ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຟິລິບປີນ ທ່ານ Duterte ກ່າວສັ່ງລາຕໍ່ ອາເມຣິກາ ວ່າ “ບ່າຍ ບ່າຍ” ເປັນການຕອບໂຕ້


ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte.
ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte.

ການຊ່ວຍເຫຼືອຂະໜາດໃຫຍ່ ຈາກສະຫະລັດ ທີ່ຄາດຄິດໄວ້ກ່ອນນັ້ນ ໄດ້ຖືກຍົກເລີກ ຊຶ່ງປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ເກີດຄວາມໂມໂຫ ໂດຍກ່າວ ສັ່ງລາຕໍ່ ອາເມຣິກາ ວ່າ “ບ່າຍ ບ່າຍ” ເປັນການຕອບໂຕ້ ໃນວັນເສົາມື້ນີ້ ແລະ ໄດ້ຂົ່ມຂູ່ ຈະລົ້ມເລີກສັນຍາ ທີ່ອະນຸຍາດໃຫ້ ທະຫານສະຫະລັດ ຢ້ຽມຢາມ ຟີລິບປິນ.

ອົງການ Millennium Challenge Corporation ເປັນອົງການຊ່ອຍເຫຼືອຂອງລັດຖະ ບານສະຫະລັດ ແທ້ຈິງແລ້ວ ບໍ່ໄດ້ຍົກເລີກ ການຊ່ວຍເຫຼືອດັ່ງກ່າວນັ້ນ. ຫາກແຕ່ ອົງການ ນີ້ ໄດ້ເລື່ອນການລົງຄະແນນສຽງອອກໄປ ກ່ຽວກັບການຕໍ່ອາຍຸ ຂອງການຊ່ອຍເຫຼືອແກ່ ຟີລິບປິນ “ອັນເປັນຫົວຂໍ້ ການທົບທວນຄືນເພີ່ມເຕີມ ໃນຄວາມເປັນຫ່ວງ ກ່ຽວກັບຕົວບົດ ກົດໝາຍ ແລະສິດເສລີພາບຂອງພົນລະເມືອງ.”

ທ່ານ Duterte ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ເມື່ອຕົ້ນປີນີ້ ສ່ວນໃຫຍ່ບົນພື້ນ ຖານ ຂອງການໃຫ້ຄຳໝັ້ນສັນຍາວ່າ ຈະແນເປົ້າໝາຍໃສ່ພວກຄ້າຢາເສບຕິດ ແລະ ພວກຄາດຕະກອນ ຢ່າງບໍ່ລົດຫລະ.

ຕຳຫຼວດຟີລິບປິນ ແລະພວກອາສາສະໝັກ ຮັກສາຄວາມສະຫງົບ ໄດ້ສັງຫານພວກທີ່ ເສບ ແລະ ຄ້າຢາເສບຕິດ ຢ່າງນ້ອຍ 3,600 ຄົນ ນັບຕັ້ງແຕ່ ທ່ານ Duterte ໄດ້ເຂົ້າຮັບ ໜ້າທີ່ເມື່ອທ້າຍເດືອນມິຖຸນາ ເປັນຕົ້ນມາ.

ທ່ານ Duterte ໄດ້ກ່າວວ່າ “ພວກເຮົາສາມາດຢູ່ລອດໄດ້ ໂດຍປາດສະຈາກເງິນຂອງ ອາເມຣິກາ ແຕ່ທ່ານຮູ້ບໍ່ ອາເມຣິກາ ເຈົ້າຍັງຈະໄດ້ຮັບການແຈ້ງການ. ກຽມພ້ອມທີ່ຈະ ອອກໄປຈາກຟີລິບປິນ. ກຽມພ້ອມເພື່ອການຍົກເລີກໃນທີ່ສຸດ ແກ່ການລົບລ້າງສັນຍາ ການຢ້ຽມຢາມຂອງກອງກຳລັງທະຫານສະຫະລັດ.”

ຜູ້ນຳທີ່ມີເລື່ອງບັນຫາຂັດແຍ້ງ ທ່ານນີ້ ຍັງໄດ້ກ່າວໃນວັນເສົາມື້ນີ້ ວ່າທ່ານຈະ“ສະຫງວນ
ໄວ້” ຄຳຕັດສິນ ຂອງສານສາກົນ ທີ່ວ່າການອ້າງກຳມະສິດໃນທະເລຈີນໃຕ້ ທີ່ເປັນເສັ້ນ
ທາງເດີນເຮືອທີ່ໜາແໜ້ນທີ່ສຸດ ບໍ່ຖືກຕ້ອງ ເພາະວ່າ ທ່ານບໍ່ຢາກນຳເອົາມາບັງຄັບໃຊ້ຕໍ່
ຈີນ ຊຶ່ງປະກົດວ່າ ຈີນໄດ້ຕິດຕັ້ງອາວຸດທັງຫຼາຍ ໃສ່ຂົງເຂດທະເລຈີນໃຕ້.

ລັດຖະມົນຕີວ່າການຕ່າງປະເທດ ທ່ານ Perfecto Yasay Jr. ໄດ້ກ່າວວ່າ“ພວກເຮົາ
ຢາກໃຫ້ແນ່ໃຈວ່າ ຈະບໍ່ມີການກະທຳໃດໆຕື່ມອີກ ທີ່ຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມສູງ
ຂຶ້ນ” ລະຫວ່າງ ຈີນ ແລະ ຟີລິບປິນ.

ມານີລາ ເຄີຍເປັນພັນທະມິດໜຶ່ງ ທີ່ສຳຄັນໃນເອເຊຍ ຂອງວໍຊິງຕັນ ນັບຕັ້ງແຕ່ ທັງສອງ
ຝ່າຍ ໄດ້ລົງນາມໃນສົນທິສັນຍາປ້ອງກັນປະເທດຮ່ວມກັນ ໃນປີ 1951 ເປັນຕົ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG