ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຟີລິບປິນ ແຍ່ ຈີນ ດ້ວຍຈຸດປະສົງ ຈະເຈາະຫາ ນ້ຳມັນ ແລະ ແກັສ ໃນທະເລ ທີ່ຂັດແຍ້ງກັນ


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte.

ແຜນການຕ່າງໆ ຢູ່ໃນຟີລິບປິນ ເພື່ອຈະເປີດຄືນໃໝ່ ພື້ນທີ່ຂອງເຂດຂັດແຍ້ງ ຢູ່ໃນ
ທະເລຈີນໃຕ້ ສຳລັບການຄົ້ນຄວ້າຫານ້ຳມັນ ແລະ ແກັສ ນັ້ນ ມີທາງເປັນໄປໄດ້ສູງ
ວ່າ ຈະສ້າງຄວາມສັບສົນ ໃນດ້ານນະໂຍບາຍການຕ່າງປະເທດ ຂອງມານີລາ ກັບ
ພັນທະມິດໃໝ່ຂອງຕົນ ຄືປັກກິ່ງ ຊຶ່ງອ້າງເອົາກຳມະສິດ ໃນນ່ານນ້ຳອັນດຽວກັນ
ແລະ ຈະເພີ່ມການຕອບໂຕ້ໃນທາງລົບ ຕໍ່ການມີອິດທິພົນທາງການເດີນເຮືອຂອງຈີນ
ຢູ່ໃນຂົງເຂດດັ່ງກ່າວຕື່ມອີກ.

ກະຊວງພະລັງງານຂອງຟີລິບປິນ ພ້ອມທີ່ຈະເລີມຄືນໃໝ່ການເຈາະຫານ້ຳມັນ ແລະ
ແກັສ ຢູ່ເກາະ Reed Bank ໃນເນື້ອທີ່ກວ້າງ 8,866 ຕາລາງແມັດ ທາງກ້ຳຕາເວັນຕົກ
ຂອງເກາະ Palawan ຊຶ່ງອົງການຂ່າວພາຍໃນ ໄດ້ລາຍງານໄປ. ໃນເດືອນທັນວາ
ປີ 2014 ລັດຖະບານຟີລິບປິນ ໄດ້ໂຈະແຜນການເຫຼົ່ານັ້ນໄວ້ ເພື່ອກະກຽມໃສ່ການ
ຕັດສິນຢູ່ທີ່ສານໂລກ ກ່ຽວກັບວ່າ ປະເທດໃດ ຈະມີກຳມະສິດທີ່ໜັກແໜ້ນກວ່າໝູ່.

ສານດັ່ງກ່າວ The Hague ຢູ່ໃນປະເທດເນເທີແລນ ໄດ້ຕັດສິນວ່າ ເກາະ Reed
Bank ຕົກຢູ່ພາຍໃນເຂດເສດຖະກິດສະເພາະ ຂອງທະເລຟີລິບປິນ. ຈີນ ໄດ້ປະ
ຕິເສດຜົນການຕັດສິນດັ່ງກ່າວ ແລະ ໃນເດືອນພຶດສະພາຜ່ານມາ ໄດ້ເຕືອນ
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ວ່າບໍ່ໃຫ້ເປີດຄືນການຄົ້ນຄວ້າ
ຂອງຕົນ ດັ່ງ ສື່ມວນຊົນຂອງຟີລິບປິນ ໄດ້ລາຍງານໄປ. ຈີນ ອ້າງເອົາກຳມະສິດ
ຫຼາຍກວ່າ 90 ເປີເຊັນ ຂອງທະເລ ຢູ່ໃນຂົງເຂດ.

ທ່ານ Carl Thayer ອາຈານຢູ່ທີ່ມະຫາວິທະຍາໄລ New South Wales
ໃນອອສເຕຣເລຍ ທີ່ມີຄວາມຊ່ຽວຊານ ໃນຂະແໜງເອເຊຍຕາເວັນອອກສຽງໃຕ້
ໄດ້ກ່າວວ່າ “ທ່ານ Duterte ກ່າວວ່າ ເພິ່ນ ໄດ້ໂອ້ລົມກັບ ປະທານປະເທດຈີນ
ທ່ານ ສີ ຈິ້ນຜິງ ໃນເດືອນພຶດສະພາ ແລະ ຈີນໄດ້ຂົ່ມຂູ່ວ່າຈະເອົາມາດຕະການ ຖ້າພວກເຂົາເຈົ້າເລີ່ມຕົ້ນການຄົ້ນຄວ້າຄືນໃໝ່. ມັນເປັນເວລາທີ່ລະອຽດອ່ອນ.
ວັນທີ 12 ກໍລະກົດ ເປັນວັນຄົບຮອບ ຂອງການຕັດສິນເລື່ອງນີ້ຂອງສານໂລກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG