ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຟີລິບປິນ ແລະກອງທັບອອສເຕຣເລຍ ຈັດການຊ້ອມລົບ ຢູ່ທະເລຈີນໃຕ້

ສະມາຊິກໜ່ວຍຍາມຝັ່ງຂອງຟີລິບປິນ ສັງເກດເບິ່ງກໍາປັ່ນຍາມຝັ່ງຂອງຈີນ ທີ່ກໍາລັງຂວາງທາງພວກເຂົາເຈົ້າ ໃນລະຫວ່າງພາລະກິດຂົນສົ່ງເຄື່ອງ ໂດຍເຮືອຂົນສົ່ງພົນລະເຮືອນ ທີ່ຖືກເໝົາລໍາໂດຍກອງທັບເຮືອຟີລິບປິນ ເພື່ອນໍາສົ່ງເຄື່ອງໃຊ້ຕ່າງໆໄປສູ່ກໍາປັ່ນຂອງກອງທັບເຮືອຟີລິບປິນ ຢູ່ໃນຂົງເຂດທະເລຈີນໃຕ້ທີ່ມີຂໍ້ພິພາດກັນ.

ກອງທັບຂອງອອສເຕຣເລຍ ແລະກອງທັບຂອງຟີລິບປິນ ໄດ້ຈັດການຊ້ອມລົບໃນໃນວັນສຸກມື້ນີ້ ໃກ້ກັບຈຸດເຄັ່ງຕຶງໃນທະເລຈີນໃຕ້ ທີ່ຖືກອ້າງກຳ​ມະສິດໂດຍຈີນ, ເຊິ່ງປະທານາທິບໍດີຟີລິບປິນ ທ່ານເຟີດີນານ ມາໂກສ ຍ້ອງຍໍວ່າ ເປັນຕົວ ຢ່າງຂອງການຮ່ວມມືໃກ້ຊິດ “ທີ່ມີຄວາມສໍາຄັນທີ່ສຸດ.”

ຈີນ ສົ່ງໜ່ວຍຍາມຝັ່ງ, ກອງທັບເຮືອ ແລະກຳ​ປັ່ນອື່ນໆອີກຫຼາຍຮ້ອຍລໍາ ໄປລາດຕະເວນ ແລະເສີມກໍາລັງທະຫານ ຕາມແນວຫິນປະກາລັງ ໃນຂົງເຂດທະເລຈີນໃຕ້, ເຊິ່ງພວກເຂົາ​ໄດ້ອ້າງເອົາ​ກຳ​ມະສິດເກືອບທັງໝົດໃນບໍລິເວນ​ດັ່ງ​ກ່າວ ເຖິງແມ່ນຈະມີຄໍາຕັດສິນຂອງສາກົນວ່າ ການອ້າງ​ກຳ​ມະສິດຂອງພວກເຂົານັ້ນ ບໍ່ມີ​ພື້ນຖານທາງ​ດ້ານກົດໝາຍກໍຕາມ.

ການຊ້ອມລົບທາງທະຫານຮ່ວມກັນ​ໃນວັນສຸກມື້ນີ້ ຈັດຂຶ້ນຢູ່ທີ່ຖານທັບເຮືອ ເຊິ່ງມີໄລຍະຫ່າງປະມານ 240 ກິ​ໂລ​ແມັດ ໄປທາງທິດຕາເວັນອອກ ຂອງຫາດ ສະກາໂບໂຣ (Scarborough), ບໍລິເວນດັ່ງກ່າວ ເປັນຂົງເຂດການປະມົງທີ່ອຸດົມສົມບູນ ໂດຍ ຈີນ ໄດ້ຢຶດເອົາຈາກ ຟີລິບປິນ ໃນປີ 2022 ລຸນຫຼັງຄວາມຂັດແຍ້ງທີ່ເຄັ່ງຕຶງ.

ທ່ານມາໂກສ ກ່າວຕໍ່ບັນດານັກຂ່າວວ່າ “ຈາກການພິຈາລະນາເຖິງເຫດການຫຼາຍໆຢ່າງເກີດຂຶ້ນ ເຊິ່ງໄດ້ພິສູດໃຫ້ເຫັນເຖິງຄວາມບໍ່ແນ່ນອນຢູ່ໃນພາກພື້ນແຫ່ງນີ້, ການຝຶກຊ້ອມແບບນີ້, ລັກສະນະຂອງການຮ່ວມມືທາງຍຸດທະສາດທີ່ໃກ້ຊິດລະຫວ່າງປະເທດຕ່າງໆຢູ່ໃນພາກພື້ນແຫ່ງນີ້ ແມ່ນມີຄວາມສໍາຄັນທີ່ສຸດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG