດ້ສະແດງຄວາມໂລບມາໂລພາ ແລະ ແລະ ການລະເມີດໃນສິ່ງທີ່ເປັນສິດທິພິເສດຂອງເຄືອຂ່າຍນັ້ນມາດົນໂພດແລ້ວ.
ທ່ານ ຄາລີດາ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາຢາກສິ້ນສຸດສິ່ງທີ່ພວກເຮົາໄດ້ຄົ້ນພົບວ່າ ຈະເປັນການປະຕິບັດທີ່ເປັນການລະເມີດຢ່າງແຮງຂອງບໍລິສັດ ABS-CBN ທີ່ໄດ້ຮັບຜົນປະໂຫຍດຈາກຄວາມໂລບມາກໂລພາ ດ້ວຍການສ້າງຄວາມເສຍຫາຍໃຫ້ຜູ້ສະໝັກເປັນສະມາຊິກທີ່ຈົງຮັກພັກດີຂອງເຂົາເຈົ້າ.
ບໍລິສັດ ABS-CBN ໄດ້ປະຕິເສດການກ່າວຫານັ້ນ ແລະ ໄດ້ເວົ້າວ່າ ການຮ້ອງຮຽນດັ່ງກ່າວປາກົດວ່າຈະເປັນ “ຄວາມພະຍາຍາມທີ່ຈະປິດບໍລິສັດ ABS-CBN ຕໍ່ຄວາມອັກຄະຕິຢ່າງແຮງຂອງປະຊາຊົນ ຟີລິບປິນ ຫຼາຍລ້ານຄົນ.
ທ່ານ ດູເຕີເຕ ໄດ້ຂົ່ມຂູ່ມາເປັນເວລາສາມປີວ່າ ຈະທຳລາຍການຕໍ່ອາຍຸຂອງເຄືອຂ່າຍບໍລິສັດ ABS-CBN, ເຊິ່ງທ່ານ ດູເຕີເຕ ໄດ້ກ່າວຫາ ກ່ຽວກັບ ການປະຕິເສດທີ່ບໍ່ຮັບອອກໂຄສະນາການຫາສຽງຂອງທ່ານ.
The Philippine government on Monday urged the Supreme Court to cancel the franchises of the country's top broadcaster, ABS-CBN Corp, a move slammed by opposition lawmakers and activists as an attack designed to intimidate independent media.
The government said the 66-year-old entertainment and media conglomerate, which drew the ire of President Rodrigo Duterte during his 2016 election campaign, had violated ownership laws
and was involved in "highly abusive practices".
Duterte's opponents said the complaint was timed to deny Congress the chance to renew the franchise of ABS-CBN, which employs nearly 7,000 people and engages hundreds of celebrities
in radio, television and online content.
Solicitor-General and staunch Duterte loyalist Jose Calida said ABS-CBN had for too long shown greed and abuse of what was a privileged franchise.
"We want to put an end to what we discovered to be highly abusive practices of ABS-CBN benefiting a greedy few at the expense of millions of its loyal subscribers", Calida said in a statement.
ABS-CBN denied that and said the complaint appeared to be "an effort to shut down ABS-CBN to the serious prejudice of millions of Filipinos".
Duterte's has threatened for three years to torpedo the franchise renewal of ABS-CBN, which Duterte accuses of refusing to air his campaign commercials.