ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຟິລິບ​ປີນ ​ປະຕິ​ເສດ​ ຕໍ່ການໂອ້​ລົມ ​ກັບຈີນ ເລື່ອງທະ​ເລ​ຈີນ​ໃຕ້


ບັນດານັກສຶກສາຟິລິບປີນ ຈຸດໄຟໃສ່ ເຮືອສຳລອງ ກຳປັ່ນຂອງຈີນ ເພື່ອຕ້ານຕໍ່ການເອົາບາດກ້າວຂອງຈີນ ໃນທະເລຈີນໃຕ້ ທີ່ມະນີລາ, 3 ມີນາ, 2016.
ບັນດານັກສຶກສາຟິລິບປີນ ຈຸດໄຟໃສ່ ເຮືອສຳລອງ ກຳປັ່ນຂອງຈີນ ເພື່ອຕ້ານຕໍ່ການເອົາບາດກ້າວຂອງຈີນ ໃນທະເລຈີນໃຕ້ ທີ່ມະນີລາ, 3 ມີນາ, 2016.

Sລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຟິລິບ​ປີນ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ໄດ້​ປະຕິ​ເສດ​ຕໍ່ຂໍ້​ສະ​ເໜີ​ຂອງ​ຈີນ ​ທີ່​ຈະ​ໂອ້​ລົມ​ສົນທະນາ ກ່ຽວ​ກັບການ​ຂັດ​ແຍ້​ງ​ໃນ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ​ຢູ່ທະ​ເລ​ຈີນ​ໃຕ້ ​ເພາະວ່າປັກ​ກິ່ງ ​ຈະ​ບໍ່ອະນຸຍາດໃຫ້ການ​ຕັດ​ສິນ​ຂອງສານ​ນາໆ​ຊາດໃນ​ສັບ ປະດາ​ທີ່​ຜ່ານ​ມາ ເປັນ​ພື້ນຖານ​ຂອງ​ການ​ສົນທະນາກັນ.

​ໃນ​ການ​ໃຫ້ສຳພາດ ກັບອົງການ​ອອກ​ອາກາດ ABS-CBN ຂອງຟິລິບ​ປີນ ໃນ​ວັນ​ອັງຄານ​ມື້​ນີ້ ທ່ານ Perfecto Yasay ​ໄດ້​ກ່າວ​ວ່າ ຄູ່​ຕຳ​ແໜ່​ງຝ່າຍ​ຈີນ ທ່ານ Wang Yi ​ໄດ້​ສະ​ ເໜີ ດັ່ງກ່າວ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງບັນດາ​ຜູ້ນຳ​ເອ​ເຊຍ​ແລະ​ຢູ​ໂຣບໃນ​ສັບປະດາ​ແລ້ວ​ນີ້​ທີ່ມົງ​ໂກ​ເລຍ. ທ່ານ Yasay ​ກ່າວ​ວ່າ ທ່ານ​ໄດ້ແຈ້ງ​ໃຫ້ທ່ານ Wang ຊາບ​ວ່າ ​ຂໍ້​ສະ​ເໜີ ນີ້
“ບໍ່​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ​ແລະຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ພວກ​ເຮົາ.”

ລັດຖະມົນຕີການຕ່າງປະເທດຂອງຟິລິບປີນ ທ່ານ Perfecto Yasay Jr. ກ່າວໃນກອງປະຊຸມ ທີ່ Manila ໃຕ້, ຟິລິບປີນ.
ລັດຖະມົນຕີການຕ່າງປະເທດຂອງຟິລິບປີນ ທ່ານ Perfecto Yasay Jr. ກ່າວໃນກອງປະຊຸມ ທີ່ Manila ໃຕ້, ຟິລິບປີນ.

ນັກ​ການ​ທູດ​ຂອງ​ຈີນ ກ່າວ​ຕອບ​ວ່າ ຖ້າ​ຫາກມະ​ນີລາ ຍັງສືບ​ຕໍ່ໃຫ້ການ​ສະໜັບສະໜຸນໃນ ​ການ​ຕັດສິນ​ຂອງສານ​ນາໆ​ຊາດ​ ​ທີ່​ນະຄອນ Hague ແລ້ວ “ຖ້າ​ເຊັ່ນ​ນັ້ນ​ແລ້ວ ພວກ​ເຮົາ​ອາດ​ຈະ​ກ້າວ​ໄປ​ສູ່ ການ​ປະ​ເຊີນ​ໜ້າກັນ.”

ເຮືອລາດຕະເວນຂອງຈີນ ທີ່ Thomas Shoal, ໝູ່ເກາະ Spratly ໃນທະເລຈີນໃຕ້.
ເຮືອລາດຕະເວນຂອງຈີນ ທີ່ Thomas Shoal, ໝູ່ເກາະ Spratly ໃນທະເລຈີນໃຕ້.

ສານ​ນາໆຊາດ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່ການ​ກ່າວ​ອ້າງ​ເອົາ​ອະທິປະ​ໄຕຂອງ​ຈີນ ​ໃນເຂດ​ນ້ຳ​ແດນ​ດິນ ເກືອບ 3 ລ້ານ 5 ​ແສນ ກິ​ໂລ​ແມັດ​ມົນທົນ ​ຢູ່​ທະ​ເລ​ຈີນ​ໃຕ້ ໃນ​ການ​ຕັດສິນ​ທີ່ມີ ຄວາມ​ສຳຄັນ​ຄັ້ງ​ປະຫວັດສາດ ​ເມື່ອ​ວັນ​ອັງຄານ​ສັບປະດາ​ຜ່ານ​ມາ​ນີ້. ການ​ຕັດສິນ​ດັ່ງກ່າວ ​ແມ່ນ​ການ​ຕອບ​ຮັບ ​ຕໍ່​ການຍື່ນ​ຟ້ອງຂອງ​ຟິລິບປີນ ​ໃນ​ປີ 2013 ກ່ຽວ​ກັບ ການ​ເອົາ​ມາດ​ຕະ ການ​ແບບ​ຮຸກ​ຮານ​ຂອງ​ຈີນ ທີ່​ເກາະ Scarborough ຊຶ່ງ​ເປັນຫາດ​ທີ່​ພົ້ນນ້ຳ​ທະ​ເລຂຶ້ນ ປະ ມານ 225 ກິໂລແມັດ ຫ່າງ​ຈາກ​ຝັ່ງ​ທະ​ເລ​ຂອງ​ຟິລິບ​ປີນ.

ກ່ຳປັ່ນ​ລາດຕະ​ເວນ​ຂອງ​ຈີນ ​ໄດ້​ກີດ​ກັນ​ພວກເຮືອຫາ​ປາ​ຂອງ​ຟິລິ​ປີ​ນ ​ເປັນ​ປະຈຳ ບໍ​ໃຫ້​ເຂົ້າ​ໄປຫາ​ປາ​ໃນ​ບໍລິ​ເວນ​ເກາະດັ່ງກ່າວ ​ແລະ​ໄດ້​ກະທຳ​ການ​ດັ່ງກ່າວ​ອີກ​ ​ບໍ່​ເທົ່າ​ໃດ​ມື້​ ຫຼັງ​ຈາກ​ທີ່​ສານ​ນາໆ​ຊາດ​ໄດ້​ຕັດສິນ​ໄປ​ແລ້ວ​ນັ້ນ. ທ່ານ Yasay ກ່າວ​ວ່າ ທ່ານ​ໄດ້​ຂໍ​ຮ້ອງ​ໃຫ້ ທ່ານ Wang ຢຸດ​ເຊົາການກີດ​ກັນ​ທີ່​ວ່າ​ນີ້​ເສຍ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG