ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູໄຟມາຢອນ ຂອງຟີລິບປິນ ຍັງສົ່ງຂີ້ເທົ່າ ກຸ້ມຂຶ້ນສູ່ທ້ອງຟ້າ ແລະລາວາ ໄຫຼອອກມາ


ພູໄຟມາຢອນ ສົ່ງຂີ້ເທົ່າ ກຸ້ມຂຶ້ນສູ່ທ້ອງຟ້າ ແລະລາວາໄຫລອອກມາ ໃນຂະນະທີ່ພູດັ່ງກ່າວ
ຍັງສືບຕໍ່ລະເບີດ ເຊິ່ງສາມາດແນມເຫັນໄດ້ ຈາກເມືອງດາຣາກາ ໃນແຂວງອາລເບ ຢູ່ທາງກ້ຳໃຕ້ ຂອງນະຄອນຫຼວງ ມະນີລາ ເມື່ອວັນທີ 23 ມັງກອນ 2018.
ພູໄຟມາຢອນ ສົ່ງຂີ້ເທົ່າ ກຸ້ມຂຶ້ນສູ່ທ້ອງຟ້າ ແລະລາວາໄຫລອອກມາ ໃນຂະນະທີ່ພູດັ່ງກ່າວ ຍັງສືບຕໍ່ລະເບີດ ເຊິ່ງສາມາດແນມເຫັນໄດ້ ຈາກເມືອງດາຣາກາ ໃນແຂວງອາລເບ ຢູ່ທາງກ້ຳໃຕ້ ຂອງນະຄອນຫຼວງ ມະນີລາ ເມື່ອວັນທີ 23 ມັງກອນ 2018.

ປະຊາຊົນໃນເມືອງມາຢອນ ຫຼາຍກວ່າ 50,000 ຄົນ ໄດ້ຖືກຍົກຍ້າຍອອກໜີ ໃນຂະນະ
ທີ່ ພູໄຟ ທີ່ພວມມີການເໜັງຕີງຫຼາຍທີ່ສຸຸດ ຂອງຟີລິບປິນ ສືບຕໍ່ສົ່ງຄວັນແລະຂີ້ເທົ່າຂຶ້ນ
ສູ່ທ້ອງຟ້າ ແລະ ກໍມີລາວາຮ້ອນສີແດງໄຫລອອກມາເປັນສາຍຍາວຢຽດ.

ສະຖາບັນການຄົ້ນຄວ້າດ້ານພູໄຟຂອງຟີລິບປິນ ກ່າວວ່າ ພູໄຟມາຢອນໄດ້ລະເບີດຂຶ້ນ
ໂດຍສົ່ງລາວາຮ້ອນອອກມາ ແລະສົ່ງຂີ້ເທົ່າ ເປັນຄວັນກຸ້ມຂຶ້ນສູ່ທ້ອງຟ້າ ສູງເຖິງ 600
ແມັດ ພ້ອມກັນນັ້ນ ຂີ້ເທົ່າຍັງພຸ່ງສູງຂຶ້ນເຖິງ 5 ກິໂລແມັດ ຈາກປາກຂອງຟູໄຟນັ້ນ ເຊິ່ງ
ມັນໄດ້ເລີ່ມຕົ້ນຂຶ້ນ ໃນຕອນແລງ ວັນອັງຄານທີ່ຜ່ານມານີ້ ແລະຍັງສືບຕໍ່ ມາຈົນຮອດ
ຕອນເຊົ້າຂອງວັນພຸດມື້ນີ້.

ລາວາໄຫລລົງຄ້ອຍ ຈາກປາກຄອບພູມາຢອນ ໃນຂະນະທີ່ສາມາດແນມເຫັນໄດ້ ຈາກເມືອງເລີກາສປີ ຂອງແຂວງ ອາລບາຍ, ຕັ້ງຢູ່ປະມານ 340 ກິໂລແມັດ ກ້ຳຕາເວັນອອກສຽງໃຕ້ ຂອງນະຄອນຫຼວງ ມານີລາ ປະເທດຟີລິບປິນ, ວັນຈັນ ທີ 15 ມັງກອນ 2018.
ລາວາໄຫລລົງຄ້ອຍ ຈາກປາກຄອບພູມາຢອນ ໃນຂະນະທີ່ສາມາດແນມເຫັນໄດ້ ຈາກເມືອງເລີກາສປີ ຂອງແຂວງ ອາລບາຍ, ຕັ້ງຢູ່ປະມານ 340 ກິໂລແມັດ ກ້ຳຕາເວັນອອກສຽງໃຕ້ ຂອງນະຄອນຫຼວງ ມານີລາ ປະເທດຟີລິບປິນ, ວັນຈັນ ທີ 15 ມັງກອນ 2018.

ສະ​ຖາ​ບັນຄົ້ນຄວ້າພູ​ໄຟ​ຂອງ​ຟິລິບ​ປີນ ໄດ້​ເພີ້ມ​ການ​ເຕືອນ​ກ່ຽວກັບພູໄຟມາຢອນໃຫ້​
ສູງຂຶ້ນສູ່ລະດັບ 4 ຂອງຂອງການວັດແທກ ທີມີທັງໝົດ 5 ລະດັບ ທີ່​ເປັນ​ຂີດ​ໝາຍ​ຂອງ​
ໄພ​ອັນຕະລາຍໃນການ​ລະເບີດຂຶ້ນຄັ້ງໃຫຍ່ ທີ່ຈະເກີດຂຶ້ນໃນໄວໆນີ້. ສະ​ຖາ​ບັນ​ດັ່ງກ່າວ
​ຍັງ​ໄດ້ຂະຫຍາຍ​ເຂດ​ອັນຕະລາຍ​ທີ່ຢູ່​ອ້ອມ​ແອ້ມ​ພູມາຢອນອອກ​ໄປ​ ​ໃນ​ລັດສະໝີ 8
ກິ​ໂລ​ແມັດ. ພູໄຟມາຢອນ ທີ່ຕັ້ງຢູ່ຫ່າງຈາກນະຄອນ ຫຼວງມະນີລາ ຫຼາຍກວ່າ 300 ກິໂລ
ແມັດ ແມ່ນນຶ່ງໃນບັນດາພູໄຟ ຈຳນວນ 22 ໜ່ວຍຂອງຟີລິບປິນ ທີ່ມີການເໜັງຕີງຢູ່.
ພູໄຟມາຢອນ ໄດ້ລະເບີດຂຶ້ນ ຢ່າງນ້ອຍ 50 ຄັ້ງຜ່ານມາ ໃນຄວາມຊົງຈຳ ທີ່ໄດ້ຖືກ
ບັນທຶກໄວ້ ເຊິ່ງຄັ້ງຮ້າຍແຮງທີ່ສຸດ ແມ່ນເກີດຂຶ້ນໃນປີ 1814 ໃນເວລາ ເມືອງກາຊາວາ
ໄດ້ຖືກຕົມຂອງພູໄຟໄຫລລົງມາຖົມ ແລະເຮັດໃຫ້ປະຊາຊົນ ຫຼາຍກວ່າ 1,000 ຄົນ
ເສຍຊີວິດ.

ປະ​ເທດ​ຟິລິບ​ປີນ ​ແມ່ນ​ຕັ້ງ​ຢູ່ເຂດ​ວົງ​ແຫວນໄຟ ຫຼື “Ring of Fire,” ຊຶ່ງ​ແມ່ນ​ເສັ້ນ​
ແຕກ​ແຫງ​ ໃນເຂດມະຫາ​ສະໝຸດ​ປາຊິ​ຟິກ ທີ່​ມັກພາໃຫ້ເກີດ​ແຜ່ນດິນ​ໄຫວ ​ແລະ​
ພູໄຟລະເບີດນັ້ນ​.​

Philippines Volcano
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

More than 50,000 residents have now been displaced as the Philippines' most active volcano continues to belch large clouds of ash and streams of red-hot lava.

The Philippine Institute of Volcanology says Mount Mayon blasted large fountains of lava and ash 600 meters into the sky, coupled with ash plumes reaching as high as five kilometers above the crater, beginning Tuesday night and lasting into early Wednesday.

The institute has raised its alert level for Mayon to four on a scale of five, signifying a hazardous eruption is imminent.The agency also expanded the danger zone surrounding the volcano to eight kilometers.

Mount Mayon, located more than 300 kilometers from Manila, is one of the Philippines' 22 active volcanoes.Mayon has erupted at least 50 times in recorded memory, the worst in 1814, when the town of Cagsawa was buried in volcanic mud and over 1,000 people were killed.

The Philippines is situated in the "Ring of Fire," a line of seismic faults in the Pacific Ocean that is prone to earthquakes and volcanic activity.

XS
SM
MD
LG