ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີ​ລິບ​ປິນ ຈະ​ຕັດ​ຂໍ້​ຕົກ​ລົງ ດ້ານ​ການ​ທະ​ຫານ ກັບ ສ​ຫລ ຊຶ່ງ​ຈະ​ສົ່ງ​ເສີມ ຈີນ ໃຫ້​ມີ​ອິດ​ທິ​ພົນ ໃນ​ເອ​ເຊຍ


ຍານຈູ່​ໂຈມ​ສະ​ເທືອນນ້ຳ​​​ສະ​ເທືອນບົກ ​ບັນ​ທຸກ​ພວກ​ທະ​ຫານ​ສະ​ຫະ​ຫານ​ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ ບຸກ​ຂຶ້ນ​ຊາຍ​ຫາດ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ​ ​ລະ​ຫວ່າງ​ທະ​ຫານ ສ​ຫລ ແລະ​ຟີ​ລິບ​ປິນ​ ເອີ້ນ​ວ່າ "Balikatan 2019" ​ວັນ​ທີ 11 ເມ​ສາ 2019​.
ຍານຈູ່​ໂຈມ​ສະ​ເທືອນນ້ຳ​​​ສະ​ເທືອນບົກ ​ບັນ​ທຸກ​ພວກ​ທະ​ຫານ​ສະ​ຫະ​ຫານ​ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ ບຸກ​ຂຶ້ນ​ຊາຍ​ຫາດ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ​ ​ລະ​ຫວ່າງ​ທະ​ຫານ ສ​ຫລ ແລະ​ຟີ​ລິບ​ປິນ​ ເອີ້ນ​ວ່າ "Balikatan 2019" ​ວັນ​ທີ 11 ເມ​ສາ 2019​.

ການ​ສະ​ເໜີ​ຍົກ​ເລີກ ​ສົນ​ທິ​ສັນ​ຍາດ້ານ​ການ​ທະ​ຫານກັບ​ສະ​ຫະ​ລັດ ທີ່​ມີ​ອາ​ຍຸ 32 ປີ ຂອງປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຟີ​ລິບ​ປິນ ໄດ້ອຳ​ນວຍ​ໃຫ້​ຈີນ ​ທີ່​ມີ​ອຳ​ນາດ​ຢູ່​ໃນພາກ​ພື້ນ ໂອ​ກາດ​ທີ່​ຈະ​ເສີມ​ຂະ​ຫຍາຍ​ກຳ​ລັງ​ອິດ​ທະ​ພົນ​ຂອງ​ຕົນ ຢູ່​ໃນ​ເອ​ເຊຍ ໃນ​ຂະ​ນະ​ທີ່ ​ກອງ​ກຳ​ລັງທະ​ຫານຂອງສະ​ຫະ​ລັດ ຈະ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ໜ້ອຍ​ລົງ.

​ບັນ​ດາຝຸງ​ກຳ​ປັ່ນ​ລົບ​ ເຮືອ​ບິນລົບ ແລະ​ກຳ​ປັ່ນ​ອາ​ລັກ​ຂາ​ເຮືອ​ຫາ​ປາຂອງ​ຈີນ ຈະ​ເຄື່ອນ​ໄຫວ​ໄດ້​ງ່າຍ​ຂຶ້ນ​ຢູ່​ອ້ອມ​ແອ້ມ​ບໍ​ລິ​ເວນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ຊຶ່ງ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຟີ​ລິບ​ປິນ ອີງ​ຕາມການ​ກ່າວ​ຂອງ​ບັນ​ດາ​ນັກ​ວິ​ເຄາະ​ໃນ​ເອ​ເຊຍ. ກຳ​ປັ່ນ​ລົບ​ທັງຫຼາຍ ຍັງ​ອາດ​ຈະ​ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຟີ​ລິ​ບ​ປິນ ໄຕ້​ຫວັນ ແລະ​ຍີ່​ປຸ່ນ ຊຶ່ງ​ເປັນ​ກຸ່ມ​ໝູ່​ເກາະ​ທີ່​ຕິດ​ຕໍ່​ກັນ​ເປັນ​ຕ່ອງ​ໂສ້​ແຫ່ງ​ທຳ​ອິດ ນັ້ນ ​ໄດ້​ຢ່າງ​ເສ​ລີຫຼາຍ​ຂຶ້ນ. ນ່ານ​ນ້ຳ​ເຫຼົ່າ​ນັ້ນ ໂທດ​ທົ່ວ​ໄປ​ແລ້ວ ແມ່ນ​ຖື​ວ່າ ເປັນ​ຊີກ​ໂລກ​ທີ່​ອາ​ເມ​ຣິ​ກາ​ມີ​ອິດ​ທິ​ພົນ.

ສ່ວນ​ຈີນ ທີ່​ເປັນ​ຄູ່​ແຂ່ງ​ດ້ານ​ການ​ເມືອງ​ກັບ​ສະ​ຫະ​ລັດ ນັບ​ຕັ້ງ​ແຕ່​ສົງ​ຄາມ​ເຢັນ ກໍ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ ແລະ​ການ​ລົງ​ທຶນ​ຫຼາຍ​ຕື້​ໂດ​ລາໄປແລ້ວ ຢູ່ໃນ​ຟີ​ລິບ​ປິນ ​ທີ່​ກຳ​ລັງ​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ ແຕ່​ທຸກ​ຍາກຢູ່. ການ​ຊ່ອຍ​ເຫຼືອ​ແລະ​ການ​ລົງ​ທຶນ ອາດ​ຈະ​ຕິດ​ຕາມ​ມາຫຼາຍ​ຂຶ້ນ ຊຶ່ງເປັນ​ການ​ອຸ​ທິດ​ຢ່າງ​ເປັນ​ທາງ​ການ​ຂອງ​ອິດ​ທິ​ພົນຈີນ ຢູ່​ທີ່​ແຫ່ງນັ້ນ ຕາມ​ຄວາມ​ເຊື່ອ​ຂອງ​ບັນ​ດາ​ນັກ​ວິ​ຊາ​ການ.

ທ່ານ​ຟາບ​ຣີ​ຊີ​ໂອ ໂບ​ຊາ​ໂຕ ເຈົ້າ​ໜ້າ​ທີ່​ປະ​ຈຳສະ​ມາ​ຄົມ​ຄົ້ນ​ຄວ້າ​ດ້ານ​ຍຸດ​ທະ​ສາດ​ຂອງ​ໄຕ້​ຫວັນ ຜູ້​ທີ່​ຊ່ຽວ​ຊານ​ໃນ​ເຂດ​ເອ​ເຊຍ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ “ພວກ​ຄົນ​ຈີນ ກຳ​ລັງດີ​ອົກ​ດີ​ໃຈ ກ່ຽວກັບ​ເລື້ອງນີ້ ຊຶ່ງ​ກຳ​ລັງ​ເຫັນຮູ​ໃຫຍ່​ທີ່​ໄດ້​ຖືກ​ທັ່ງ​ອອກ​ໃນ​ເກາະ​ຕ່ອງ​ໂສ້​ທຳ​ອິດ. ພວກ​ເຂົາ​ເຈົ້າ ອາດ​ຍັງ​ຈະ​ຍຶດ​ເອົາ​ໂອ​ກາດ​ໃນ​ມິ​ຕິ​ດານ​ການ​ທະ​ຫານ​ຕື່ມ​ອີກ ໃນ​ແບບ​ທີ່​ວ່າ ພວກ​ເຂົາ​ຈະ​ເພີ້ມ​ຄວາມ​ໝັ້ນ​ໝາຍ​ທາງ​ດ້ານ​ການ​ເງິນ​ຂອງ​ພວກ​ເຂົາ​ຕື່ມ​ອີກ​ຕໍ່​ຟີ​ລິບ​ປິນ ເລີ້ມ​ຕົ້ນ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ບາງ​ສິ່ງ​ບາງ​ຢ່າງ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ ສົ່ງ​ແ​ຈ້ງ​ການ​ໄປ​ໃຫ້​ສະ​ຫະ​ລັດ ຊາບ​ວ່າ ໃນ​ວັນ​ທີ 11 ກຸມ​ພາ ຕົນ​ຈະ​ຕັດ​ ຂໍ້​ຕົກ​ລົງ​ການ​ຢ້ຽມ​ຢາມ​ຂອງກອງ​ກຳ​ລັງ ໂດຍ​ມີ​ຜົນ​ບັງ​ຄັບ​ໃຊ້ ໃນ​ໄລ​ຍະ 180 ວັນ. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ໄດ້​ເອີ້ນ​ການ​ຂໍ​ຍົກ​ເລີກ​ດັ່ງ​ກ່າວ​ນັ້ນ ວ່າ “ເປັນ​ທີ່​ໜ້າ​ເສຍ​ດາຍ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG