ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຟີລິບປິນ ສັ່ງການໃຫ້ກອງທັບ ເສີມຄວາມແຂງແກ່ນຕໍ່ການມີໜ້າ ຫຼັງຈາກ 'ການເຄື່ອນໄຫວຂອງຈີນ' ຢູ່ໃກ້ເກາະຂອງຕົນ


ແຟ້ມພາບ - ພວກທະຫານຂອງຟີລິປິນ ເດີນສວນສະໜາມ ໃນເກາະທີຕູ ທີ່ຄຸ້ມຄອງໂດຍຟີລິບປິນ ໃນເຂດທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນ, ວັນທີ 21 ເມນາ 2017.
ແຟ້ມພາບ - ພວກທະຫານຂອງຟີລິປິນ ເດີນສວນສະໜາມ ໃນເກາະທີຕູ ທີ່ຄຸ້ມຄອງໂດຍຟີລິບປິນ ໃນເຂດທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນ, ວັນທີ 21 ເມນາ 2017.

ກະຊວງປ້ອກັນປະເທດຂອງຟີລິບປິນ ໃນວັນພະຫັດວານນີ້ ໄດ້ສັ່ງໃຫ້ກອງທັບເສີມຄວາມແຂງແກ່ນຕໍ່ການມີໜ້າຢູ່ໃນທະເລຈີນໃຕ້ ຫຼັງຈາກທີ່ມີ “ການເຄື່ອນ ໄຫວຕ່າງໆຂອງຈີນ” ຢູ່​ໃນເຂດນ່ານນໍ້າທີ່ມີບັນຫາຂັດແຍ້ງກັນ ໃກ້ກັບເກາະຍຸດທະສາດແຫ່ງນຶ່ງ ທີ່ຄຸ້ມຄອງໂດຍຟີລິບປິນ.

ກະຊວງດັ່ງກ່າວ ບໍ່ໄດ້ລະບຸວ່າ ການເຄື່ອນໄຫວເຫຼົ່ານັ້ນ ວ່າແມ່ນຫຍັງ ແລະຖະແຫລງການຂອງຕົນ ທີ່ອອກມາ ຫຼັງ​ຈາກ​ມີລາຍງານໃນອາທິດນີ້ ກ່ຽວກັບການກໍ່ສ້າງໃສ່ເທິງພື້ນທີ່ທີ່ບໍ່ມີຄົນອາໄສຢູ່ 4 ແຫ່ງ ໃນບໍລິເວນໝູ່ເກາະສແປຣັດລີທີ່ມີບັນຫາຂັດແຍ້ງກັນ ແລະລາຍງານຂ່າວກ່າວວ່າ ປັກກິ່ງໄດ້ປະຕິເສດວ່າ “ບໍ່ມີ ມູນຄວາມຈິງ.”

ການລ່ວງລ້ຳໃດໆ ຫຼືການກໍ່ສ້າງເກາະທຽມໃສ່ເທິງພື້ນທີ່ພາຍໃນບໍ​ລິ​ເວນ 321 ກິໂລແມັດ ​ໃສ່ເຂດເສດຖະກິດສະເພາະຂອງຟີລິບປິນ “ເປັນໄພຂົ່ມຂູ່ຕໍ່ຄວາມ ໝັ້ນຄົງຂອງເກາະປາກາຊາ ຊຶ່ງເປັນສ່ວນນຶ່ງຂອງດິນແດນທີ່​ມີອະທິປະໄຕຂອງຟີລິບປິນ” ທີ່ກະຊວງໄດ້ກ່າວ ໃນຖະແຫລງການດັ່ງກ່າວ ໂດຍໃຊ້ຊື່ໃນພາສາຟີລິບປິນ ສຳລັບເກາະທີຕູ.

ຖະແຫລງການກ່າວຕື່ມວ່າ “ພວກເຮົາຮຽກຮ້ອງຕໍ່ຈີນຢ່າງແຂງຂັນ ໃຫ້ປະຕິບັດຕາມກົດລະບຽບການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍຂອງສາກົນ ແລະຫລີກເວັ້ນຈາກການກະທຳໃດໆ ທີ່ຈະເພີ້ມທະວີຄວາມເຄັ່ງຕຶງ.”

ສະຖານທູດຈີນໃນນະຄອນຫຼວງມານີລາ ໄດ້ກ່າວຢ້ຳວ່າ ຈີນປະຕິບັດຢ່າງເຄັ່ງຄັດ ຕາມການເຫັນດີເຫັນພ້ອມທີ່ໄດ້ບັນລຸກັນໃນພວກຜູ້ກ້າວອ້າງກຳມະສິດ ທີ່ບໍ່ລວມທັງການກໍ່ສ້າງໃສ່​ເກາະ​ຫີນປະກາລັງ ແລະເກາະຕ່າງໆບໍ່ມີີຄົນອາໄສຢູ່.

ເມື່ອຖືກຂໍໃຫ້ຕອບຕໍ່ຖະແຫລງການຂອງກະຊວງປ້ອງກັນປະເທດນັ້ນ ຈີນກ່າວວ່າ ທັງສອງປະເທດ ຈະ “ຈັດການກັບບັນຫາຕ່າງໆທາງທະເລ ຢ່າງຖືກຕ້ອງເໝາະສົມ ໂດຍຜ່ານການປຶກສາຫາລືກັນຢ່າງເປັນມິດ.”

ຈີນອ້າງເອົາກຳມະສິດສ່ວນ​ໃຫຍ່ໃນເຂດທະເລຈີນໃຕ້ ຊຶ່ງສິນຄ້າມູນຄ່າຫຼາຍພັນລ້ານໂດລາ ​ຖືກ​ສົ່ງຜ່ານນ່ານນ້ຳດັ່ງກ່າວ ໃນແຕ່ລະປີ. ບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍຍັງໄດ້ອ້າງເອົາກຳມະສິດ ​ກວມ​ກັນຕໍ່ເກາະ​ດອນ ແລະພື້ນທີ່ໃນທະເລທັງຫຼາຍ ອີກດ້ວຍ.

ເກາະທີຕູ ເປັນເຂດຍຸດທະສາດສຳຄັນທີ່ສຸດຂອງເກົ້າພື້ນທີ່ ທີ່ຟີລິບປິນ​ຢຶດຄອງໃນໝູ່ເກາະສແປຣັດລີ ຊຶ່ງຕັ້ງຢູ່ໃກ້ກັບ ເກາະຫີນປະກາລັງຊູບີ (Subi Reef) ອັນເປັນນຶ່ງໃນເຈັດເກາະທຽມ ທີ່ຈີນໄດ້ສ້າງ ບາງແຫ່ງ​ໄດ້​ມີ​ການຕິດຕັ້ງລູກສອນໄຟຈາກພາກພື້ນດິນສູ່ອາກາດ ອູ່​ເກັບ​ ແລະທາງແລ່ນສຳລັບເຮືອບິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG