ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍສິບຄົນ ເສຍຊີວິດ ໃນການໂຈມຕີ ບ່ອນຫຼິ້ນ ກາຊີໂນ ໃນຟິລິບປິນ


ພວກພະນັກງານ ແລະບັນດາແຂກ ຂອງໂຮງແຮມ ພາກັນຢືນ ຢູ່ຂ້າງຖະໜົນ ເບິ່ງໄຟໄໝ້.
ພວກພະນັກງານ ແລະບັນດາແຂກ ຂອງໂຮງແຮມ ພາກັນຢືນ ຢູ່ຂ້າງຖະໜົນ ເບິ່ງໄຟໄໝ້.

ພວກ​ເຈົ້າ​ໜ້າ​ທີ່​ຟິລິບ​ປີນ​ກ່າວ​ວ່າ ມື​ປືນ​ຄົນ​ນຶ່ງ​ໄດ້​ບຸກ​ເຂົ້າ​ໄປ​ໃນບ່ອນ​ຫລີ້ນ​ກາ​ຊີ​ໂນ ​ທີ່​ນະຄອນຫລວງ​ມະ​ນິລາ ​ແລະ​ຈູດ​ໂຕະຫລີ້ນ​ກາ​ຊີ​ໂນ ຢູ່​ໃນ​ສະຖານທີ່​ເຕັມ​ໄປ​ດ້ວຍ​ຝູງ
ຊົນ ເຮັດ​ໃຫ້​ຜູ້​ຄົນ​ຫາຍ​ໃຈ​ບໍ່​ໄດ້​ຍ້ອນ​ຄວັນ​ໄຟ ພາ​ໃຫ້ຢ່າງ​ໜ້ອຍ 36 ຄົນ​ເສຍ​ຊີວິດ.

ມື​ປືນ​ໄດ້ກວດເອົາ​ຫລຽນ​ຫລິ້ນ​ກາ​ຊີ​ໂນ​ໃສ່​ໃນ​ຖົງ ກ່ອນ​ທີ່​ລາວ​ຫລົບໜີ​ໄປ ​ແຕ່​ໄດ້​ພົບ​
ເຫັນຜູ້ກ່ຽວ​ເສຍຊີວິດ ​ຢູ່​ໃນ​ຫ້ອງ​ໂຮງ​ແຮມ​ທີ່​ຕັ້ງຢູ່​ໃກ້​ຄຽງໃນ​ຕອນ​ເ​ຊົ້າວັນ​ສຸກ​ມື້​ນີ້ ​ໃນ​
ອັນ​ທີ່​ປາກົດວ່າ ​ເປັນ​ການ​ຂ້າ​ໂຕ​ຕາ​ຍ.

ຫົວໜ້າ​ຕຳຫລວດທີ່ນະຄອນມະນີ​ລາ ທ່ານ Oscar Albayalde ກ່າວ​ວ່າ ບັນດາສົບ
​ຜູ້​ເສຍ​ຊີວິດ ໄດ້​ພົບ​ເຫັນຢູ່ໃນ​ຫ້ອງ​ທີ່​ເຕັມ​ໄປ​ດ້ວຍ​ຄວັນ​ໄຟ ​ໂດຍພວກ​ດັບໄຟ ​ແລະ​ທັງ
​ໝົດ​ເສຍ​ຊີວິດ​ຍ້ອນ​ຫາຍ​ໃຈ​ບໍ່​ໄດ້ແລະ​ຫາຍ​ໃຈ​ເອົາ​ຄວັນ​ໄຟ​ເຂົ້າ​ໄປ​. ບໍ່​ມີໃຜ​ໄດ້​ຖືກ​ຍິງ
​ໂດຍ​ມື​ປືນ.

ການ​ໂຈມ​ຕີນີ້ ​ໄດ້ເຮັດ​ໃຫ້​ຫຼາຍ​ຮ້ອຍ​ຄົນ​ພາກັນ​ຫຼົບໜີ​ອອກ​ມາ​ຢູ່​ຂ້າງນອກ ບ່ອນ​ຫລິ້ນ
ກາ​ຊີ​ໂນ Resort World Manila ໃນ​ຕອນ​ກາງຄື. ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ
​ເລັກ​ນ້ອຍ​ລະຫວ່າງ​ການ​ຫລົບໜີ.

ຕຳຫລວດ​ໄດ້​ກ່າວ​ຢໍ້າວ່າ ບໍ່​ມີ​ຫລັກ​ຖານສະໜັບສະໜູນ​ວ່າ​ເປັນ​ການ​ກໍ່​ການ​ຮ້າຍ.

​ໃນ​ຕອນ​ຕົ້ນ​ພວກ​ເຈົ້າ​ໜ້າ​ທີ່ກ່າວວ່າ ​ການ​ປຸ້ນ​ຈີ້​ແມ່ນ​ຈຸດປະສົງ​ຂອງ​ການ​ໂຈມ​ຕີ. ຜູ້​
ຕ້ອງສົງໄສ​ທີ່​ເວົ້າ​ພາສາ​ອັງກິດ​ໄດ້​ເອົາ​ເງິນ 113 ລ້ານ pesos ຫລືມີຄ່າເທົ່າ ກັບ
226,000 ​ໂດ​ລາ ທີ່ເປັນຫລຽນ​ຫລີ້ນກາ​ຊີ​ໂນ ແມ່ານໄດ້ພົບ​ເຫັນ​ຢູ່​ໃນ​ຖົງທີ່ລາວຖື​
ໄປ ​ແລະ​ໄດ້ກັບ​ຄືນ​ມາ​ທັງ​ໝົດແລ້ວ.

ອ່່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG