ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຢັ່ງຫາງສຽງ ໃນ ຟິລິບປິນ


ທ່ານເບນິກໂນ ອາກີໂນ ແລະຜູ້ສະມັກ ຮ່ວມກັບທ່ານ ຄືທ່ານ ມາຣ໌ ໂຣຊາສ ຊຶ່ງຄາດວ່າ ຈະເປັນຜູ້ໄດ້ຮັບ ໄຊຊະນະ.
ທ່ານເບນິກໂນ ອາກີໂນ ແລະຜູ້ສະມັກ ຮ່ວມກັບທ່ານ ຄືທ່ານ ມາຣ໌ ໂຣຊາສ ຊຶ່ງຄາດວ່າ ຈະເປັນຜູ້ໄດ້ຮັບ ໄຊຊະນະ.

ສະມາຊິກ ສະພາສູງຟີລິບປິນ ທ່ານເບນິກໂນ ອາກີໂນທີ 3 ມີຄະແນນສຽງນຳໜ້າ ຢ່າງຂາດຮອຍ ໃນການຢັ່ງຫາງ ສຽງກ່ອນການເລືອກຕັ້ງ ປະທານາທິບໍດີ ຟີລິບປິນ ໃນອາທິດໜ້າ.

ການສຳຫລວດຫາງສຽງ ທີ່ພິມເຜີຍແຜ່ ໃນວັນສຸກມື້ນີ້ ສະແດງໃຫ້ເຫັນວ່າ ລູກຊາຍໄວ 50 ປີ ຂອງມື້ລາງ ປະທານາທິບໍດີ ໂຄຣາຊອນ ການີໂນ ໄດ້ຮັບຄະແນນ ສະໜັບສະໜຸນ 42 ເປີເຊັນ ຂອງພວກທີ່ ຕອບຄຳຖາມ ຄື 22 ເປີເຊັນ ສູງກວ່າຄູ່ແຂ່ງ ທີ່ມີຄະແນນສຽງ ໃກ້ຄຽງສຸດ ຊຶ່ງໄດ້ແກ່ ອະດີດປະທານາທິບໍດີ ໂຈແຊັຟ ແອັສຕຣາດາ. ສ່ວນສະມາຊິກສະພາສູງເສດຖີ ເງິນລ້ານ ທ່ານ ມານູແອລ ວິລລາຣ໌ ນັ້ນ ມີຄະແນນເປັນທີ 3 ໄດ້ຮັບ 19 ເປີເຊັນ.

ທ່ານ ອາກີໂນ ທີ່ສະມັກເລືອກຕັ້ງ ເປັນປະທານາທິບໍດີ ໂດຍມີນະໂຍບາຍ ຕໍ່ຕ້ານການ ສໍ້ລາດບັງຫຼວງນັ້ນ ໄດ້ຮັບການສະໜັບສະໜຸນ ຢ່າງກວ້າງຂວາງ ຈາກປະຊາຊົນ ທັງໆທີ່ທ່ານ ໄດ້ສະມັກເຂົ້າແຂ່ງຂັນ ໃນເວລາທີ່ ຂ້ອນຂ້າງຊ້າ ຄືໃນເດືອນກັນຍາ ປີກາຍ ຫລັງຈາກ ມານດາຂອງທ່ານ ທີ່ຊາວຟີລິບປິນຮັກ ແລະເຄົາລົບນັ້ນ ເຖິງແກ່ມໍລະນະກຳ.

ສ່ວນປະທານາທິບໍດີ ກລໍເຣຍ ອາໂຣໂຢ ລັດຖະທຳມະນູນໄດ້ ຫ້າມບໍ່ໃຫ້ທ່ານນາງ ສະມັກເຂົ້າແຂ່ງຂັນ ເປັນປະທານາທິບໍດີ ໄດ້ຕື່ມອີກ.

XS
SM
MD
LG