ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

6 ຄົນ ເສຍຊີວິດ ຢູ່ງານພາຕີ້ ຕ້ອນຮັບປີໃໝ່ ທີ່ຟິລິບ​ປີນ


ກຸ່ມ​ຫົວ​ຮຸນ​ແຮງ​ Abu Sayyaf
ກຸ່ມ​ຫົວ​ຮຸນ​ແຮງ​ Abu Sayyaf
ເຫດລະ​ເບີດທີ່​ງານ​ພາ​ຕີ້ ​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອ​ນຮັບປີ​ໃໝ່
​ທີ່​ເກາະ​ແຫ່ງ​ນຶ່ງໃນ​ພາກ​ໃຕ້​ຂອງຟິລິບ​ປີນໄດ້​ສັງຫານ 6 ຄົນ​
ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ອີກ​ຢ່າງ​ນ້ອຍ 6 ຄົນ.

ກອງ​ທັບຟິລິບ​ປີນ​ກ່າວ​ວ່າ ລະ​ເບີດ​ທີ່​ເຮັດຂຶ້ນ​ເອງ​ ​ແມ່ນ​ໃຊ້
ໃນການ​ໂຈມ​ຕີ ​ທີ່​ເມືອງ Sumisip ຂອງ​ເກາະ Basilan.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ
​ແລະ​ກໍຍັງ​ບໍ່​ທັນ​ຮູ້ສາ​ເຫດ​ທີ່​ຊັກ​ຈູງ​ພາໃຫ້​ມີການ​ໂຈມ​ຕີ​
ດ້ວຍລະ​ເບີດ​ດັ່ງກ່າວ​ນີ້ເຊັ່ນ​ກັນ.

ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມຫຼາຍກຸ່ມ ​ຮວມທັງກຸ່ມ Abu Sayyaf ທີ່ມີ​ຊື່​ສຽງ​ເໜົ່າ​ເໝັນ​ຊຶ່ງ​ເປັນ​ເຄືອຂ່າຍຂອງພວກກໍ່ການ​ຮ້າຍ al-Qaida ນັ້ນ ​ແມ່ນ​ຮູ້​ກັນ​ດີວ່າ​ປະຕິບັດ​ງານ​ຢູ່​ເທິງ​ເກາະ​ແຫ່ງ​ນີ້.

ກຸ່ມ Abu Sayyaf ​ເຄີຍ​ຖືກຖິ້ມ​ໂທດ​ໃສ່​ວ່າ ​ເປັນຜູ້​ຮັບຜິດຊອບໃນ​ຄື້ນຟອງຂອງການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ລັກ​ພາ​ຕົວ ​ແລະ​ຕັດ​ຫົວ​ຜູ້​ຄົນ​ ໃນ​ພາກ​ໃຕ້​ຂອງຟິລິບ​ປີນ.

ກຸ່ມ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ແຕກ​ກະຈັດກະຈາຍ ຍ້ອນ​ການ​ປາບ​ປາມຕໍ່ຕ້ານພວກກໍ່ການຮ້າຍຂອງລັດຖະບານ ​ໃນໄ​ລຍະ​ສອງ​ສາມ​ປີຜ່ານມາ​ນີ້ ​ແຕ່​ພວກ​ເຂົາກໍ​ຍັງ​ສືບ​ຕໍ່​ ທໍາ​ການ​ໂຈມ​ຕີ​ຢູ່​ເລື້ອຍ​ມາ.
XS
SM
MD
LG