ຟີລິບປິນໃນວັນອາທິດວານນີ້ ໄດ້ກ່າວຫາໜ່ວຍຍາມຝັ່ງຈີນວ່າ ວາງ “ເຄື່ອງກີດຂວາງທາງນ້ຳ” ໃສ່ບໍລິເວນ ທີ່ມີການຂັດແຍ້ງກັນໃນທະເລຈີນໃຕ້ ໂດຍກ່າວວ່າ ເພື່ອປ້ອງກັນບໍ່ໃຫ້ຊາວຟີລິບປິນເຂົ້າໄປ ແລະຫາປາຢູ່ໃນເຂດດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ໜ່ວຍຍາມຝັ່ງແລະຫ້ອງການປະມົງແລະຊັບພະຍາກອນທາງນ້ຳ ຂອງຟີລິບປິນ “ປະນາມຢ່າງແຮງ” ຕໍ່ການວາງເຄື່ອງກີດຂວາງ ໃສ່ບາງເຂດ ຂອງຫາດດອນຊາຍ ສກາໂບໂຣ (Scarborough) ພົນເຮືອຈັດຕະວາ ເຈ ທາຣີເອລາ (Jay Tarriela) ໂຄສົກ ຂອງໜ່ວຍຍາມຝັ່ງຟີລິບປິນ ຂຽນລົງໃນສື່ສັງຄົມ X ຊຶ່ງໃນເມື່ອກ່ອນເອີ້ນທວີດເຕີ້ນັ້ນ.
ເຄື່ອງກີດຂວາງນີ້ “ປ້ອງກັນບໍ່ໃຫ້ເຮືອຫາປາຂອງຟີລິບປິນ ເຂົ້າໄປໃນເຂດຫາດດອນຊາຍ ແລະກີດກັນບໍ່ໃຫ້ເຂົາເຈົ້າຫາປາ ແລະກິດຈະກຳທີ່ເປັນວິຖີຊີວິດຂອງພວກເຂົາເຈົ້າ” ໂຄສົກກ່າວ.
ສະຖານທູດຈີນຢູ່ມະນີລາບໍ່ໄດ້ໃຫ້ຄຳຕອບໃດໆໃນທັນທີຕໍ່ການຂໍຄວາມເຫັນຂອງ ພວກນັກຂ່າວ.
ຈີນອ້າງເອົາກຳມະສິດ 90 ເປີເຊີນຂອງທະເລຈີນໃຕ້ ກວມກັນກັບເຂດເສດຖະກິດສະເພາະຂອງວຽດນາມ ມາເລເຊເຍ ບຣູນາຍ ອິນໂດເນເຊຍແລະຟີລິບປີນ ປັກກິ່ງໄດ້ຢຶດເອົາຫາດຊາຍສກາໂບຣັບໃນປີ 2012 ແລະບັງຄັບໃຫ້ຊາວປະມົງຈາກຟີລິບປິນຕ້ອງໄດ້ເດີນທາງອອກໄປໄກຕື່ມ ເພື່ອຫາປາທີ່ໄດ້ໜ້ອຍລົງ.
ປັກກິ່ງໄດ້ອະນຸຍາດໃຫ້ຊາວປະມົງຟີລິບປິນກັບຄືນໄປຫາດດອນຊາຍດັ່ງກ່າວເວລາຄວາມສຳພັນລະຫວ່າງປະເທດທັງສອງໄດ້ຮັບການປັບປຸງໃຫ້ດີຂຶ້ນ ພາຍໃຕ້ການເປັນປະທານາທິບໍດີຂອງທ່ານໂຣດຣີໂກ ດູເຕີເຕ ໃນເວລານັ້ນ. ແຕ່ຄວາມເຄັ່ງຕຶງໄດ້ເພີ້ມທະວີຄືນອີກນັບຕັ້ງແຕ່ປະທານາທິບໍດີເຟີດີນານ ມາໂກສ ຈູເນຍ ໄດ້ເຂົ້າກຳຕຳແໜ່ງໃນປີກາຍນີ້.