ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໝັກເປັນປະທານາທິບໍດີ ຂອງຟີລິບປິນ ໄດ້ປະກາດທ່າທີທີ່ແຂງກ້າກວ່າເກົ່າຕໍ່ຈີນ ໃນທະເລຈີນໃຕ້

ແຟ້ມພາບ- ອະດີດສະມາຊິກສະພາສູງ ເຟີດີນານ "ບົງບົງ" ມາໂກສ ຈູເນຍ, ກາງເບື້ອງຊ້າຍ, ແລະຄູ່ຮ່ວມລົງສະໝັກແຂ່ງຂັນຂອງທ່ານ ທີ່ເປັນເຈົ້າເມືອງດາວາວ ຊາຣາ ດູເຕີເຕ, ກາງເບື້ອງຂວາ, ໂບກທຸງຊາດຂອງຟີລິບປິນ ໃນລະຫວ່າງການໂຮມຊຸມນຸມ ປະກາດການລົງແຂ່ງຂັນເປັນປະທານາທິບໍດີ ຂອງທ່ານ ຢູ່ທີ່ສະໜາມກິລາຂອງຟີລິບປິນ.

ບັນດາຜູ້ສະໝັກ​ລົງແຂ່ງຂັນ ໃນການເລືອກຕັ້ງປະທານາທິບໍດີຂອງຟີລິບປິນ ໃນເດືອນໜ້ານີ້ ໄດ້ຮຽກຮ້ອງ ໃຫ້ມີການ​ເອົາທ່າທີທີ່ແຂງກ້າຂຶ້ນກວ່າເກົ່າຕໍ່ຈີນ ໃນຂໍ້ຂັດແຍ້ງເລື້ອງດິນແດນຂອງປະເທດຢູ່ໃນທະເລຈີນ ໃຕ້ ໂດຍກ່າວວ່າ ພວກເຂົາເຈົ້າຈະບັງຄັບໃຊ້ຄຳຕັດສິນຂອງສານສາກົນ ໃນປີ 2016 ທີ່ໄດ້ໂຕ້ແຍ້ງຕໍ່ການ ກ່າວອ້າງກຳມະສິດຂອງປັກກິ່ງ ໃນເຂດນ່ານນ້ຳທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ຖ້າຫາກໄດ້ຖືກ ເລືອກໃຫ້ເປັນປະທານາທິບໍດີ.

ເຖິງຢ່າງໃດກໍຕາມ ຜູ້ສະໝັກເປັນປະທານາທິບໍດີ ທີ່ກຳລັງນຳໜ້າໝູ່ ຄືທ່ານ ເຟີດີນານ ຫຼື “ບົງບົງ” ມາໂກສ ຈູເນຍ ຜູ້ທີ່ເປັນລູກຊາຍຂອງມື້ລາງຈອມຜະ ເດັດການ ກໍຍັງຄົງເປັນມິດກັບຈີນຢູ່. ຜູ້ວິເຄາະບາງຄົນກ່າວວ່າ ເປັນໄປໄດ້ສູງທີ່ທ່ານອາດຈະສືບຕໍ່ ນະໂຍບາຍໃນການຍິນຍອມຕໍ່ຈີນ ຂອງປະທານາທິບໍດີ ໂຣດຣີໂກ ດູເຕີເຕ.

ໃນການໂຕ້ວາທີຂອງບັນດາຜູ້ສະໝັກເປັນປະທານາທິບໍດີ ໃນເດືອນນີ້ ບັນດາຜູ້ສະໝັກໄດ້ກ່າວວ່າ ຟີລິບ ປິນ ຕ້ອງທ້າທາຍ ຕໍ່ການຂະຫຍາຍອິດທິພົນດ້ານການທະຫານຂອງປັກກິ່ງ ຢູ່ໃນທະເລຕາເວັນຕົກຂອງ ຟີລິບປິນ ຊຶ່ງເປັນຊື່ ໃນທ້ອງຖິ່ນຂອງບໍລິເວນທະເລຈີນໃຕ້ ທີ່ຕັ້ງຢູ່ພາຍໃນເຂດເສດຖະກິດ​ຂອງຟີລິປິນ.

ແຟ້ມພາບ- ຮອງປະທານາທິບໍດີຂອງຟີລິບປິນ ແລະເປັນຜູ້ສະໝັກເປັນປະທານາທິບໍດີ ທ່ານນາງເລນີ ໂຣເບຣໂດ ທັກທາຍບັນດາຜູ້ສະໜັບສະໜຸນ ໃນລະຫວ່າງ ການໂຮມຊຸມນຸມໂຄສະນາຫາສຽງ ໃນເມືອງປາຊິກ ທີ່ເປັນເຂດທຸລະກິດ ໃນຊານເມືອງຂອງນະຄອນມານີລາ, ວັນທີ 20 ມີນາ 2022. (Photo by Ted ALJIBE / AFP)

ທ່າທີຂອງບັນດາຜູ້ສະໝັກທັງຫຼາຍ ແຕກຕ່າງຈາກທ່າທີການຍິນຍອມຕໍ່ຈີນຂອງທ່ານດູເຕີເຕຢ່າງສິ້ນເຊີງ ໂດຍບໍ່ຄຳນຶງເຖິງຄຳຕັດສິນຂອງສານສາກົນຢູ່ນະຄອນ ເຮກ ປະເທດເນເທີແລນ ໃນການແກ້ໄຂບັນຫາ ຂັດແຍ້ງ ທາງດ້ານກົດໝາຍນັ້ນ ໃນການແລກປ່ຽນສຳລັບການຊ່ອຍເຫຼືອພັດທະນາຈຳນວນນຶ່ງຈາກປັກກິ່ງ.

ຈີນ ຟີລິບປິນ ຫວຽດນາມ ມາເລເຊຍ ບຣູນາຍ ແລະໄຕ້ຫວັນ ຕ່າງກໍອ້າງເອົາກຳມະສິດ ໃນເຂດທະເລຈີນໃຕ້ ທີ່ອຸດົມສົມບູນດ້ວ ຍຊັບພະຍາກອນ ຊຶ່ງ​ເຂດເປັນນ່ານນ້ຳອັນກວ້າງໃຫຍ່ໄພສານທີ່ມີບົດບາດສຳຄັນຍິ່ງ ໃນການຄ້າລະຫວ່າງປະເທດ.

ຮອງປະທານາທິບໍດີ ເລນີ ໂຣເບຣໂດ ຜູ້ທີ່ເປັນຮອງໃນອັນດັບສອງ ຂອງທ່ານມາໂກສ ໃນການຢັ່ງຫາງສຽງ ຄວາມນິຍົມ ໃຫ້ເປັນປະທານາທິບໍດີຄັ້ງຫຼ້າສຸດນັ້ນ ໄດ້ກ່າວວ່າ ຟີລິປິນ ຕ້ອງເປັນຜູ້ນຳສະມາຄົມປະຊາຊາດ ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ທີ່ຈະມາເຖິງນີ້ ໃນການຈັດຕັ້ງກົດລະບຽບການດຳເນີນ ການລະຫວ່າງອາຊຽນແລະຈີນ ຊຶ່ງສ່ວນໃຫຍ່ແລ້ວ ເຫັນວ່າ ເປັນການພະຍາຍາມ ທີ່ຈະຜ່ອນຄາຍຄວາມ ເຄັ່ງຕຶງຢູ່ໃນທະເລຈີນໃຕ້.

ທ່ານນາງ ໂຣເບຣໂດ ໄດ້ກ່າວໃນລະຫວ່າງການໂຕ້ວາທີ ວ່າ “ມັນເປັນຄວາມທ້າທ້າຍ ທີ່ຈະຈັດຕັ້ງກົດ ລະບຽບ ໃນການດຳເນີນການ ໃນເມື່ອປະເທດອື່ນໆບໍ່ສະແດງການຄັດຄ້ານແຕ່ຢ່າງໃດ. ແຕ່ຂ້າພະເຈົ້າ ຄິດວ່າ ຟີລິບປິນ ຕ້ອງເປັນຜູ້ ນຳ ໃນທີ່ນີ້ ເພາະວ່າ ພວກເຮົາມີຄຳຕັດສິນ ທາງດ້ານກົດໝາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG