ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສັນຍາ ຈະຊ່ອຍເຫຼືອ ຟີລິບປິນ ຫຼາຍລ້ານ ໂດລາ


ປະທານາທິບໍດີ ໂຣດຣີໂກ ດູເຕີເຕ (ຊ້າຍ) ຈັບມືກັບ ປະທານ ປະເທດຈີນ ທ່ານສີ ຈິ້ນຜິງ.
ປະທານາທິບໍດີ ໂຣດຣີໂກ ດູເຕີເຕ (ຊ້າຍ) ຈັບມືກັບ ປະທານ ປະເທດຈີນ ທ່ານສີ ຈິ້ນຜິງ.

ຄວາມສຳພັນທີ່ໃກ້ຊິດກັບຈີນ ຊຶ່ງຄັ້ງນຶ່ງເຄີຍເປັນປະເທດທີ່ບໍ່ໜ້າໄວ້ວາງໃຈນັ້ນເຮັດ
ໃຫ້ຟີລິບປິນມີຄວາມໝັ້ນໃຈຫຼາຍຂຶ້ນໃນອາທິດນີ້ ໃນຂະນະທີ່ປັກກິ່ງໃຫ້ຄຳໝັ້ນສັນ
ຍາຮອບໃໝ່ ກ່ຽວກັບການລົງທຶນ ໃນດ້ານການພັດທະນາ ຢູ່ໃນປະເທດ ທີ່ຕັ້ງຢູ່ ໃນ
ເຂດເອເຊຍ ຕາເວັນອອກສຽງໃຕ້ດັ່ງກ່າວ ພ້ອມທັງແນວຄິດໃໝ່ກ່ຽວກັບຄວາມໝັ້ນ
ຄົງທາງທະເລ.

ເວລາປະທານປະເທດຈີນ ທ່ານສີ ຈິ້ນຜິງ ພົບປະກັບປະທານາທິບໍດີຟີລິບປິນ ທ່ານ
ໂຣດຣິໂກ ດູເຕີເຕ ຢູ່ທີ່ປະເທດຈີນໃນວັນອັງຄານຜ່ານມານີ້ ປະເທດເຈົ້າພາບໄດ້ສະ
ເໜີໃຫ້ການຊ່ອຍເຫຼືອ ທາງດ້ານເສດຖະກິດ ແລະ ພື້ນຖານໂຄງລ່າງ ໃນມູນຄ່າ 73
ລ້ານໂດລາ ໃນຂະນະທີ່ 9 ບໍລິສັດຂອງຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ທີ່ຈະສຳຫຼວດທຸລະກິດຢູ່ໃນຟີລິບປິນ ໃນມູນຄ່າ 9 ພັນ 800 ລ້ານໂດລາ ອີງຕາມຖະ
ແຫຼງການ ຂອງທ່ານແຮຣີ ຣົກ ໂຄສົກຂອງທຳນຽບປະທານາທິບໍດີຟີລິບປິນ.

ພວກນັກຊ່ຽວຊານ ທີ່ນະຄອນຫຼວງມະນີລາ ກ່າວວ່າ ນັ້ນແມ່ນຜົນປະໂຫຍດຫຼ້າສຸດ
ຈາກຄວາມສຳພັນ ທີ່ດຳເນີນມາ ເປັນເວລາ 2 ປີ ລະຫວ່າງປະເທດ ທີ່ມີເສດຖະກິດ
ໃຫຍ່ສຸດໃນເອເຊຍ ແລະຟີລິບປິນ ຊຶ່ງເປັນປະເທດທີ່ຂ້ອນຂ້າງທຸກຍາກ.

ປະເທດທັງສອງ ໄດ້ມີການບໍ່ລົງລອຍກັນ ກ່ອນປີ 2016 ພາຍໃຕ້ການນຳພາ ຂອງ
ອະດີດປະທານາທິບໍດີຟີລິບປິນ ທ່ານເບນິກໂນ ອາກີໂນ ຍ້ອນມີການຂັດແຍ້ງກ່ຽວ
ກັບອະທິປະໄຕທາງທະເລ.

ຈີນໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ການຊ່ອຍເຫຼືອແລະການລົງທຶນໃນມູນຄ່າທັງໝົດ
24 ພັນລ້ານໂດລາ ແກ່ຟີລິບປິນ ໃນເດືອນຕຸລາ ປີ 2016 ໃນຂະນະທີ່ ທັງສອງປະ
ເທດວາງພື້ນຖານເພື່ອການມີຄວາມສຳພັນທີ່ອົບອຸ່ນຂຶ້ນ. ຈີນໄດ້ຊ່ອຍຟີລິບປິນສ້າງ
ທາງລົດໄຟ ແລະຕໍ່ສູ້ກັບພວກກະບົດມຸສລິມ ຢູ່ທີ່ເກາະມິນດານາວໃນເຂດພາກໃຕ້
ທີ່ວຸ້ນວາຍຂອງຟີລິບປິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG