ຢູ່ແຈຖະໜົນສາຍນຶ່ງ ໃນຄຸ້ມ Novaliches ກໍ້າເໜືອຂອງມະນິລາ ພວກເດັກນ້ອຍຫຼາຍສິບຄົນກໍາລັງຫຍຸ້ງກັບການຮຽນ ຢູ່ກ້ອງຜ້າເຕັ້ນກັນແດດ ຮ້ອນ. ເດັກເຫຼົ່ານີ້ ທີ່ມີອາຍຸຫ້າ ຫາ 18 ປີ ພາກັນ ອ່ານ ຂຽນ ແຕ້ມ ແລະຄິດໄລ່ເລກ ແລະນັ່ງຮຽນຢູ່ຕັ່ງພລາສຕິກ ອ້ອມໂຕ໊ະທີ່ ຢືມມາຈາກຫ້ອງການເທດສະບານເມືອງທ້ອງຖິ່ນ.
ມີລໍ້ໄມ້ທາສີຂຽວລໍ້ນຶ່ງ ຈອດຢູ່ໃກ້ທາງເຂົ້າຫ້ອງຮຽນເຄື່ອນທີ່. ລໍ້ນີ້ ທີ່ເອີ້ນວ່າ kariton ໃນພາສາຟິລິບປິນ ສ້າງແບບຕູ້ໄມ້ມີລໍ້ ທີ່ໃຊ້ບັນທຸກເຄື່ອງໃຊ້ໂຮງຮຽນ ປື້ມ ພ້ອມດ້ວຍອຸບປະ
ກອນອະນາໄມ ແລະອາຫານ.
ເດັກທັງໝົດທີ່ມາຮຽນຢູ່ຫ້ອງຮຽນລໍ້ຍູ້ນີ້ ແມ່ນເດັກທີ່ເລ່ລ່ອນຢູ່ຕາມຖະໜົນຫົນທາງ ບໍ່ໄດ້ຮຽນໜັງສື.
ນາງ Yolanda Penalosa ເປັນຄູສອນໂຮງຮຽນສາທາລະນະ ທີ່ອາສາສະໝັກມາຊ່ວຍສອນ
ຢູ່ຫ້ອງຮຽນເຄື່ອນທີ່ນີ້. ພວກອາສາສະໝັກຈະມາ ສອນສອງຊົ່ວໂມງທຸກໆວັນເສົາ ໂດຍສອນເດັກນ້ອຍເທື່ອລະຄົນ. ທໍາອິດນັ້ນ ເຂົາເຈົ້າຈະຕີລາຄາເບິ່ງລະດັບຄວາມຮູ້ຂອງເດັກກ່ອນວ່າ ຢູ່ໃນຂັ້ນໃດ. ເປົ້າໝາຍກໍຄືເພື່ອນໍາເອົາພວກເຂົາເຈົ້າ ກັບຄືນໄປຮຽນໃນໂຮງຮຽນທໍາມະດາ. ນາງ Penalosa ກ່າວເຖິງສາເຫດທີ່ພາໃຫ້ເດັກນ້ອຍເຫລົ່ານີ້ ຕ້ອງອອກຈາກໂຮງຮຽນ ວ່າ:
“ຍ້ອນເຫດຜົນທີ່ວ່າ ພໍ່ບໍ່ມີວຽກເຮັດງານທໍາ ພໍ່ແມ່ແຍກທາງກັນ ເຫດຜົນເຫລົ່ານີ້
ຈຶ່ງເຮັດໃຫ້ພວກເຂົາເຈົ້າຢຸດ ບໍ່ໄປໂຮງຮຽນ.”
ໃນຟິລິບປິນ ໂຮງຮຽນສາທາລະນະແມ່ນຈະຟີ ແຕ່ອຸບປະກອນການຮຽນ ເຄຶ່ອງແບບ ແລະອາຫານນັ້ນບໍ່ຟີ ນັກຮຽນຕ້ອງໄດ້ຊື້ເອົາ. ຄ່າໃຊ້ຈ່າຍແມ່ນເກີນກວ່າ ທີ່ຄອບຄົວຍາກຈົນຈະສາມາດຊື້ໄດ້.
ທ້າວນ້ອຍ Marvin ອາຍຸເຈັດປີ ບໍ່ໄປໂຮງຮຽນ ຫຼັງຈາກພາຍຸໃຕ້ຝຸ່ນໄດ້ພັດເອົາເຮືອນຂອງຄອບຄົວຂອງລາວໄປ. ທ້າວ Marvin ຈະໃຊ້ເວລາສ່ວນໃຫຍ່ຫຼິ້ນຢູ່ບອກບ້ານ ແລະເຮັດວຽກເຮືອນຊ່ວຍແມ່. ມາວິນເວົ້າວ່າ ພໍ່ຂອງລາວກໍບໍ່ມີວຽກເຮັດ.
ມາວິນເວົ້າວ່າ ພໍ່ຂອງລາວໃຊ້ຊີວິດ ຈົມຢູ່ກັບການພະນັນແລະດື່ມເຫຼົ້າ. ເນຶ່ອງຈາກວ່າ ມາວິນໄດ້ເຂົ້າຮຽນຢູ່ໂຮງຮຽນອະນຸບານມາກ່ອນແລ້ວ ຄູຂອງລາວຈຶ່ງເວົ້າວ່າ ໂອກາດທີ່ມາວິນຈະໄດ້ກັບຄືນໄປເຂົ້າໂຮງຮຽນຕາມປົກກະຕິ ໃນເດືອນມີຖຸນານີ້ ແມ່ນສູງຫຼາຍ
ນາຍ Efren Penaflorida ເປັນຜູ້ສ້າງຫ້ອງຮຽນເຄື່ອນທີ່ນີ້ຂຶ້ນມາ ເພື່ອອໍານວຍໃຫ້ເດັກ
ນ້ອຍ ສາມາດໄປເຂົ້າໂຮງຮຽນໄດ້. ບໍລິສັດ Dynamic Teen Company ຫລື ໄວລຸ່ນທີ່
ມີພະລັງ ຂອງລາວ ເປັນຜູ້ບໍລິຫານໂຄງການຫ້ອງຮຽນເຄື່ອນທີ່ ແລະຊອກຫາຜູ້ໃຈບຸນ
ມາອຸບປະຖໍາພວກນັກຮຽນ ທີ່ຂັດສົນເຫລົ່ານີ້. ລາວກ່າວວ່າ:
“ຫ້ອງຮຽນເຄື່ອນທີ່ ຫລື Kariton ນີ້ ປຽບເໝືອນຫົວທຽນກະຕຸ້ນໄຟລົດ. ມັນ
ເປັນສິ່ງລໍ້ໃຈຢ່າງນຶ່ງ ເພື່ອຊັກຈູງ ນັກຮຽນໃຫ້ຮັກຫອມການຮໍ່າຮຽນ ອ້າແຂນຮັບ
ເອົາການຮຽນ ເພາະວ່າພວກເຮົາ ເຊື່ອວ່າ ຖ້າຫາກພວກເດັກເຫຼົ່ານີ້ ສາມາດຮັກ
ການຮໍ່າຮຽນແລ້ວ ການຮຽນກໍຈະຮັກແລະອ້າແຂນຮັບເອົາພວກເຂົາຄືນ.”
ພາຍໃນປາຍປີການສຶກສາໜ້ານີ້ ທ່ານ Armin Luistro ລັດຖະມົນຕີກະຊວງສຶກສາ ຢາກໃຫ້
ມີຫ້ອງຮຽນລໍ້ຍູ້ແບບນີ້ຕື່ມອີກຢ່າງໜ້ອຍສິບຫ້ອງ ຢູ່ໃນມະນີລາແລະຢູ່ຕາມຫົວເມືອງໃຫຍ່ອື່ນໆ ໃນຂັ້ນຕໍ່ໄປ ຊຶ່ງທ່ານກ່າວວ່າ:
“ທັງໝົດທີ່ກ່າວມານີ້ ແມ່ນເພື່ອສຸມໃສ່ຕອບສະໜອງຄວາມຕ້ອງການຂອງເດັກ
ຢູ່ທີ່ບ່ອນເດັກຄົນນັ້ນຢູ່. ໃນກໍລະນີນີ້ໂດຍສະເພາະນັ້ນ ພວກເຂົາ ໄດ້ ຮຽນຮູ້ວິທີ
ການຢູ່ລອດຕາມຖະໜົນຫົນທາງ ໄດ້ຮຽນຮູ້ຄວາມມີອິດສະລະ ເສລີຈາກການ
ໃຊ້ຊີວິດຢູ່ບົນຖະໜົນ ແລະພວກເຮົາກໍບໍ່ຢາກຕັດເສລີພາບນັ້ນຈາກພວກເຂົາ
ໃນທັນທີ.”
ທີ່ຫ້ອງຮຽນເຄື່ອນທີ່ຢູ່ຄຸ້ມ Novaliches ນັ້ນ ນາງ Marietoni Candelaria ອາຍຸ 18 ປີ ຕັ້ງໜ້າຕັ້ງຕາລໍຖ້າໂອກາດທີ່ ມື້ໃດມື້ນຶ່ງນາງຈະໄດ້ເຕົ້າໂຮມກັນກັບນ້ອງໆຫ້າຄົນຂອງນາງ. ພວກເຂົາເຈົ້າໄດ້ຖືກພໍ່ແມ່ປະຖິ້ມ ເມື່ອນຶ່ງປີຜ່ານມາ ແລະກໍໄດ້ແຍກຍ້າຍກັນໄປຂໍເພີ່ງພາອາໃສຢູ່ນໍາພວກພີ່ນ້ອງຫລາຍໆຄົນ ທີ່ບໍ່ສາມາດສົ່ງເສຍໃຫ້ເຂົາເຈົ້າໄປຮຽນໄດ້ນັ້ນ.
ນາງ Canderlaria ເວົ້າວ່າ ການທີ່ມີໂອກາດໄດ້ຮໍ່າຮຽນຢູ່ຫ້ອງຮຽນເຄື່ອນ ທີ່ນີ້ແມ່ນສໍາຄັນຫຼາຍ. ນາງຕັ້ງໃຈຈະຮຽນໃຫ້ຈົບອຸດົມ ແລະພະຍາຍາມຫາທຶນສຶກສາຕໍ່ໃນມະຫາວິທະຍາໄລ ແລ້ວກໍຫາວຽກເຮັດງານທໍາ ເພື່ອວ່ານາງຈະສາມາດລ້ຽງດູນ້ອງໆຂອງນາງ ຢູ່ພາຍໃຕ້ຊາຍຄາດຽວກັນໄດ້.